ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບໍລິສັດຜະລິດຢາ thalidomide ຂອງເຢຍລະມັນຂໍຂະມາໂທດ ຕໍ່ພວກໄດ້ຮັບເຄາະຮ້າຍ


ຢາແຄບຊູນ thalidomide ທີ່ວາງຂາຍຢູ່ຮ້ານ Celgene Corp.ໃນເມືອງ Warren ລັດນີວເຈີຊີ ໃນວັນທີ 7 ເມສາ, 1998, ທີ່ມີພາບຂອງຜູ້ຍິງຖືພາ ເພື່ອເຕືອນໃຫ້ແມ່ຍິງຖືພາ ຫລືຈະຖືພາ ໃຫ້ຮູ້ເຖິງຜົນຂອງຢານີ້ ທີ່ເຮັດໃຫ້ເດັກນ້ອຍເກີດມາແບບບໍ່ສົມປະກອບ ຫລາຍພັນຄົນ.
ຢາແຄບຊູນ thalidomide ທີ່ວາງຂາຍຢູ່ຮ້ານ Celgene Corp.ໃນເມືອງ Warren ລັດນີວເຈີຊີ ໃນວັນທີ 7 ເມສາ, 1998, ທີ່ມີພາບຂອງຜູ້ຍິງຖືພາ ເພື່ອເຕືອນໃຫ້ແມ່ຍິງຖືພາ ຫລືຈະຖືພາ ໃຫ້ຮູ້ເຖິງຜົນຂອງຢານີ້ ທີ່ເຮັດໃຫ້ເດັກນ້ອຍເກີດມາແບບບໍ່ສົມປະກອບ ຫລາຍພັນຄົນ.
ບໍລິສັດຜະລິດຢາເຢຍລະມັນບໍລິສັດນຶ່ງ ໄດ້ຂໍຂະມາໂທດຄັ້ງ
ທໍາອິດ ສໍາລັບໂສກນາດຕະ ກໍາກ່ຽວກັບຢາ Thalidomide
ທີ່ເກີດຂຶ້ນເມື່ອ 50 ປີກ່ອນ ລຸນຫລັງ ໄດ້ມີການເອົາຢາ ຊຶ່ງ
ໃຊ້ສຳຫຼັບປົວພວກທີ່ບໍ່ສະບາຍໃນຕອນເຊົ້າໃຫ້ຜູ້ຍິງຖືພາກິນ
ໃນຊຸມປີ 1950 ແລະ ຕົ້ນຊຸມປີ 1960 ທີ່ໄດ້ເຮັດໃຫ້ເດັກທາ
ຣົກ ເກີດມາມີຮ່າງກາຍບໍ່ສົມປະກອບຢ່າງຮ້າຍແຮງ ນັ້ນ.

ຫົວໜ້າດ້ານບໍລິຫານຂອງບໍລິສັດ Grunenthal ທ່ານ Harald
Stock ໄດ້ຂໍຂະມາໂທດ ໃນວັນສຸກວານນີ້ ໂດຍກ່າວວ່າ “ພວກ
ເຮົາໄດ້ມິດງຽບຢູ່ ແລະພວກເຮົາຮູ້ສຶກເສຍໃຈຫລາຍທີ່ສຸດຕໍ່ສະ
ພາບການດັ່ງກ່າວນັ້ນ.”

ຫົວໜ້າບໍລິສັດຜະລິດຢາທ່ານນີ້ ໄດ້ກ່າວຂໍຂະມາໂທດດັ່ງກ່າວ
ທີ່ນະຄອນ Stolerg ປະເທດເຢຍລະມັນ ໃນພິທີເປີດຜ້າຄຸມຮູບປັ້ນທອງ ທີ່ເປັນສັນຍາ ລັກບອກເຖິງເດັກ ນ້ອຍຜູ້ນຶ່ງ ທີ່ເກີດຂຶ້ນມາບໍ່ມີແຂນຂາ ຍ້ອນຢາ Thalidomide.
ທ່ານ Stock ກ່າວວ່າ ຜູ້ຍິງຖືພາຈຳນວນຫຼວງຫຼາຍກິນຢາດັ່ງກ່າວ “ໂດຍບໍ່ຄິດຢ່າງໃດ ເລີຍທີ່ຕ້ອງວາດພາບວ່າ ມັນຈະໄປກະທົບລູກນ້ອຍໃນທ້ອງເຂົາເຈົ້າ ໃຫ້ໄດ້ຮັບອັນຕະ ລາຍຢ່າງໜັກ.”

ທ່ານກ່າວວ່າ “ພວກເຮົາຂໍໃຫ້ພວກທ່ານຈົ່ງຖືວ່າ ຄວາມມິດງຽບຂອງພວກເຮົາ ເປັນສັນ ຍານຂອງຄວາມຕື່ນຕົກໃຈທີ່ງຽບໆ ທີ່ຊະຕາກໍາຂອງພວກທ່ານໄດ້ກະທົບຕໍ່ພວກເຮົາ.”
ທ່ານ Stock ຍັງກ່າວເພີ້ມວ່າ ບໍລິສັດ Grunenthal ໄດ້ເລີ້ມສ້າງໂຄງການຫລາຍອັນ ຂຶ້ນມາ ໃຫ້ແກ່ຜູ້ໄດ້ຮັບເຄາະຮ້າຍຈາກຢາດັ່ງກ່າວນີ້ ປັບປຸງຊີວິດການເປັນຢູ່ຂອງເຂົາ ເຈົ້າ ໃຫ້ດີຂຶ້ນ. ກຸ່ມຜູ້ໄດ້ຮັບເຄາະຮ້າຍບາງກຸ່ມໄດ້ປະຕິເສດໂຄງການເຫຼົ່ານີ້ ໂດຍເວົ້າວ່າ ມັນໜ້ອຍໂພດ ແລະກໍມີຂຶ້ນຊ້າໂພດແລ້ວ.

ອົງການອະນາໄມໂລກ ຫລື WHO ເວົ້າວ່າ ມີລາຍງານວ່າ ມີເດັກນ້ອຍຫລາຍກວ່າ 10
ພັນລາຍ ທີ່ເກີດມາບໍ່ສົມປະກອບ ຢູ່ໃນຫລາຍກວ່າ 46 ປະເທດ ລຸນຫລັງທີ່ໄດ້ມີການໃຊ້ ຢາ Thalidomide. ອົງການ WHO ເວົ້າວ່າພວກ ເດັກນ້ອຍເກີດມາໂດຍທີ່ບໍ່ແຂນ, ຂາ,
ຕີນ ແລະ ບໍ່ມີມື ຫລືວ່າ ມີຮ່າງກາຍບໍ່ສົມປະກອບ. ນອກນັ້ນ ກໍຍັງມີສະພາບໄຂກະດູກ ສັນຫລັງ, ຮີມສົບ ຫລື ເພດານປາກບົກຜ່ອງ ແລະບໍ່ມີໃບຫູ ຫລືຮູບຮ່າງຂ້າງນອກຂອງຫູ
ຜິດປົກກະຕິ. ສ່ວນອາການຜິດປົກກະຕິດ້ານອື່ນໆລວມມີ ຫົວໃຈ, ໝາກໄຂ່ຫລັງ ແລະອະ ໄຍວະເພດຍິງທີ່ ຜິດປົກກະຕິ ແລະການສ້າງລະບົບຍ່ອຍອາຫານທີ່ຜິດປົກກະຕິ.
XS
SM
MD
LG