ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ເຢຍຣະມັນ ບຣາຊີລ ຊະນະຄູ່ຕໍ່ສູ້ ແລະມີສິດ ເຂົ້າໄປຫຼິ້ນ ໃນຮອບ 4 ທີມ (ວີດີໂອ)


ທິມເຢຣະມັນ ສະຫລອງໄຊຊະນະ ຫລັງຈາກເຕະບານ ເຂົ້າປະຕູ ຝຣັ່ງ 1 ຕໍ່ 0.
ທິມເຢຣະມັນ ສະຫລອງໄຊຊະນະ ຫລັງຈາກເຕະບານ ເຂົ້າປະຕູ ຝຣັ່ງ 1 ຕໍ່ 0.

ເຢຍຣະ​ມັນ ​ແລະ​ບຣາຊິ​ລ ​ໄດ້ກຳຈັດຄູ່​ແຂ່ງຂັນ​ຂອງ​ເຂົາ​ເຈົ້າໄປ
ແລ້ວ ຢູ່​ການ​ແຂ່ງຂັນ​ເຕະ​ບາ​ນ​ໂລ​ກ ຮອບ​ 8 ​ທິມ ​ໃນ​ວັນ​ສຸກ​ວານ​
ນີ້ ຊຶ່ງເປັນການຈັດຕຽມ ການຕໍ່ສູ້ກັນຢ່າງຍິ່ງໃຫຍ່ໃນຮອບ 4 ທີມ
ລະຫວ່າງອັນທີ່ຫລາຍໆ​ຄົນ​ເຊຶ່ອກັນ​ວ່າ​ ສອງທີມມະຫາອຳນາດ
ເຕະບານຂອງ​ໂລກນັ້ນ.

​ເຖິງ​ຢ່າງ​ໃດ​ກໍ​ດີ ບຣາຊິ​ລຈະລົງຫຼິ້ນໂດຍ​ປາດ​ສະ​ຈາກ​ດາຣາທີ່
ໃຫຍ່ສຸດຂອງຕົນ ຕະຫລອດ​ການ​ແຂ່ງຂັນ. ທ້າວ Neymar ຜູ້​ທີ່​
ສາມາດພັງປະຕູໄດ້ສີ່​ເທຶ່ອຢູ່​ໃນ​ການ​ແຂ່ງຂັນນັ້ນ ​ກະດູກ​ສັນ
ຫລັງຂອງລາວໄດ້​ຫັກ ​ເວລາ​ນັກ​ເຕະບານ​ໂຄ​ລອມ​ເບຍ ທ້າວ
Juan Zuniga ​ເອົາ​ເຂົ່າ​ຕຳ ທ້າວ Neymar ​ໃນ​ນາ​ທີ​ສຸດ​ທ້າຍ
ຂອງ ການແຂ່ງຂັນ ຊຶ່ງ​ບຣາຊິ​ລ ​ໄດ້ຊະນະໄປ 2 ປະຕູ​ຕໍ່ 1. ລາວ​ໄດ້​ຖືກ​

ຫາມ​ອອກ​ຈາກ​ເດີ່ນ​. ບາ​ດ​ເຈັບ​ຂອງທ້າວ Neymar ​ໄດ້​ເກີດ​ຂື້ນ ​ຫລັງຈາກທີ່ໄດ້​ທຳຄະ​ແນນ
ທັງ​ໝົດແລ້ວ.

During World Cup, Brazilian City Street is Celebration Zone
please wait

No media source currently available

0:00 0:02:00 0:00

ບຣາຊິ​ລ ທີ່​ໄດ້​ເປັນ​ແຊມ​ມາ​ແລ້ວ​ຫ້າ​ເທຶ່ອ ໄດ້ໃຊ້ການຍິງ​ປະ​ຕູ​ ​ໂດຍ​ຜູ້​ປ້ອງ​ກັນ​ສອງ​ຄົນ ທ້າວ
Thiago Silva ​ແລະ ທ້າວ David Luiz ​ເພຶ່ອ​ເອົາ​ຊະນະ Columbia ຢູ່​ທີ່​ເດີ່ນ Fortaleza.

ທ້າວ Silva ​ໄດ້​ເຮັດ​ຄະ​ແນນ​ໂດຍ​ການ​ໃຊ້​ຫົວ​ເຂົ່າ​ໃນ​ນາ​ທີທີ 7 ຫລັງ​ຈາກເຕະ​ລູກແຈ ໂດຍ
​ດາຣາຍິງປະຕູ Neymar. ທ້າວ Luiz ​ໄດ້​ເຕະ​ເຂົ້າປະຕູອີກເປັນ 2 ຕໍ່ 0 ​ໃນ​ນາ​ທີ ທີ 69 ​ໂດຍ
​ການ​ເຕະ​ລູກໂທດຢ່າງ​ງົດ​ງາມ​ ຊຶ່ງໝາກບານ​ໄດ້​ເຂົ້າໃກ້ໆທາງເທິງ​ຕາໜ່າງ​ປະຕູ.

ຢູ່​ໃນ​ນາທີ ທີ 80 ​ໂຄ​ລອມ​ເບຍ ​ສາມາດນຳມາຍັງເຫຼືອອີກນຶ່ງປະຕູ ເວລາທ້າວ James
Rodriguez ໄດ້​ເຮັດ​ຄະ​ແນນນຳໜ້າເປັນປະຕູທີ 6 ໃນ​ການ​ແຂ່ງຂັນ​ຂອງ​ລາວ ໂດຍ​ການ
​ເຕະ​ລູກໂທ​ດ.

​ໂຄ​ລອມ​ເບຍ ທີ່​ສະ​ເໝີ​ກັບ​ເນ​ເທີແລນ ໃນການພັງປະຕູໄດ້ຫລາຍ​ທີ່​ສຸດ​ໃນ​ການ ​ແຂ່ງຂັນ
​ເຕະບານ​ໂລກ ດ້ວຍ 12 ປະຕູນັ້ນ ​ໄດ້​ເຂົ້າຫຼິ້ນໃນ​ຮອບ​ 8 ​ທິມ​ເປັນ​ເທຶ່ອທຳ​ອິດ.

​ໃນ​ຮອບ​ແຂ່ງຂັນຄູ່​ທຳ​ອິດ​ຂອງວັນ​ສຸກວານນີ້ ​ເຢຍຣະ​ມັນ​ໄດ້​ຊະນະ​ຝຣັ່ງຊຶ່ງເປັນ ຄູ່ແຂ່ງໃນ​
ຢູ​ໂຣບ 1 ປະຕູຕໍ່ 0 ຢູ່​ທີ່​ເດີ່ນນະຄອນ Rio de Janeiro.

ຜູ້​ປ້ອງ​ກັນ​ເຢຍຣະ​ມັນ ທ້າວ Mats Hummels ເຮັດ​ຄະ​ແນນໄດ້ໃນນາທີທີ 13 ​ຊຶ່ງເປັນພຽງ​
ປະຕູ​ດຽວໃນ​ການ​ແຂ່ງຂັນຂອງ​ເຄິ່ງ​ເວລາ​ທຳ​ອິດ. ລາວ​ ໄດ້ກະ​ໂດດ​ຂ້າມຜູ້​ປ້ອງ​ກັນ ຝຣັ່ງ
ຈາກ​ການ​ເຕະ​ລູກໂທດ​ ໂດຍເອົາ​ຫົວ​ຕຳ​ໝາກບານເຂົ້າໄປ​ໃນຕະໜ່າງ​ປະຕູ.

ເຢຍຣະ​ມັນ ກຳລັງ​ຊອກ​ຫາຊ່ອງທາງທີ່ຈະຄວ້າເອົາຕຳແໜ່ງ​ແຊ້ມເຕະບານໂລກ ມາຄອງ
​ເປັນ​ເທຶ່ອທີ​ສີ່​.

WORLD CUP VO
please wait
Embed

No media source currently available

0:00 0:00:41 0:00

XS
SM
MD
LG