ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄົນຂັບລົດ ຕຳເຂົ້າໃສ່ ຝູງຄົນ ໃນປະເທດ ເຢຍຣະມັນ, ສອງຄົນເສຍຊີວິດ


ລົດຕູ້ຕຳຫຼວດ ຈອດຢູ່ໃນຕົວເມືອງ ມຸນສເຕີ, ເຢຍຣະມັນ, 7 ເມສາ, 2018.
ລົດຕູ້ຕຳຫຼວດ ຈອດຢູ່ໃນຕົວເມືອງ ມຸນສເຕີ, ເຢຍຣະມັນ, 7 ເມສາ, 2018.

ປະຊາຊົນສອງຄົນຖືກຂ້າຕາຍ ແລະ ຫຼາຍຄົນໄດ້ຮັບບາດເຈັບເມື່ອລົດຄັນນຶ່ງໄດ້ຖືກ
ຂັບຕຳເຂົ້າໃສ່ຝູງຄົນໃນວັນເສົາວານນີ້ທີ່ເມືອງ Muenster ຕັ້ງຢູ່ພາກຕາເວັນຕົກສຽງ
ເໜືອຂອງປະເທດ ເຢຍຣະມັນ. ຜູ້ເສຍຊີວິດຄົນທີ່ສາມໄດ້ເກີດຂຶ້ນເມື່ອຄົນຂັບລົດດັ່ງ
ກ່າວໄດ້ຍິງຕົນເອງຕາຍຢູ່ໃນຢູ່ລົດ. ອີງຕາມການກ່າວຂອງຕຳຫຼວດ.

ໂຄສົກຕຳຫຼວດ ທ່ານ ອານແດຣສ ໂບດ (Andreas Bode) ໄດ້ກ່າວວ່າ ບັນດານັກ
ສືບສວນສອບສວນ ກຳລັງກວດກາລາຍງານຕ່າງໆ ຂອງຜູ້ເຫັນເຫດການວ່າ ອີກ
ສອງຄົນເພີ່ມເຕີມ ອາດໄດ້ຫຼົບໜີອອກຈາກລົດຄັນນັ້ນ. ທ່ານຍັງໄດ້ເວົ້າວ່າ ຕຳຫຼວດ
ກຳລັງສືບສວນສອບສວນວັດຖຸທີ່ຕ້ອງສົງໄສອັນນຶ່ງທີ່ຖືກພົບເຫັນຢູ່ນອກລົດ.

ບັນດາເຈົ້າໜ້າທີ່ກ່າວວ່າ 6 ຄົນທີ່ໄດ້ຮັບບາດເຈັບໃນເຫດການນັ້ນແມ່ນມີອາການ
ສາຫັດ.

ບັນດາເຈົ້າໜ້າທີ່ໄດ້ກ່າວວ່າ ຜູ້ເຄາະຮ້າຍ ແມ່ນແມ່ຍິງອາຍຸ 51 ປີຈາກພາກເໜືອຂອງ
ປະເທດ ເຢຍຣະມັນ ແລະ ຜູ້ຊາຍອາຍຸ 65 ປີ ຈາກເມືອງ Broken, ທີ່ຕັ້ງຢູ່ໃກ້ໆກັບ
ເມືອງ Muenster ນັ້ນ. ໄອຍະການ ມາຕິນ ບົດເຊັນຮາດ (Martin Botzenhardt)
ກ່າວວ່າ ຄົນຂັບລົດ ຄົງຈະແມ່ນຜູ້ຊາຍອາຍຸ 48 ປີຈາກນະຄອນ ມິວນິກ, ແຕ່ແນວໃດ
ກໍຕາມ, ເຂົາເຈົ້າກໍບໍ່ມີຂໍ້ມູນ ກ່ຽວກັບ ປະຫວັດ ທີ່ເປັນໄປໄດ້ ຂອງອາຊະຍາກອນດັ່ງ
ກ່າວ.

ບໍລິເວນທີ່ລົດໄດ້ຕຳເຂົ້າໃສ່ຝູງຄົນນັ້ນ ແມ່ນມີຊື່ສຽງສຳລັບຮ້ານຂາຍ ເຄື່ອງ ແລະ ຮ້ານ
ອາຫານທັງຫຼາຍ, ແລະ ການຢູ່ໃກ້ຄຽງຂອງມັນ ກັບໂບດແຫ່ງປະຫວັດສາດຂອງເມືອງ
ດັ່ງກ່າວ. ບໍລິເວນເປົ້າໝາຍປະກົດວ່າ ຈະເປັນບໍລິເວນບ່ອນນັ່ງດ້ານນອກ ຂອງຮ້ານ
ອາຫານທີ່ມີຊື່ສຽງ ບ່ອນທີ່ລູກຄ້າຈຳນວນຫຼາຍ ກຳລັງມີຄວາມເພີດເພີນກັບຕອນບ່າຍ
ຂອງລະດູບານໃໝ່ທີ່ອົບອຸ່ນນັ້ນ.

ເຈົ້າເມືອງ ມຸນສເຕີ (Muenster) ທ່ານ ມາຄັສ ເລວາ (Markus Lewe) ໄດ້ກ່າວຕໍ່
ບັນດານັກຂ່າວໃນວັນເສົາວານນີ້ວ່າ “ປະຊາຊົນເມືອງ ມຸນສເຕີ ໝົດທຸກຄົນຂໍໄວ້
ທຸກ ຍ້ອນສິ່ງທີ່ໂຫດຮ້າຍນີ້,” ຂໍສະແດງຄວາມເສົ້າສະຫຼົດໃຈ ຕໍ່ບັນດາຄອບຄົວຂອງ
ຜູ້ທີ່ໄດ້ເສຍຊີວິດ ແລະ ຂໍອະທິຖານໃຫ້ຜູ້ທີ່ໄດ້ຮັບບາດ ເຈັບນັ້ນ ມີອາການດີຂຶ້ນຢ່າງ
ວ່ອງໄວ. ທ່ານໄດ້ກ່າວວ່າ ແຮງຈູງໃຈສຳລັບການໂຈມຕີນັ້ນແມ່ນຍັງບໍ່ທັນຮູ້ເທື່ອ.

ໂຄສົກສຳລັບນາຍົກລັດຖະມົນຕີ ແອນເຈີລາ ເມີໂກລ (Angela Merkel) ໄດ້ເອີ້ນ
ລາຍງານຂອງເຫດການດັ່ງກ່າວນັ້ນວ່າເປັນ “ຂ່າວທີ່ໂຫດຮ້າຍ.” ທ່ານນາງ ເມີໂກລ
ໄດ້ເປີດເຜີຍຖະແຫຼງການສະບັບນຶ່ງວ່າ ເພິ່ນ “ຕົກໃຈຢ່າງແຮງ ໂດຍເຫດການທີ່ໂຫດ
ຮ້າຍແຮງນັ້ນ ໃນເມືອງ ມຸນສເຕີ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG