ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຢຍຣະມັນປະສົບຄວາມລົ້ມແຫລວ ທາງດ້ານສັງຄົມ


People crowd Saint Peter's Square to await the sight of smoke from the chimney above the Sistine Chapel, March 12, 2013.
People crowd Saint Peter's Square to await the sight of smoke from the chimney above the Sistine Chapel, March 12, 2013.

ທ່ານ​ນາງ Angela Merkel ນາຍົກລັດຖະມຸນຕີ​ເຢຍຣະມັນ​ກ່າວ​ໃນ​ວັນ​ເສົາ​ວານ​ນີ້​ວ່າ​
ເຢຍຣະມັນ​ໄດ້​ປະສົບ​ກັບ​ຄວາມ​ລົ້ມ​ແຫລວ​ຢ່າງ​ສິ້ນ​ເຊີງ ໃນ​ການ​ກໍ່ສ້າງ​ສັງຄົມ ​ບ່ອນ​ທີ່
ຜູ້​ຄົນ​ມາ​ຈາກ​ຫລາຍ​ວັດທະນະ​ທໍາ​ສາມາດ​ຢູ່​ຮ່ວມກັນ​ໄດ້​ຢ່າງ​ສັນຕິ​ນັ້ນ.

ທ່ານ​ນາງ Merkel ກ່າວ​ເຊ່ນ​ນີ້ຕໍ່​ທີ່​ໂຮມ​ຊຸມນຸມ​ຂອງ​ບັນດາ​ສະມາຊິກພັກສະຫະພາບ​ຄຣີສ
ຕຽນປະຊາທິປັດຫລື CDU ຂອງ​ທ່ານ​ນາງ ​ຊຶ່​ງ ທ່ານ​ນາງ​ໄດ້​ກ່າວ​ຕໍ່​ໄປວ່າ ມັນ​ເປັນ​ໄປ​ບໍ່​ໄດ້
ທີ່​ຈະ​ໃຫ້​ປະຊາຊົນ​ທີ່ມາ​ຈາກພື້ນຖານ​ແຕກ​ຕ່າງ​ກັນ​ຢູ່​ຮ່ວມ​ກັນ​ໄດ້ ​ໂດຍ​ບໍ່​ມີ​ການ​ປະສົມ​ປະ​ ສານໂຮມ​ເຂົ້າ​ເປັນອັນ​ນຶ່ງ​ອັນ​ດຽວກັນ​.

ທ່ານ​ນາງ Merkel ປະ​ເຊີນ​ກັບ​ຄວາມ​ກົດ​ດັນ​ຈາກ​ພາຍ​ໃນ​ພັກ​ຂອງ​ທ່ານ​ນາງ ​ໃຫ້​ເອົາ​ບາດ​ກ້າວ​ເຂັ້ມ​ແຂງ​ຂຶ້ນ ​ກ່ຽວ​ກັບ​ພວກ​ອົບ​ພະຍົບທີ່​ບໍ່​ສະແດງ​ຄວາມ​ເຕັມ​ອົກ​ເຕັມໃຈ​ ທີ່​ຈະ​ປັບ​ໂຕ​ເຂົ້າ​ກັບ​ສັງຄົມ​ເຢຍຣະມັນ​ນັ້ນ ຊຶ່ງ​ທ່ານ​ນາງ​ກ່າວ​ຕື່ມ​ວ່າ ພວກ​ອົບ​ພະຍົບທີ່​ອາ​ໄສ​ຢູ່​ໃນ​ເຢຍ ຣະມັນ ຈະ​ຕ້ອງ​ດໍາ​ເນີນ​ການ​ຫລາຍ​ຂຶ້ນ​ ທີ່ຮວມທັງ​ການ​ຮຽນປາກ​ພາສາ​ເຢຍຣະມັນ​ນໍາ.

XS
SM
MD
LG