ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຢຍ​ຣະ​ມັນ ​ເນ​ລະ​ເທດ ​ຜູ້​​ສົມ​ຮູ້​ຮ່ວມ​ຄິດ ກໍ່​ການ​ຮ້າຍ ທີ່ໂຈມ​ຕີ​ ສ​ຫລ ​ເມື່ອ​ວັນ​ທີ 11 ກັນ​ຍາ ກັບ​ຄືນບ້ານ​ເກີດ​


ທ້າວມູ​ນຽກ ແອ​ລ ໂມ​ຕັ​ສ​ຊາ​ເດ ທີ່ປິດ​ໜ້າແລະ​ຄຸມ​ຕົວ ​ໂດຍ​ຕຳ​ຫຼວດ​ຕິດ​ອາ​ວຸດ 2 ທ່ານ ໄປ​ຍັງ​ເຮືອ​ບິນ​ເຮ​ລິ​ຕອບ​ເຕີ ເພື່ອ​ໄປ​ຍັງ​ສະ​ໜາມ​ບິນ​ ໃນ​ເມືອງ​ຮຳ​ເບີ​ຣ໌ກ, ພາກ​ເໜືອ​ຂອງເຢຍ​ຣະ​ມັນ 15 ຕຸ​ລາ 2018.
ທ້າວມູ​ນຽກ ແອ​ລ ໂມ​ຕັ​ສ​ຊາ​ເດ ທີ່ປິດ​ໜ້າແລະ​ຄຸມ​ຕົວ ​ໂດຍ​ຕຳ​ຫຼວດ​ຕິດ​ອາ​ວຸດ 2 ທ່ານ ໄປ​ຍັງ​ເຮືອ​ບິນ​ເຮ​ລິ​ຕອບ​ເຕີ ເພື່ອ​ໄປ​ຍັງ​ສະ​ໜາມ​ບິນ​ ໃນ​ເມືອງ​ຮຳ​ເບີ​ຣ໌ກ, ພາກ​ເໜືອ​ຂອງເຢຍ​ຣະ​ມັນ 15 ຕຸ​ລາ 2018.

​ເຢຍ​ຣະ​ມັນ ໄດ້​ເນ​ລະ​ເທດ ​ຜູ້​ສົມ​ຮູ້​ຮ່ວມ​ຄິດ​ຄົນ​ນຶ່ງ​ ​ໃນ​ການ​ໂຈມ​ຕີກໍ່​ການ​ຮ້າຍ​ຢູ່​
ສະ​ຫະ​ລັດ ​ເມື່ອ​ວັນ​ທີ 11 ກັນ​ຍາ ປີ 2001 ກັບ​ຄືນໄປ​ຍັງ​ບ້ານ​ເກີດ​ຂອງ​ລາວ ​
ຢູ່ປະ​ເທດ​ໂມຣົກ​ໂກ.

ທ້າວມູ​ນຽກ ແອ​ລ ໂມ​ຕັ​ສ​ຊາ​ເດ (Mounir al-Motassadeq) ໄດ້ຖືກ​ຄຸກ​ເກືອບ 15 ປີ ​
ທີ່ເຢຍ​ຣະ​ມັນ ກ່ອນ​ທີ່​ລາວ​ຈະ​ຖືກ​ເນ​ລະ​ເ​ທດ ໄປ​ຍັງ​ໂມ​ຣົກ​ໂກ ໃນ​ມື້​ວັນ​ຈັນ​ວານ​ນີ້.

ສື່ມວນ​ຊົນເຢຍ​ຣະ​ມັນ ໄດ້​ນຳ​ອອກ​ເຜີຍ​ແຜ່​ຮູບ​ຂອງ​ທ້າວ ໂມ​ຕັ​ສ​ຊາ​ເດ ທີ່ປິດ​ໜ້າ
ແລະ​ຄຸມ​ຕົວ​ໂດຍ​ຕຳ​ຫຼວດ​ຕິດ​ອາ​ວຸດ 2 ທ່ານ ໄປ​ຍັງ​ເຮືອ​ບິນ​ເຮ​ລິ​ຕອບ​ເຕີ. ເຈົ້າ​ໜ້າ​ທີ່
ເຢຍ​ຣະ​ມັນ ໄດ້​ຢືນ​ຢັນ​ວ່າ ຜູ້​ກ່ຽວ​ຈະ​ຖືກ​ສົ່ງ​ຕົວ​ໂດຍ​ເຮືອ​ບິນ ຈາກ​ສະ​ໜາມ​ບິນນະ​ຄອນ
ແຟ​ຣັງ​ເຟີ​ຣ໌ດ ໃນ​ແລງວັນ​ຈັນ​ວານ​ນີ້.

​ທ້າວ ໂມ​ຕັ​ສ​ຊາ​ເດ ໄດ້ຖືກ​ພົບ​ເຫັນ​ວ່າ ມີ​ຄວາມ​ຜິດ​ໃນ​ຖານຊ່ອຍ​ທ້າວ ໂມ​ຮາ​ເມັດ ອັ​ຕ​ຕາ
ຊຶ່ງ​ເປັນນັກບິນທີ່​ຖືກ​ກ່າວ​ວ່າ ແມ່ນ​ນຶ່ງ​ໃນ​ພວກ​ຈີ້​ເຮືອ​ບິນ​ເມື່ອວັນ ​ທີ 11 ກັນ​ຍາ​ນັ້ນ
ແລະ​ນັກ​ບິນ​ສະ​ຫຼະ​ຊີບອື່ນໆທີ່ຊ່ວຍ​ໃນ​ການ​ໂຈມ​ຕີ​ຢູ່​ນະ​ຄອນ​ນິວຢອກ ແລະ​ວໍ​ຊີງ​ຕັນ.
ພວກນັກ​ບິນສະ​ຫຼະ​ຊີບ ແມ່ນ​ພາກ​ສ່ວນນຶ່ງ​ຂອງ​ກຸ່ມ​ກໍ່​ການ​ຮ້າຍອາ​ລ​ກາ​ອີ​ດາ ທີ່​ມີ​ສຳ​ນັກ​
ງານ​ທີ່​ເມືອງແຮມ​ເບີ​ຣ໌ກ, ​ປະ​ເທດເຢຍ​ຣະ​ມັນ ບ່ອນ​ທີ່​ທ້າວ ໂມ​ຕັ​ສ​ຊາ​ເດ ເຄີຍ​ຢູ່​ອາ​ໄສ​ນັ້ນ.

ທ້າວໂມ​ຕັ​ສ​ຊາ​ເດ ແມ່ນ​ຖືກ​ພົບ​ເຫັນ​ວ່າ​ມີ​ຄວາມ​ຜິດ ໃນ​ປີ 2003 ຍ້ອນ​ການ​ເປັນ​ສະ​ມາ
​ຊິກ​ຂອງ​ກຸ່ມ​ກໍ່​ການ​ຮ້າຍ​ທີ່​ຈັດ​ຕັ້ງ​ຂຶ້ນ ແລະເປັນ​ຜູ້​ຊ່ອຍ​ໃນ​ການ​ສັງ​ຫານ​ພວກ​ຜູ້​ໂດຍ​ສານ
​ເທິງເຮືອ​ບິນຂອງ 4 ສາຍ​ການ​ບິນ ທີ່​ໃຊ້ ໃນ​ການ​ໂຈມຕີ ເມື່ອວັນ​ທີ 11 ກັນ​ຍາ. ການ​ດຳ
​ເນີນ​ຄະ​ດີ​ຂອງ​ລາວ​ເປັນ​ເວ​ລາ 5 ປີ​ ໃນ ເຢຍ​ຣະ​ມັນນັ້ນ ແມ່ນ​ພົວ​ພັນ​ກັບ​ການ ຂໍ​ອຸ​ທອນ
​ໃນ​ຫຼາຍໆ​ຮອບ ​ການ​ຕ່າວ​ປີ້ນໃນ​ການ​ຕັດ​ສິນ ແລະການ​ຢືນ​ຢັນ​ຄືນ​ໃໝ່​ຕໍ່​ຄຳ​ພິ​ພາກ​ສາ.
ໃນ​ທີ່​ສຸດລາວກໍໄດ້ ​ຮັບໂທດ​ສູງ​ສຸດ ໃນສານເຢຍ​ຣະ​ມັນ ໂດຍ​ໃຫ້​ຜູ້​ກ່ຽວຕິດ​ຄຸກເປັນ​
ເວ​ລາ 15 ປີ.

ທ້າວໂມ​ຕັ​ສ​ຊາ​ເດ ໄດ້​ປະ​ຕິ​ເສດ​ຕໍ່​ການ​ພົວ​ພັນໃນ​ການ​ວາງ​ແຜນ​ໂຈມ​ຕີ​ເມື່ອ​ວັນ ​ທີ 11
ກັນ​ຍາ, ແຕ່​ວ່າ ໄດ້​ຍອມ​ຮັບ​ຜິດວ່ າ​ເປັນ​ໝູ່​ຂອງ​ພວກ ​ທີ່​ໄດ້​ກໍ່​ການ​ນັ້ນ. ລາວ​ໄດ້​ເວົ້າ​ວ່າ
ການ​ກະ​ທຳ​ຂອງ​ລາວ ທີ່​ສົ່ງ​ເງິນ ໄປ​ໃຫ້ ນັກ​ບິນ​ສະ​ຫຼະ​ຊີບນັ້ນ ແມ່ນ​ການເອົາ​ໃຈ​ໝູ່​
ຂອງ​ລາວ.

ລາວ​ແມ່ນ​ຜູ້​ທຳ​ອິດ ທີ່​ໄດ້​ຮັບ​ໂທດ ທີ່​ພົວ​ພັນ​ກັບການ​ໂຈມ​ຕີ ເມື່ອວັນ​ທີ 11 ກັນ​ຍາ ທີ່​ຍັງ​
ຜົນ​ໃຫ້​ເກືອບ 3 ພັນ​ຄົນ ໄດ້​ເສຍ​ຊີ​ວິດ.

ທ້າວໂມ​ຕັ​ສ​ຊາ​ເດ ໄດ້​ຖືກ​ປ່ອຍ ບໍ່​ດົນ ຫຼັງ​ຈາກ​ທີ່​ໃຊ້​ເວ​ລາ​ຢູ່​ໃນ​ຄຸກ ເປັນ​ເວ​ລາ 15 ປີ
ແລ້ວ​ນັ້ນ ໂດຍ​ທີ່​ໄດ້​ຕົກ​ລົງ ໃຫ້​ເນ​ລະ​ເທດ ໄປ​ຍັງ​ໂມອົກ​ໂກ. ເຢຍ​ຣະ​ ມັນ ກ່າວ​ວ່າ ຕົນ​ຈະ​
ທຳ​ການ​ຈັບ​ກຸມ​ລາວ​ອີກ ຖ້າ​ຫາກວ່າ​ລາວ ກັບ​ຄືນ​ໄປ​ຍັງ ເຢຍ​ຣະ​ມັນ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG