ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ການເຈລະຈາ ຈັດຕັ້ງ ລັດຖະບານປະສົມ ຊຸດໃໝ່ ບໍ່ປະສົບຜົນສຳເລັດ

ທ່ານນາງ Angela Merkel, ຜູ້ນຳຂອງພັກປະຊາທິປະໄຕ ເພື່ອຄວາມປອງດອງຊາດຂອງຄຣິສຕຽນ ຫຼື (CDU), ເດີນທາງໄປຮອດ ຫ້ອງການສະພາແຫ່ງຊາດ ເຢຣະມັນ ກ່ອນໜ້າການເລີ່ມຕົ້ນ ການເຈລະຈາເພື່ອຄົ້ນຄວ້າເບິ່ງ ການຈັດຕັ້ງລັດຖະບານປະຊສົມຊຸດໃໝ່ ໃນນະຄອນເບີລິນ ຂອງເຢຍຣະມັນ, ວັນທີ 10 ພະຈິກ 2017.

ນາຍົກລັດຖະມົນຕີ Angela Merkel ກ່າວວ່າ ທ່ານນາງຈະປຶກສາກັບປະທານາທິບໍດີ
Frank-Walter Steinmeier ໃນວັນຈັນມື້ນີ້ ຫຼັງຈາກທີ່ ການເຈລະຈາກັນ ເພື່ອຈັດຕັ້ງ
ລັດຖະບານປະສົມ ມາໄດ້ຫຼາຍສັບປະດາແລ້ວນັ້ນ ບໍ່ປະສົບຜົນສຳເລັດ ໂດຍທີ່ຄູ່ຮ່ວມ
ທ່ານນຶ່ງ ທີ່ມີທ່າອ່ຽງວ່າ ຈະເຂົ້າຮ່ວມໃນລັດຖະບານ ໄດ້ຖອນໂຕອອກຈາກ
ຂະບວນການນີ້.

ທ່ານນາງ ເມີເກິລ ໄດ້ກ່າວຕໍ່ບັນດານັກຂ່າວວ່າ “ຢ່າງນ້ອຍມັນກໍເປັນມື້ແຫ່ງ ການ
ສຳຫລວດຕົວເອງຄືນ ຢ່າງເລິງເຊິ່ງ ວ່າ ຈະນຳເອົາເຢຍຣະມັນ ກ້າວໜ້າໄປໄດ້
ແນວໃດ. ແຕ່ຂ້າພະເຈົ້າຈະເຮັດ ທຸກສິ່ງທຸກຢ່າງ ທີ່ເປັນໄປໄດ້ ເພື່ອຮັບປະກັນ ວ່າ
ປະເທດນີ້ ຈະໄດ້ຮັບການຊີ້ນຳເປັນຢ່າງດີ ໂດຍຜ່ານຜ່າອຸປະສັກທັງຫຼາຍ ໃນສອງ
ສາມ ສັບປະດານີ້.”

ຜູ້ນຳຂອງພັກສີຂຽວ ທ່ານ Cem Ozdemir, ຊ້າຍ, ຍື່ນມືໄປຈັບກັບ ທ່ານ Christian ຜູ້ນຳພັກ ສະຫະພັນສັງຄົມ ທ່ານHorst Seehofer, ຂວາ, ໃນຂະນະທີ່ ບັນດາຜູ້ນຳ ຂອງພັກສະຫະພັນ ເພື່ອປະຊາທິປະໄຕຂອງຄຣິສຕຽນ, ທ່ານນາງ Angela Merkel, ພັກເສລີເພື່ອປະຊາທິປະໄຕ ທ່ານ Christian Lindnerແລະ Katrin Goering-Eckar

ທ່ານນາງ ໄດ້ກ່າວ ຫຼັງຈາກທີ່ພັກ ເສລີປະຊາທິປະໄຕ ຫຼື FDP ທີ່ສະໜັບສະໜູນ
ທຸລະກິດ ໄດ້ຕັດສິນໃຈ ຖອນໂຕອອກຈາກການເຂົ້າຮ່ວມລັດຖະບານທີ່ອາດເປັນ
ໄປໄດ້ ກັບ ພັກປະຊາທິປະໄຕ ເພື່ອຄວາມປອງດອງຊາດຂອງຄຣິສຕຽນ ທີ່ເປັນພັກ
ຂອງທ່ານນາງເມີເກິລ ແລະ ພັກສັງຄົມເພື່ອຄວາມປອງດອງຊາດຂອງຄຣິສຕຽນ
ທີ່ເປັນພັກເຄືອຍາດຂອງຕົນ ຈາກລັດ Bavarian ພ້ອມກັນກັບ ພັກສີຂຽວ ທີ່ອ່ຽງ
ຊ້າຍ ນັ້ນ.

ຜູ້ນຳພັກ FDP ທ່ານ Christian Linder ໄດ້ກ່າວວ່າ ພັກຂອງທ່ານ ເລືອກທີ່ຈະ
ຖອນໂຕອອກ ແທນທີ່ວ່າຈະປະນີປະນອມ ໃນດ້ານຫລັກການພື້ນຖານຂອງຕົນ
ແລະ ຕົກລົງນຳນະໂຍບາຍຕ່າງໆ ທີ່ຕົນບໍ່ເຫັນດີສະໜັບສະໜູນດ້ວຍນັ້ນ.

ທ່ານ Christian Lindner, ໜ້າ, ປະທານ ຂອງພັກເສລີນິຍົມ ຂອງເຢຍຣະມັນ ຫຼື (FDP), ໂບກມື ໃນຂະນະທີ່ ທ່ານໄດ້ຮັບ ສຽງຕົບມື ຫຼັງຈາກການກ່າວຄຳປາໄສ ໃນລະຫວ່າງ ງານໂຮມຊຸມນຸມ ຂອງພັກ ໃນນະຄອນເບີລິນ, ວັນທີ 17 ກັນຍາ 2017,
ທ່ານ Christian Lindner, ໜ້າ, ປະທານ ຂອງພັກເສລີນິຍົມ ຂອງເຢຍຣະມັນ ຫຼື (FDP), ໂບກມື ໃນຂະນະທີ່ ທ່ານໄດ້ຮັບ ສຽງຕົບມື ຫຼັງຈາກການກ່າວຄຳປາໄສ ໃນລະຫວ່າງ ງານໂຮມຊຸມນຸມ ຂອງພັກ ໃນນະຄອນເບີລິນ, ວັນທີ 17 ກັນຍາ 2017,

ທ່ານລິນເດີ ກ່າວວ່າ “ມັນຈະດີກວ່າ ທີ່ຈະບໍ່ປົກຄອງເລີຍ ແທນທີ່ຈະປົກຄອງ
ຢ່າງຜິດໆ.”
ພັກການເມືອງຕ່າງໆ ໄດ້ປະທະກັນ ໃນບັນຫາຫຼາຍຢ່າງ ທີ່ປະກອບດ້ວຍ
ເລື່ອງ ຄົນເຂົ້າເມືອງ ແລະ ສິ່ງແວດລ້ອມ.

ດ້ວຍຄວາມລົ້ມແຫຼວຂອງການເຈລະຈາ ເພື່ອຈັດຕັ້ງລັດຖະບານປະສົມດັ່ງກ່າວ
ເຢຍຣະມັນ ຈຶ່ງອາດຈະມຸ້ງໜ້າໄປສູ່ການເລືອກຕັ້ງໃໝ່. ທ່ານນາງເມີເກິລ ອາດຈະຍັງ
ພະຍາຍາມ ທີ່ຈະຈັດຕັ້ງລັດຖະບານ ທີ່ມີສຽງສ່ວນນ້ອຍ ຫຼື ພະຍາຍາມ ທີ່ຈະຊັກຊວນ
ພັກສັງຄົມເພື່ອປະຊາທິປະໄຕ ໃຫ້ປ່ຽນໃຈ ແລະ ສືບຕໍ່ເປັນຮອງພັກຄູ່ຮ່ວມ ຢູ່ໃນລັດ
ຖະບານຊຸດໃໝ່ ກໍເປັນໄດ້.

ແຕ່ພວກພັກສັງຄົມເພື່ອປະຊາທິປະໄຕ ໄດ້ກ່າວວ່າ ນັບຕັ້ງແຕ່ຜົນການເລືອກຕັ້ງ ເມື່ອ
ເດືອນກັນຍາ ທີ່ໄດ້ເຮັດໃຫ້ຜິດຫວັງໄປແລ້ວ ພວກເຂົາເຈົ້າຈະຫັນໜ້າໄປຫາພັກຝ່າຍຄ້ານ.

Germany Politics
please wait
Embed

No media source currently available

0:00 0:02:08 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG