ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ຕ້ອງສົງໄສ ວາງລະເບີດໃນ ເຢຍລະມັນ ຂ້າໂຕຕາຍໃນຄຸກ


ລົດຕຳຫຼວດຄັນໜຶ່ງເດີນທາງອອກຈາກສານເມືອງໃນເມືອງ Dresden, ພາກຕາເວັນອອກຂອງ ເຢຍລະມັນ. 10 ຕຸລາ, 2016, ຫຼັງຈາກທ້າວ Jaber Albakr ໄດ້ຖືກຈັບກຸມໃນເມືອງ Leipzig.
ລົດຕຳຫຼວດຄັນໜຶ່ງເດີນທາງອອກຈາກສານເມືອງໃນເມືອງ Dresden, ພາກຕາເວັນອອກຂອງ ເຢຍລະມັນ. 10 ຕຸລາ, 2016, ຫຼັງຈາກທ້າວ Jaber Albakr ໄດ້ຖືກຈັບກຸມໃນເມືອງ Leipzig.

ບັນດາເຈົ້າໜ້າທີ່ ເຢຍລະມັນ ກ່າວວ່າ ຜູ້ຊາຍຊາວ ຊີເຣຍ ທີ່ຖືກຈັບກຸມຍ້ອນຂໍ້ກ່າວຫາວ່າ ວາງແຜນໂຈມຕີວາງລະເບີດນັ້ນ ໄດ້ຂ້າໂຕເອງຕາຍໃນສູນກັກຂັງໃນເມືອງ Leipzig ແລ້ວ.

ກະຊວງຍຸຕິທຳຂອງລັດ Saxony ກ່າວວ່າ ທ້າວ Jaber Albakr ອາຍຸ 22 ປີໄດ້ຂ້າໂຕ ຕາຍໃນຕອນຄ່ຳຂອງວັນພຸດວານນີ້. ການລາຍງານທີ່ບໍ່ໄດ້ຖືກຢືນຢັນສະບັບໜຶ່ງໄດ້ກ່າວ ວ່າ ທ້າວ Albakr ໄດ້ແຂວນຄໍຕົນເອງຕາຍ. ຂໍ້ມູນເພີ່ມເຕີມແມ່ນຄາດວ່າຈະຖືກປະກາດ ໃນວັນພະຫັດມື້ນີ້.

ບັນດາເຈົ້າໜ້າທີ່ກ່າວວ່າ ທ້າວ Albakr ຜູ້ທີ່ໄດ້ເດີນທາງຮອດປະເທດ ເຢຍລະມັນ ໃນປີ ກາຍນີ້, ແມ່ນເກືອບຈະສາມາດດຳເນີນການໂຈມຕີທີ່ທຽບເທົ່າກັບຜູ້ທີ່ຖືກຂ້າຕາຍໃນນະ ຄອນຫຼວງ ປາຣີ 130 ຄົນເມື່ອ 11 ເດືອນທີ່ຜ່ານມາ ແລະ 32 ຄົນໃນປະເທດ ແບລຈຽມ ໃນເດືອນມີນາປີນີ້.

ບັນດາເຈົ້າໜ້າທີ່ ເຢຍລະມັນ ກ່າວວ່າ ພວກເຂົາເຈົ້າເຊື່ອວ່າລາວເຊື່ອມໂຍງກັບກຸ່ມລັດ ອິສລາມ ແລະ ຄິດວ່າໄດ້ວາງແຜນທີ່ຈະທຳການໂຈມຕີສະໜາມບິນນະຄອນຫຼວງ ເບີລິນ, ເຊິ່ງອາດເປັນໄປໄດ້ວ່າຈະເກີດຂຶ້ນໃນສັບປະດານີ້.

ການຂ້າຕົວຕາຍແນ່ນອນແມ່ນຈະເພີ່ມຄວາມກົດດັນ ໃສ່ບັນດາເຈົ້າໜ້າທີ່ໃນລັດ Saxony, ຜູ້ທີ່ໄດ້ຖືກກ່າວວິຈານວ່າອະນຸຍາດໃຫ້ທ້າວ Albakr ຫຼຸດໄປໄດ້ຈາກເອື້ອມມື ຂອງພວກເຂົາເຈົ້າໃນວັນເສົາທີ່ຜ່ານມາ ໃນຂະນະທີ່ພວກເຂົາເຈົ້າໄດ້ກຽມພ້ອມທີ່ຈະຈູ່ ໂຈມອາຄານຫ້ອງແຖວແຫ່ງໜຶ່ງບ່ອນທີ່ລາວເຄີຍໄດ້ໄປອາໄສຢູ່ໃນເມືອງ Chemnitz.

ທ້າວ Albakr, ຜູ້ທີ່ໄດ້ຖືກຄວບຄຸມດູແລໂດຍບັນດາເຈົ້າໜ້າທີ່ສືບລັບພາຍໃນຂອງ ເຢຍ ລະມັນ ນັບຕັ້ງແຕ່ເດືອນທີ່ຜ່ານມາ, ໄດ້ຖືກພົບເຫັນວ່າ ໄດ້ຍ້າຍອອກຈາກຕຶກອາພາດ ເມັ້ນດັ່ງກ່າວ. ບັນດາເຈົ້າໜ້າທີ່ໄດ້ຍິງປືນເຕືອນລູກໜຶ່ງແຕ່ບໍ່ໄດ້ໄລ່ຕາມລາວ, ເຮັດໃຫ້ ລາວໜີອອກຈາກເມືອງໄດ້. ຢູ່ພາຍໃນອາພາດເມັ້ນນັ້ນ ພວກເຂົາເຈົ້າຄົ້ນພົບລະເບີດທີ່ ມີຄວາມແຮງສູງຫຼາຍລູກ ແລະ ເສື້ອກັນລະເບີດຜະລິດຂຶ້ນເອງ.

ລາວຖືກຈັບໄດ້ໃນວັນຈັນທີ່ຜ່ານມາ ຫຼັງຈາກໄດ້ຂໍຄວາມຊ່ວຍເຫຼືອຈາກເພື່ອນອົບພະຍົບ ຊີເຣຍ ຂອງລາວ. ພວກເຂົາເຈົ້າຈື່ລາວໄດ້ຈາກພາບຕ້ອງການຕົວ, ແລະຈັບລາວມັດຕົວ ໄວ້ໃນອາພາດເມັ້ນຂອງພວກເຂົາເຈົ້າໃນເມືອງ Leipzig ແລ້ວ ໄດ້ແຈ້ງໃຫ້ຕຳຫຼວດຊາບ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG