ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

19 ຄົນຕາຍໃນເຫດການ ແຕກຕື່ນຢຽບກັນທີ່ເຢຍລະມັນ


ຕຳຫລວດເຢຍລະມັນກ່າວວ່າ ຈຳນວນຄົນຕາຍຍ້ອນການ ແຕກຕື່ນທີ່ງານສະແດງດົນຕີໃນວັນເສົາວານນີ້ ໄດ້ເພີ່ມສູງ ຂື້ນເປັນ 19 ຄົນ ແລະບາດເຈັບ ອີກຢ່າງໜ້ອຍ 340 ຄົນ. ລາຍງານກ່ອນໜ້ານີ້ເວົ້າວ່າມີ 18 ຄົນເສຍຊີວິດແລະ ບາດເຈັບອີກຫລາຍສິບຄົນ.

ເຫດເສົ້າສະຫລົດໃຈທີ່ວ່ານີ້ເກີດຂື້ນທີ່ເມືອງ Duisburg ທີ່ຕັ້ງຢູ່ບໍ່ໄກຈາກເມືອງ Duesseldorf ເວລາຝຸງຊົນພາກັນ ໄປອັ່ງອໍກັນຢ່າງໜາແໜ້ນ ໄກ້ອຸໂມງແຫ່ງນຶ່ງ ທີ່ເນ່ງໄປຫາ ງານສະແດງດົນຕີ Love Parade.

ການອັດແອແຫຍ້ກັນໄປມາໄດ້ເຮັດໃຫ້ຜູ້ຄົນເກີດຄວາມຕື່ນຕົກໃຈ ກໍ່ໃຫ້ເກີດການຟ້າວຟັ່ງ ແລ່ນໜີແລະຢຽບກັນຕາຍ ຊຶ່ງພວກເສຍຊີວິດສ່ວນຫລາຍ ແມ່ນພວກທີ່ລົ້ມແລ້ວຖືກຢຽບ ຈົນເຖິງແກ່ຄວາມຕາຍ. ເວລານີ້ ຕຳຫລວດ ເຢຍລະມັນກໍາລັງພະຍາຍາມສືບສວນເຖິງ ຕົ້ນເຫດທີ່ແທ້ຈິງຂອງເຫດ ການນີ້ຢູ່.

ພວກຈັດງານສະແດງດົນຕີ ໄດ້ປ່ອຍໃຫ້ງານສະແດງດົນຕີປະເພດ Techno ດັ່ງກ່າວ ໃຫ້ ສະແດງ ຕໍ່ໄປເລື້ອຍໆ ເພາະຢ້ານວ່າຈະສ້າງຄວາມຕື່ນຕົກໃຈ ແລະເກີດເຫດຮ້າຍແຮງ ຂື້ນອີກໃນພວກຄົນຫລາຍແສນຄົນທີ່ພາກັນໄປເບິ່ງງານສະແດງດົນຕີຄັ້ງນີ້ ຊຶ່ງສ່ວນໃຫຍ່ ກໍໄດ້ພາກັນມ່ວນຊື່ນສະໜຸກສະໜານ ໂດຍທີ່ບໍ່ຮູ້ເລື່ອງເລີຍວ່າໄດ້ເກີດການຢຽບກັນຕາຍ.

XS
SM
MD
LG