ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໝໍ ເຢຍຣະມັນ ແລະ ສຫລ ຈະກວດ ທ່ານ ຫລິວ ສ່ຽວໂບ້


ທ່ານຫລິວ ສຽ່ວໂບ້ ໃຫ້ສຳພາດ ຢູ່ປັກກິ່ງ ເມື່ອວັນທີ 6 ມັງກອນ ປີ 2008.
ທ່ານຫລິວ ສຽ່ວໂບ້ ໃຫ້ສຳພາດ ຢູ່ປັກກິ່ງ ເມື່ອວັນທີ 6 ມັງກອນ ປີ 2008.

ສະຫະລັດພວມ​ຈັດ​ແຈງ ທີ່​ຈະ​ສົ່ງ​ທ່ານໝໍ​ອາ​ເມຣິ​ກັນ​ຄົນ​ນຶ່ງ ​ໄປ​ປະ​ເທດ​ຈີນ​ເພື່ອກວດ​
ເບິ່ງ​ທ່ານ ຫລິວ ສ່ຽວ​ໂບ້ ນັກ​ຄັດຄ້ານ​ລັດຖະບານ​ທີ່​ພວມ​ລົ້ມປ່ວຍ ຜູ້ທີ່ໄດ້ຮັບ​ລາງວັນ​
ໂນ​ແບ​ລ ຂະ​ແໜງ​ສັນຕິພາບ​ໃນ​ປີ 2010 ​ເວລາ​ທ່ານ​ຖືກ​ຄຸກ ຍ້ອນ “ການ​ຕໍ່ສູ້​ມາ​ເປັນ​
ເວລາ​ດົນ​ນານ​ແລະ​ບໍ່​ໃຊ້​ຄວາມ​ຮຸນ​ແຮງຂອງ​ທ່ານເພື່ອ​ສິດທິ​ພື້ນຖານ​ຂອງ​ມະນຸດ​ໃນ​
ປະ​ເທດ​ຈີນ.

ທ່ານ​ນາງ Anna Richey-Allen ​ໂຄສົກ​ ຂອງ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ​ຮັບຜິດຊອບ​ກ່ຽວ​ກັບ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ ກ່າວ​ວ່າ “ກະຊວງ​ການຕ່າງປະ​ເທດ​ກຳລັງອຳນວຍ ​ຄວາມ​ສະດວກ ສຳລັບ​ການ​ເດີນທາງ ​ຂອງ ນັກ​ຊ່ຽວຊານ ດ້ານ​ການ​
ແພດ​ຂອງ​ອາ​ເມຣິກັນ​ທ່ານ​ນຶ່ງໄປ​ປະ​ເທດ​ຈີນ. ພວກ​ເຮົາ​ໄດ້​ຮ້ອງ​ຂໍ​ໃຫ້ຈີນອະນຸຍາດ​
ໃຫ້​ພວກ​ທ່ານໝໍ​ເຫຼົ່ານີ້ ພົບ​ກັບ​ທ່ານ​ຫລິວ ​ໂດຍ​ປາສະຈາກ​ອຸບປະສັກ​ໃດໆ.”

ທ່ານ​ຫລິວ ອາຍຸ 61 ປີ ​ໄດ້​ຖືກ​ຕັດສິນ​ໂທດ​ຈຳ​ຄຸກ 11 ປີ ​ໃນ​ປີ 2009 ຍ້ອນ “ຍຸຍົງ​ໃຫ້
​ມີ​ການ​ໂຄ່ນ​ລົ້ມອຳນາດ​ຂອງ​ລັດ” ຫຼັງ​ຈາກ​ທ່ານ​ໄດ້​ຊ່ອຍ​ຂຽນ ໜັງສືຮ້ອງ​ຮຽນ ທີ່​ຮູ້​ກັນ
​ໃນ​ນາມ​ກົດ​ບັດ 08​ ທີ່​ຮຽກຮ້ອງ​ໃຫ້​ ມີ​ການ​ປະຕິ​ຮູບ ​ປະຊາທິປະ​ໄຕ​ຢູ່​ໃນ​ປະ​ເທດ​ຈີນ.
ທ່ານ​ໄດ້​ຖືກ​ປ່ອຍ ຍ້ອນ​ເຫດຜົນທາງດ້ານ​ການ​ແພດ​ ​ເມື່ອທ້າຍ​ເດືອນມິຖຸນາ ເພື່ອໄປ
​ເຂົ້າ​ໂຮງໝໍ​ແຫ່ງ​ນຶ່ງທີ່​ເມືອງ​ເຊັນ​ຢາງໃນ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຈີນ ​ເພື່ອ​ຮັບ
​ການ​ປິ່ນປົວ​ໂຣກມະ​ເຮັງ​ຕັບ​ຂັ້ນສຸດ​ທ້າຍ.

