ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຢຍຣະມັນ ຊະນະ ບຣາຊິລ 7 ປະຕູຕໍ່ 1 ໃນການແຂ່ງຂັນ ຮອບຮອງຊະນະເລີດ ເຕະບານໂລກ (ສະໄລດ໌/ວີດີໂອ)


ທ້າວ Luiz Gustavo (ຊ້າຍ) ນັກເຕະບານ ບຣາຊິລ ແລະ ທ້າວ Sami Khedira (ຂວາ) ນັກເຕະບານ ເຢຣະມັນ ກຳລັງຍາດບານກັນ.
ທ້າວ Luiz Gustavo (ຊ້າຍ) ນັກເຕະບານ ບຣາຊິລ ແລະ ທ້າວ Sami Khedira (ຂວາ) ນັກເຕະບານ ເຢຣະມັນ ກຳລັງຍາດບານກັນ.

ເຢຍຣະມັນ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມສາມາດໃນການບຸກໂຈມຕີ
ທີ່ໜ້າປະທັບໃຈທີ່ສຸດ ​ໃນ​ປະຫວັດ​ສາດການ​ແຂ່ງຂັນ​ເຕະບານ​
ໂລກ ໂດຍໄດ້ທຳລາຍທີ​ມ ບຣາຊິ​ລ ຊຶ່ງເປັນປະ​ເທດ​ເຈົ້າພາບ ​ໃນ
​ຮອບ​ຮອງຊະນະ​ເລີດຫຼືຮອບ 4 ທີີມດ້ວຍຄະແນນ 7 ປະ​ຕູ​ຕໍ່ 1 ຊຶ່ງ
ຈະໄດ້ເຂົ້າໄປຫຼິ້ນ ໃນຮອບຊິງແຊ້ມເຕະບານໂລກ.

​ການຍິງປະຕູຂອງ ເຢຍຣະມັນ ດັ່ງກ່າວນີ້ ແມ່ນຫລາຍ​ທີ່​ສຸດແບບ
ບໍ່​ມີ​ມາ​ກ່ອນ​ ຢູ່ ໃນການ​ແຂ່ງຂັນ​ຮອບ​ຮອງ​ຊະນະ​ເລີດເຕະບານ
ໂລກ ​ໃນ​ຂະນະ​ທີ່ບຣາຊິ​ລ ​ເສຍ​7 ປະ​ຕູ​ ​ເປັນ​ເທຶ່ອທຳ​ອິດ​ໃນຮອບ
80 ປີ.

​ເຢຍຣະມັນ ​ຍິງປະຕູໄດ້ຫ້າ​ເທຶ່ອ​ໃນ 30 ນາ​ທີ​ທຳ​ອິດຂອງການແຂ່ງຂັນ​ ໃນວັນ​ອັງຄານ​ວານ​
ນີ້ ຢູ່​ທີ່​ເດີ່ນ Estadio Mineirao ​ໃນ​ເມືອງ Belo Horizonte.

​ເຢຍຣະມັນ ປາກົດ​ວ່າ​ເປັນ​ທິມຕົວເກັງ ໃນຕອນເລີ້ມ​ການແຂ່ງຂັນ ລະຫວ່າງ 2 ທີມມະຫາ
ອຳນາດເຕະບານ ທີ່​ໄດ້ຮັບໄຊຊະນະຮວມກັນ​ແປດ​ເທື່ອ ຂອງການ​ແຂ່ງຂັນ​ເຕະ​ບານ​ໂລກ.

ບຣາຊິ​ລ ລົງຫລິ້ນໂດຍ​ປາດ​ສະ​ຈາກ​ກັບຕັນ​ທິມ ທ້າວ Thiago Silva ​ແລະ​ດາຣານັກ​ເຕະ
ທ້າວ Neymar. ທ້າວ Silva ໄດ້​ຖືກ​ລົງ​ໂທດບໍ່ໃຫ້ຫຼິ້ນ​ນຶ່ງ​ເກ​ມ​ ​ເພາະວ່າ ​ລາວ​ໄດ້​ບັດ​
ເຫລືອງ​ສ​ອງເທື່ອ. ທ້າວ Neymar ຜູ້​ທີ່​ທຳ​ຄະ​ແນນສີ່​ປະ ຕູ​ໃນ​ການ​ແຂ່ງຂັນນັ້ນ ​ລົງຫລິ້ນ

ບໍ່ໄດ້ຍ້ອນກະດູກ​ສັນຫລັງ​ຫັກ ໃນການແຂ່ງຂັນ ເທື່ອກ່ອນ.

​ເຢຍຣະມັນ ຈະ​ຫລີ້ນ​ກັບ​ທີມ ທີ່ຊະນະ​ແຂ່ງຂັນ​ຂອງຮອບຮອງຊະນະເລີດອີກຄູ່ ນຶ່ງ ລະຫວ່າງ
ອາເຈັນຕິ​ນາ ສູ້ກັບເນ​ເທີ​ແລນ ​ໃນ​ວັນ​ພຸດ​ມື້ນີ້ ຢູ່ນະຄອນ Sao Paulo. ທີ​ມເນເທີແລນ ​ໄດ້
​ເປັນ​ທີ​ສອງ​ໃນການ​ແຂ່ງຂັນ​ເຕະ​ບານໂລກທີ່ອາ​ຟຣິ ກາ​ໃ​ຕ້ ​ເມື່ອ​ສີ່​ປີ​ກ່ອນ.

ບັນດາຜູ້​ຊະນະຈາກຮອບຮອງຊະນະເລີດ ຈະໄປສູ້ກັນເອົາແຊ້ມເຕະບ້ານໂລກ ຢູ່ທີ່ເດີ່ນນະ
ຄອນ Rio de Janerio ​ໃນ​ວັນ​ອາທິດຈະມານີ້. ສ່ວນ​ທີ​ມທີ່​ເສຍ ໄຊຈະລົງ​ຫລີ້ນແຂ່ງ​ເອົາ​ທີ​
ສາມ ໃນ​ວັນ​ເສົາຈະມາ ຢູ່​ທີ່​ເດີ່ນນະຄອນ Brasillia.​

FIFA’s Football for Hope Tournament Kicks Off in Brazil
please wait

No media source currently available

0:00 0:02:48 0:00

XS
SM
MD
LG