ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເຢຍຣະມັນ ຂັບໄລ່ ນັກສືບຂັ້ນສູງ ສະຫະລັດ ອອກຈາກ ປະເທດ (ວີດີໂອ)


ຫ້ອງການເປົ່າຫວ່າງ ທີ່ອົງການສືບລັບ ລັດຖະບານກາງ ເຢຍຣະມັນ
ຫ້ອງການເປົ່າຫວ່າງ ທີ່ອົງການສືບລັບ ລັດຖະບານກາງ ເຢຍຣະມັນ

ເຢຍຣະ​ມັນ ​ໄດ້ຂັບ​ໄລ່​ເຈົ້າ​ໜ້າ​ທີ່ຂັ້ນ​ສູງ​ຝ່າຍ​ສື​ບລັບ ຂອງສະຫະ
ລັດ ຢູ່​ນະຄອນ Berlin ອອກ​ຈາກ​ປະ​ເທດ ຊຶ່ງເປັນການ​ຕຳ​ນິຕິ​
ຕຽນຢ່າງແຮງ ແບບບໍ່ເຄີຍເຫັນ ມາກ່ອນຕໍ່ພັນ​ທະ​ມິດ​ທີ່ໃກ້​ຊິດ
ທີ່ສຸດຂອງຕົນ ​ທ່າມກາງ​ທີ່ມີການ​ກ່າວ​ຫາ​ວ່າ ວໍຊິງ ຕັນ​ໄດ້​ຈ້າງ
ນັກ​ສືບຊາວ​ເຢຍຣະມັນ ຂາຍເອກ​ກະສາ​ນລັບໃຫ້ຕົນ.

​ໂຄສົກ​ລັດຖະບານເຢຍຣະມັນ ທ່ານ Steffen Seibert ກ່າວ​
ວ່ານັກ​ສືບ​ທີ່​ບໍ່​ລະບຸ​ຊື່ “​ໄດ້​ຖືກແຈ້ງ​ໃຫ້ໜີ​ອອກ​ຈາກເຢຍຣະມັນ."
ທ່ານ​ກ່າວ​ວ່າ ມັນ​ມີ​ຄວາມ​ສຳຄັນ​ທີ່​ສຸດ ທີ່​ເຢຍຣະມັນ “ປະຕິບັດ​
ງານ​ຢ່າງ​ໃກ້ຊິດ​ບົນ​ພື້ນຖານແຫ່ງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈກັບ​ພາຄີ
​ຕາ​ເວັນ​ຕົກ ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງກັບ ສະຫະລັດ ອາ​ເມຣິກາ.”

​ເຢຍຣະມັນ ກຳລັງ​ສືບສວນ​ເບິ່ງກິດຈະການ​ຕ່າງໆ ຂອງ​ຊາວ​ເຢຍຣະມັນ​ສອງ​ຄົນ ​ທີ່ຖືກກ່າວ
ຫາເປັນ​ນັກ​ສືບ​ໃຫ້​ແກ່ສະຫະລັດ ຊຶ່ງກິດຈະການເຫຼົ່ານີ້ ບັນດາ ​ເຈົ້າ​ໜ້າ​ທີ່ສະຫະລັດ ​ບໍ່ຍອມ​
ກ່າວເຖິງ​ຢ່າງເປັນການ​ເປີ​ດ​ເຜີຍ.

ຢູ່​ທີ່​ນະຄອນຫລວງວໍຊິງຕັນ ທໍານຽບຂາວ ກ່າວ​ວ່າ ຕົນ​ບໍ່ມີຄໍາ​ຖະ​ແຫລ​ງ​ໃດໆ ຕໍ່​ການ​ຂັບ​ໄລ່​ເຈົ້າ​
ໜ້າ​ທີ່​ສືບ​ລັບຂອງສະຫະລັດ.

​ແຕ່​ໂຄສົກ​ຍິງ ທ່ານ​ນາງ Cathlin Hayden ກ່າວ​ວ່າ “ຄວາມສຳພັນໃນດ້ານ ຄວາມ​ໝັ້ນຄົງ
​ແລະ​ສືບ​ລັບຂອງພວກເຮົາ ກັບ​ເຢຍຣະມັນ ​ເປັນ​ທີ່​ສຳ​ຄັນ​ທີ່​ສຸດ ​ແລະ​ມັນ​ເຮັດ​ໃຫ້ ​ເຢຍຣະມັນ
​ແລະ​ສະຫະລັດ ​ມີຄວາມປອດ​ໄພ.” ທ່າ​ນນາງ ກ່າວ​ຕື່ມ​ອີກ​ວ່າ ສະຫະລັດ ຈະ​ຕິດ​ຕໍ່​ກັບ​ລັດ
ຖະບານເຢຍຣະມັນ “​ຢູ່ໃນ​ຊ່ອງທາງທີ່​ເໝາະ​ສົມ.”

GERMANY US SPY SOT
please wait
Embed

No media source currently available

0:00 0:00:32 0:00

XS
SM
MD
LG