ທ່ານ​ຫລິວ ​ໄດ້​ຮັບ​ການ​ປິ່ນປົວ ທີ່​ໂຮງໝໍ​ Teaching Hospital ໝາຍ​ເລກ​ນຶ່ງ ຂອງ​
ມະຫາວິທະຍາ​ໄລການ​ແພດ​ຈີນ ບ່ອນ​ທີ່​ຫ້ອງ​ນຶ່ງ ຢູ່​ຊັ້ນ​ 23 ຂອງ​ໂຮງໝໍ ຊຶ່ງ​ຕາມ​ປົກ
ກະຕິ​ແລ້ວ​ແມ່ນ​ຈອງ​ໄວ້​ສຳລັບ​ພວກ​ເຈົ້າໜ້າ​ທີ່​ສຳຄັນ​ລະດັບ​ສູງ​ເທົ່າ​ນັ້ນ.

​ໃນ​ຕອນ​ແລງ​ຂອງ​ວັນ​ສຸກ​ວານ​ນີ້ ທາງ​ໂຮງໝໍ​ກ່າວ​ວ່າ ການ​ກິນ​ອາຫານ​ຂອງ​ທ່ານ​ຫຼິວ
ແມ່ນ​ບໍ່​ຄ່ອຍ​ດີ​ປານ​ໃດແລະ​ຂອງ​ແຫຼວທີ່​ກໍ່​ຕົວ​ຂຶ້ນຢູ່​ໃນ​ທ້ອງ​ຂອງທ່ານ​ນັ້ນ ​ໄດ້​ຖືກ​ດູດ​
ອອກ.

​ແຫ​ລ່ງຂ່າວ ​ທີ່​ກະຊວງການ​ຕ່າງປະ​ເທດ​ເຢຍຣະມັນ ​ແຈ້ງ​ໃຫ້ ​ອົງການ​ຂ່າວ​ຣອຍ​ເຕີ້
ຊາບ​ວ່າ ນັກ​ຊ່ຽວຊ້ານດ້ານ​ມະ​ເຮັງ​ຂອງ​ເຢຍຣະມັນ​ທ່ານ​ນຶ່ງແມ່ນ​ຢູ່​ທີ່​ໂຮງໝໍ​ທີ່​ທ່ານ​
ຫລິວ​ພວມ​ຮັບ​ການ​ປິ່ນປົວ​ຢູ່​ນັ້ນ.

​ແຫ​ລ່ງຂ່າວ​ຂອງ​ເຢຍຣະມັນ​ ແຈ້ງວ່າ “ພວກ​ເຮົາ​ໄດ້​ຮັບ​ຂ່າວ​ ກ່ຽວ​ກັບ​ອາການ ​ຂອງ
ທ່ານ​ຫລິກຊຸດ​ໂຊມ​ລົງ​ຢ່າງ​ໄວວາ. ພວກ​ເຮົາ​ມີ​ຄວາມ​ກັງວົນ​ກ່ຽວ​ກັບ​ເລື່ອງນັ້ນ.”

ອ່ານຂ່າວນີ້ຕື່ມເປັນອາສາອັງກິດ

XS
SM
MD
LG