ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງ​ການຄຸ້ມ​ຄອງລະ​ບຽບ​ ເຢຍ​ຣະ​ມັນ ອະ​ນຸ​ມັດ ການ​ສ້າງ​ອຸ​ໂມງ ເຊື່ອມ​ຕໍ່​ ເຢຍ​ຣະ​ມັນ ແລະ​ເດັນ​ມາກ


ເຢຍ​ຣະ​ມັນ​ ໃຫ້​ການ​ອະ​ນຸ​ມັດ ຕໍ່​ການ​ສ້າງ​ອຸ​ໂມງ​ໃຕ້​ນ້ຳ ຊຶ່ງ​ຈະ​ຕັດ ການ​ເດີນ​ທາງລົງ ລະ​ຫວ່າງເມືອງ​ແຮມ​ເບີກ ຂອງ​ເຢຍ​ຣະ​ມັນ ໄປ​ຫາ​ເກາະ​ໂລ​ລ​ແລນ ຂອງ​ເ​ດັນ​ມາກ.
ເຢຍ​ຣະ​ມັນ​ ໃຫ້​ການ​ອະ​ນຸ​ມັດ ຕໍ່​ການ​ສ້າງ​ອຸ​ໂມງ​ໃຕ້​ນ້ຳ ຊຶ່ງ​ຈະ​ຕັດ ການ​ເດີນ​ທາງລົງ ລະ​ຫວ່າງເມືອງ​ແຮມ​ເບີກ ຂອງ​ເຢຍ​ຣະ​ມັນ ໄປ​ຫາ​ເກາະ​ໂລ​ລ​ແລນ ຂອງ​ເ​ດັນ​ມາກ.

ອົງ​ການ​ຄຸ້ມ​ຄອງ​ກົດ​ລະ​ບຽບ​ຂອງ​ເຢຍ​ຣະ​ມັນ ໄດ້​ໃຫ້​ການ​ອະ​ນຸ​ມັດ​ຕໍ່​ແຜນ​ການ ​ທີ່​ຈະ​ສ້າງ​ອຸໂມງລອດນ້ຳ ມູນ​ຄ່າ 8 ຕື້​ໂດ​ລາ ເພື່ອ​ເຊື່ອມ​ຕໍ່​ ປະ​ເທດ​ເດັນ​ມາກ​ແລະ​ເຢ​ຍ​ຣະ​ມັນ.

ເຈົ້າ​ໜ້າ​ທີ່​ຢູ່​ລັດ ສ​ເລັ​ສວິກ-ໂຮ​ລ໌​ສ​ໄຕ​ນ໌ (Schleswig-Holstein) ຊຶ່ງ​ເປັນ​ລັດ​ເໜືອ​ສຸດ​ຂອງ​ເຢຍ​ຣະ​ມັນ ໄດ້​ໃຫ້​ການ​ອະ​ນຸ​ມັດ​ຕໍ່​ແຜນ​ການ​ດັ່ງ​ກ່າວ ໃນ​ວັນ​ສຸກວານນີ້ ​ໂດຍຮຽກ​ຮ້ອງ​ໃຫ້​ມີ​ການ​ສ້າງ​ອຸ​ໂມງ ທີ່​ມີ​ທັງ​ທ​າງ​ລົດ​ໄຟ​ແລະ​ຖະ​ໜົນ​ທີ່ຍາວ 19 ກິ​ໂລ​ແມັດ ເພື່ອ​ເຊື່ອມ​ຕໍ່​ເກາະ​ໂລ​ລ​ແລນ​ຂອງ​ເດັກ​ມາກ ໃສ່​ເກາະ​ເຟີ​ມານ​ຂອງ​ເຢຍ​ຣະ​ມັນ.

ໂຄງ​ການ​ດັ່ງ​ກ່າວ​ຈະ​ສ້າງ​ໂດຍ​ບໍ​ລິ​ສັດ​ລັດ​ວິ​ສາ​ຫະ​ກິດ ເຟີ​ເມີນ ເອ​ແອັ​ສ ຂອງເດັນ​ມາກ ຊຶ່ງ​ຮວມ​ທັງ​ທາ​ງ​ລົດ​ທີ່​ມີ 4 ເລນ ແລະ​ທາງ​ລົດ​ໄຟ 2 ລາງ ແລະໂຄງ​ການນີ້ ສ່ວນ​ນຶ່ງ​ແລ້ວ​ແມ່ນ​ໄດ້​ຮັບ​ທຶນ​ຈາກ​ສະ​ຫະ​ພາບ​ຢູ​ໂຣບ.

ບໍ​ລິ​ສັດ ເຟີ​ເມີນ ເອ​ແອັ​ສ ມີ​ເວ​ລາ 14 ມື້ ທີ່​ຈະ​ທົບ​ທວນ​ເບິ່ງ​ການ​ອະ​ນຸ​ມັດ​ຂອງ​ພະ​ແນກ​ຂົນ​ສົ່ງ ລັດ ສ​ເລັ​ສວິກ-ໂຮ​ລ໌​ສ​ໄຕ​ນ໌ ກ່ອນ​ຈະ​ເຊັນ​ຮັບ​ຮ​ອງ​ເອົາ.

ຜູ້​ອຳ​ນວຍ​ໂຄງ​ການ​ຂອງ​ບໍ​ລິ​ສັດ ທ່ານ​ຄ​ລາວ​ສ໌ ໄດ​ນີ​ເຊັນ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ ເງື່ອນ​ໄຂ​ດ້ານ​ສິ່ງ​ແວດ​ລ້ອມ​ທີ່​ເຮັດ​ໃຫ້​ໂຄງ​ການ​ດັ່ງ​ກ່າວ​ມີ​ການ​ຊັກ​ຊ້າ ນັບ​ແຕ່​ໄດ້​ລິ​ເລີ້ມ​ມາ​ເມື່ອ 5 ປີ​ກ່ອນນັ້ນ ບັດ​ນີ້ໄດ້​ບັນ​ລຸ​ຕາມເປົ້າ ​ໝາຍ​ແລ້ວ.

ຄຳ​ຮ້ອງ​ຂໍ​ສ້າງ​ອຸ​ໂມງນີ້ ໄດ້​ຍື່ນ​ເປັນ​ເທື່ອ​ທຳ​ອິດ​ໃນ​ປີ 2013 ແລະ​ຖືກ​ສົ່ງ​ໄປ​ຍັງ​ບໍ​ລິ​ສັດ​ທີ່​ປຶກ​ສາ​ຢູ່​ເຢຍ​ຣະ​ມັນ 2 ເທື່ອ.

ການ​ກໍ່​ສ້າງ​ສ່ວນ​ໃຫຍ່​ຈະ​ມີ​ຂຶ້ນ​ຢູ່​ທີ່​ບໍ​ລິ​ສັດທີ່​ເມືອງ​ຣັອດ​ບີ​ຣາ​ເວິນ ຂອງ​ເດັນ​ມາກ.

ທາງ​ລົດ​ໄຟ​ແລະ​ຖະ​ໜົນ​ທີ່​ເຊື່ອມ​ຕໍ່​ນັ້ນ ຈະ​ສະ​ໜອງ​ທາງ​ດ່ວນ​ລະ​ຫວ່າງ​ໂຄ​ເປັນເຮ​ເກັນ​ແລະ​ແຮມ​ເບີກ. ເປັນ​ທີ່​ຄາດ​ກັນ​ວ່​າ ທາງ​ດັ່ງ​ກ່າວ​ ຈະ​ຕັດ​ການ​ເດີນ​ທາງດ້ວຍ​ລົດ​ໄຟ ລະ​ຫວ່າງ​ເມືອງ​ທັງ​ສອງ​ ຊຶ່ງ​ໃນ​ປັດ​ຈຸ​ບັນ​ນີ້​ໃຊ້​ເວ​ລາ​ເກືອບ 5 ຊົ່ວ​ ໂມງນັ້ນ ລົງ​ເຫຼືອ​ຢູ່​ພຽງ 2 ຊົ່ວ​ໂມງກວ່າໆ​ໜ້ອຍ​ນຶ່ງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG