ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຢຍ​ຣ​ະ​ມັນ ກຽມການ​ຖືກ​ລົບ​ກວນການ​ເດີນ​ທາງ ເນື່ອງ​ຈາກ​ປະ​ທ້ວງ​ໃນມື້​ອື່ນ​ນີ້


ພວກ​ເຈົ້າ​ໜ້າ​ທີ່​​ຮັກ​ສາ​ຄວາມ​ປອດ​ໄພ ຢູ່​ສະ​ໜາມ​ບິນເມືອງ ໂກ​ໂລນ-ບອນ ​ເຕົ້​າ​ໂຮມ​ກັນ​ຢູ່ ສາຍ​ການ​ບິນ​ລູ​ຟ​ທັນ​ຊາ ເພື່ອ​ກົດ​ດັນ​ໃຫ້​ຂຶ້ນ​ຄ່າ​ແຮງ​ງານ ວັນ​ທີ 10 ມັງ​ກອນ 2019.
ພວກ​ເຈົ້າ​ໜ້າ​ທີ່​​ຮັກ​ສາ​ຄວາມ​ປອດ​ໄພ ຢູ່​ສະ​ໜາມ​ບິນເມືອງ ໂກ​ໂລນ-ບອນ ​ເຕົ້​າ​ໂຮມ​ກັນ​ຢູ່ ສາຍ​ການ​ບິນ​ລູ​ຟ​ທັນ​ຊາ ເພື່ອ​ກົດ​ດັນ​ໃຫ້​ຂຶ້ນ​ຄ່າ​ແຮງ​ງານ ວັນ​ທີ 10 ມັງ​ກອນ 2019.

ສະ​ໜາມ​ບິນທີ່ໃຫຍ່​ສຸດບາງຈຳ​ນວນ​ ແລະການ​ເດີນ​ທາງ​ຫຼາຍ​ທີ່​ສຸດ​ຂອງ​ ເຢຍ​ຣະ​ມັນ
ອາດ​ປະ​ເຊີນ​ໜ້າ​ກັ​ບ​ການນັດຢຸດ​ງານ​ ໂດຍ​ພວກ​ພະ​ນັກ​ງານ​ຮັກ​ສ​ຄ​ວາມ​ປອດ​ໄພ​ໃນ
​ວັນ​ອັງ​ຄານ​ມື້​ອື່ນ​ນີ້.

ສະ​ຫະ​ພັນ​ການ​ຄ້າ​ເຢຍ​ຣະ​ມັນເວີ​ຣ​ດີ ໃນ​ວັນ​ອາທິດ​ວານ​ມາ​ ໄດ້​ຂະ​ຫຍ​າ​ຍ​ການ​ຮຽກ
ຮ້ອງ​ຫຼາຍຂຶ້ນ​ຮວ​ມ​ທັງ​ສະ​ໜາມ​ບິນນະ​ຄອນ​ມິວ​ນິກ ແລະ​ຮຳ​ເບີ​ຮກ໌ ​ເພີ້ມ​ທັງ​ສະ​ໜາມ
​ບິນ​ໃຫຍ່​ສຸດຂອງ​ປະ​ເທດໃນ​ນະ​ຄອນ​ແຟ​ຣງ​ເຝີດ.

ການ​ຍ່າງ​ອອກຈາກວຽກ​ນຶ່ງ​ມື້​ຍັງ​ຄາດ​ວ່າ​ຈະ​ເກີດ​ຂຶ້ນ​ໃນ​ວັນ​ອັງ​ຄານ​ມື້​ອຶ່ນ​ນີ້ ​ຢູ່​ສະ​ໜາມ​
ບິນ​ນ້ອຍກວ່າທີ່ ແຮນ​ໂອ​ເວີ ບ​ຣີ​ແມນ ແລັບ​ຊິກ ຮາ​ລ​ເລ ແດ​ຣນ​ສ​ເດນ ແລະ​ເອີ​ເຝີດ.

ສະ​ຫ​ະ​ພັນດັ່ງກ່າວ​ກຳ​ລັງ​ຮຽ​ກຮ້ອງໃຫ້​ພະ​ນັກ​ງານ​ຮັກ​ສາ​ຄວາມ​ປອດ​ໄພ​ ໃຫ້ໄດ້​ຮັບ​ຄ່າ​
ຈ້າງ​ຢ່າງ​ນ້ອຍ 23 ໂດ​ລາ 10 ເຊັນ ຕໍ່​ຊົ່ວ​ໂມ​ງ. ບັນ​ດາ​ບໍ​ລິ​ສັດ​ຮັກ​ສ​າ​

ຄ​ວາມ​ປອດ​ໄພ​ກ່າວ​ວ່າ ຈຳ​ນວນນ​ດັ່ງ​ກ່າວ​ຈະ​ຈຳ​ກັດ​ການ​ຂຶ້ນ 30 ເປີ​ເຊັນ ໃນບາງ
​ກໍ​ລະ​ນີ​.

ອາ​ທິດ​ແລ້ວ​ນີ້ ການ​ປະ​ທ້ວງ​ຂອງ​ພວກ​ພະ​ນັກ​ງານ​ຮັກ​ສາ​ຄວາມ​ປອ​ດ​ໄພ ໄດ້​ບັງ​ຄັບ​
ໃຫ້​ມີ​ການລົບ​ລ້າງ​ຫຼາຍກວ່າ 640 ຖ້ຽວ​ບິນ​ຢູ່​ສະ​ໜາມ​ບິນ​ດູ​ແອັ​ສ​ເຊີ​ລ​ດອ​ຣຟໂກ​ໂລຍ
ແລະ​ສະ​ຕຸບ​ກາ​ຣ​ຕ໌.

ລູ​ຟ​ທັນ​ຊາ ແມ່ນ​ສາຍ​ການ​ບິນ​ທີ່​ໃຫຍ່​ສຸດ​ຂອງ​ປະ​ເທດ ​ກ່າວ​ວ່າຕົນ​ຄາດວ່າ​ຈະເປັນ​
ຜົນ​ກະ​ທົບ “ຄັ້ງໃຫຍ່”

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG