ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕໍາຫຼວດເຢຍຣະມັນ ກ່າວວ່າ ສະຖານະການຕົວປະກັນ ຢູ່ສະໜາມບິນຮຳບວກ ສິ້ນສຸດລົງແລ້ວ

ກອງກຳລັງຕຳຫຼວດພິເສດ ຕິດອາວຸດໜັກ ກຽມພ້ອມປະຕິບັດການ ຢູ່ທີ່ສະໜາມບິນໃນເມືອງ ຮຳບວກ, ປະເທດເຢຍຣະມັນ ໃນວັນທີ 5 ພະຈິກ 2023. ຜູ້ຊາຍທີ່ມີອາວຸດ ກຳລັງອຸ້ມລູກສາວອາຍຸ 4 ປີ ຂອງລາວ ຢູ່ທີ່ສະໜາມບິນ. ອີງຕາມຕໍາຫຼວດ, ເບື້ອງຫຼັງຂອງການໂຈມຕີ ແມ່ນຄວາມຂັດແຍ່ງເລື້ອງການຄຸ້ມຄອງດູແລ.

ສະຖານະ​ການ​ຕົວ​ປະກັນ​ຢູ່​ສະໜາມ​ບິນຮຳບວກ (Hamburg) ​ໄດ້​ສິ້ນ​ສຸດ​ລົງ​ ປະມານ 18 ຊົ່ວ​ໂມງ ຫລັງ​ຈາກ​ຜູ້​ຊາຍ​ຄົນນຶ່ງ​ ຂັບ​ລົດ​ຜ່ານ​ປະຕູ​ສະໜາມ​ບິນ​ໂດຍ​ມີ​ລູກ​ສາວ​ອາຍຸ 4 ປີ ​ເປັນ​ຜູ້​ໂດຍສານ, ອີງຕາມອົງການຂ່າວ AP. ຕຳຫຼວດ​ກ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ຊາຍ​ຄົນ​ນີ້​ຖືກ​ຈັບ​ຕົວ ​ແລະ ປາກົດ​ວ່າ​ເດັກນ້ອຍ​ບໍ່​ໄດ້​ຮັບອັນຕະລາຍແຕ່ຢ່າງໃດ. ຕຳຫຼວດ ຮຳບວກ ຖະແຫຼງວ່າ "ສະຖານະການຕົວປະກັນໄດ້ສິ້ນສຸດລົງແລ້ວ" ແລະ "ເດັກນ້ອຍເບິ່ງຄືວ່າບໍ່ໄດ້ຮັບອັນຕະລາຍໃດໆເລີຍ." ຕຳຫຼວດ​ຍັງ​ກ່າວ​ອີກ​ວ່າ ຊາຍ​ຄົນ​ນີ້​ຖືກ​ຈັບ​ໂດຍ​ບໍ່​ມີ​ການ​ຕໍ່​ຕ້ານ. ຕຳຫຼວດກ່າວວ່າ ຊາຍອາຍຸ 35 ປີ, ເຊິ່ງເປັນຊາວເທີກີ, ໄດ້ເອົາລູກສາວຂອງລາວເຂົ້າໄປໃນລົດ ຫຼັງຈາກມີລາຍງານວ່າ ມີການໃຊ້ກຳລັງບັງຄັບເອົາໂຕເດັກຍິງ ຈາກແມ່ຂອງນາງ ໃນການຕໍ່ສູ້ ເພື່ອແຍງຊິງສິດໃນການດູແລ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG