ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອະດີດ ປະທານ ເຂດຄາຕາໂລເນຍ ທ່ານ ປຸຍເດີມົງ ຖືກຈັບກຸມ ຢູ່ ເຢຍຣະມັນ


ຜູ້ນຳການແບ່ງແຍກດິນແດນ ຊາວຄາຕາໂລເນຍ ທ່ານ ຄາລສ໌ ປຸຍເດີມົງ (Carles Puigdemont)ທີ່ເປັນຜູ້ຮ້າຍ ຫລົບໜີການຈັບກຸມ ກ່າວຖະແຫລງຕໍ່ສື່ມວນຊົນ ໃນນະຄອນຫຼວງ ບຣັສໂຊລ ຂອງແບລຈ້ຽມ, ວັນທີ 24 ມັງກອນ 2018.
ຜູ້ນຳການແບ່ງແຍກດິນແດນ ຊາວຄາຕາໂລເນຍ ທ່ານ ຄາລສ໌ ປຸຍເດີມົງ (Carles Puigdemont)ທີ່ເປັນຜູ້ຮ້າຍ ຫລົບໜີການຈັບກຸມ ກ່າວຖະແຫລງຕໍ່ສື່ມວນຊົນ ໃນນະຄອນຫຼວງ ບຣັສໂຊລ ຂອງແບລຈ້ຽມ, ວັນທີ 24 ມັງກອນ 2018.

ພວກເດີນຂະບວນ ສະໜັບສະໜູນການແບ່ງແຍກດິນແດນ ໄດ້ປະທະ
ກັບຕຳຫຼວດປາບຈະລາຈົນ ໃນນະຄອນບາເຊໂລນາ ຂອງສະເປນ ໃນລະ
ຫວ່າງ ການປະທ້ວງຕໍ່ຕ້ານ ການຈັບກຸມອະດີດປະທານ ເຂດຄາຕາໂລເນຍ
ທ່ານ ຄາລສ໌ ປຸຍເດີມົງ (Carles Puigdemont) ເມື່ອວັນອາທິດວານນີ້.

ຕຳຫຼວດ ໄດ້ໃຊ້ໄມ້ຄ້ອນປາບຈະລາຈົນ ຍຸຕິພວກປະທ້ວງບໍ່ໃຫ້ເດີນຂະບວນ
ເຂົ້າໄປໃນສຳນັກງານລັດຖະບານຂອງສະເປນ. ພວກເດີນຂະບວນຈຳນວນ
ນຶ່ງ ໄດ້ໂຍນຂີ້ເຫຍື້ອ ແລະສິ່ງຂອງຕ່າງໆ ເຂົ້າໃສ່ພວກເຈົ້າໜ້າທີ່ຕຳຫຼວດ.
ຢ່າງໜ້ອຍ 50 ຄົນໄດ້ຮັບບາດເຈັບ.

ຫຼາຍພັນຄົນ ໄດ້ລົງສູ່ຖະໜົນສາຍຕ່າງໆ ໃນເມືອງເອກຂອງຄາຕາໂລເນຍ
ເພື່ອສະໜັບສະໜູນ ປະທານເຂດປົກຄອງທີ່ຖືກໂຄ່ນລົ້ມ ແລະ ເປັນຫົວ
ໜ້າແກນນຳ ການແບ່ງແຍກດິນແດນ ທີ່ໄດ້ຖືກຄວບຄຸມໂຕ ຍ້ອນມີ
ໝາຍຈັບ ສາກົນທີ່ອອກຢູ່ ໃນປະເທດເຢຍຣະມັນ ເມື່ອວັນອາທິດວານນີ້
ຊຶ່ງທ່ານໄດ້ຂ້າມຊາຍແດນ ມາຈາກປະເທດເດັນມາກ ເມື່ອບໍ່ດົນປານໃດ.

ຄາດກັນວ່າ ທ່ານ ປຸຍເດີມົງ ຈະໄປປາກົດໂຕ ຢູ່ທີ່ສານໃນເມືອງສເລສວິກ
(Schleswig) ຂອງເຢຍຣະມັນ ໃນວັນຈັນມື້ນີ້ ໃນຂະນະດຽວກັນ ບັນດາ
ໄອຍະການ ເຢຍຣະມັນ ກຳລັງພິຈາລະນາ ການຮ້ອງຂໍ ໃຫ້ສົ່ງຜູ້ຮ້າຍຂ້າມ
ແດນ ຂອງສະເປນ ຢູ່ນັ້ນ.

ທາງການສະເປນ ຕ້ອງການໂຕທ່ານປຸຍເດີມົງ ໃນຂໍ້ຫາທໍລະຍົດຕໍ່ປະເທດ
ຊາດ ແລະປຸກລະດົມ ໃຫ້ເກີດຄວາມຮຸນແຮງ. ທ່ານໄດ້ຫລົບໜີ ອອກຈາກ
ສະເປນ ໄປຍັງແບລຈ້ຽມ ໃນເດືອນຕຸລາ ປີກາຍນີ້.

ທ່ານໄດ້ຂັດຂືນຕໍ່ຄຳເຕືອນ ຂອງລັດຖະບານກາງສະເປນ ໃນນະຄອນ
ມາດຣິດ ແລະ ໄດ້ຈັດໃຫ້ມີການລົງປະຊາມະຕິ ເພື່ອໃຫ້ຊາວຄາຕາໂລເນຍ
ແຍກໂຕອອກຈາກສະເປນ.

ສະພາ ຄາຕາໂລເນຍ ໄດ້ປະກາດເອກກະລາດ ທີ່ໄດ້ນຳໄປສູ່ການປາບປາມ
ຢ່າງຮ້າຍແຮງ ໂດຍຕຳຫຼວດ ແລະກໍ່ໃຫ້ເກີດການເຂົ້າຄວບຄຸມ ລັດຖະບານ
ຄາຕາໂລເນຍ ໂດຍມາດຣິດ.

ບັນດາສະມາຊິກສະພາ ທີ່ໃຫ້ການສະໜັບສະໜູນການເປັນເອກກະລາດ
ກໍໄດ້ຊະນະການເລືອກຕັ້ງສະພາ ເມື່ອເດືອນທັນວາ ປີກາຍນີ້ ທີ່ໄດ້ຮັບ
ສຽງສ່ວນຫຼາຍ ໂດຍກຳສຽງສ່ວນຫຼາຍພຽງໜ້ອຍດຽວເທົ່ານັ້ນ ໃນຄາຕາ
ໂລເນຍ. ແຕ່ສະພາດັ່ງກ່າວ ບໍ່ສາມາດແຕ່ງຕັ້ງປະທານເຂດຄົນໃໝ່ໄດ້
ແລະ ເຮັດໃຫ້ອະ ນາຄົດຂອງການເປັນເອກກະລາດ ນັ້ນ ມືດມົນ.

ທ່ານ ປຸຍເດີມົງ ໄດ້ຮຽກຮ້ອງໃຫ້ ສະພາຄາຕາໂລເນຍ ເລືອກເອົາ ທ່ານ
ຈໍດີ ແຊນເຈັສ (Jordi Sanchez) ພັນທະມິດທີ່ສະໜັບສະໜູນການເປັນ
ເອກກະລາດ ໃຫ້ເປັນປະທານ ຂອງຂົງເຂດ ຄົນໃໝ່.

Spain Catalonia Arrest
please wait

No media source currently available

0:00 0:00:51 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG