ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດ ເຢຍລະມັນ ຄວບຄຸມຕົວ ຊາວ ຊີເຣຍ ທີ່ຖືກສົງໄສວ່າ ວາງແຜນຈະວາງລະເບີດ


ຕຳຫຼວດ ເຢຍລະມັນ ຄົນໜຶ່ງຈັບຮູບຂອງຜູ້ຕ້ອງສົງໄສກໍ່ການຮ້າຍ ຢູ່ສະໜາມບິນ Berlin-Schoenefeld, ໃນເມືອງ Schoenefeld, ໃກ້ກັບນະຄອນຫຼວງ Berlin, 9 ຕຸລາ, 2016.
ຕຳຫຼວດ ເຢຍລະມັນ ຄົນໜຶ່ງຈັບຮູບຂອງຜູ້ຕ້ອງສົງໄສກໍ່ການຮ້າຍ ຢູ່ສະໜາມບິນ Berlin-Schoenefeld, ໃນເມືອງ Schoenefeld, ໃກ້ກັບນະຄອນຫຼວງ Berlin, 9 ຕຸລາ, 2016.

ໃນວັນຈັນມື້ນີ້ ຕຳຫຼວດ ເຢຍລະມັນ ໄດ້ຈັບກຸມຜູ້ຊາຍຄົນໜຶ່ງ ທີ່ສົງໄສວ່າວາງແຜນໂຈມ ຕີດ້ວຍລະເບີດ, ຜູ້ຊຶ່ງໄດ້ຫຼົບໜີຈາກພວກເຈົ້າໜ້າທີ່ໃນລະຫວ່າງການກວດຄົ້ນໃນວັນ ເສົາທີ່ຜ່ານມາ.

ອົບພະຍົບ ຊີເຣຍ ທ້າວ Jaber Albakr ອາຍຸ 20 ປີ ໄດ້ຖືກຄວບຄຸມຕົວໄວ້ຂ້າມຄືນຫຼັງ ຈາກການຕາມລ່າຫາຕົວທົ່ວປະເທດ ທີ່ໄດ້ສິ້ນສຸດລົງໃນລັດ Leipzig ທີ່ຕັ້ງຢູ່ພາກຕາເວັນ ອອກຂອງປະເທດ.

ຕຳຫຼວດໄດ້ຄົ້ນຫາທ້າວ Albakr ຫຼັງຈາກພວກເຂົາເຈົ້າໄດ້ຄົ້ນພົບລະເບິີດຫຼາຍຮ້ອຍ ກຣາມໃນຫ້ອງເຊົ່າຂອງລາວ ໃນເມືອງ Chemnitz.

ສື່ມວນຊົນໃນທ້ອງຖິ່ນກ່າວວ່າ ຕຳຫຼວດໄດ້ພົບເຫັນທ້າວ Albakr ຫຼັງຈາກຊາວ ຊີເຣຍ ອີກຄົນໜຶ່ງໄດ້ໂທບອກເຈົ້າໜ້າທີ່. ຜູ້ຕ້ອງສົງໄສແມ່ນເຊື່ອວ່າໄດ້ມີການເຊື່ອມໂຍງກັບກຸ່ມ ຫົວຮຸນແຮງ ອິສລາມ.

ໂຄສົກຄົນໜຶ່ງສຳລັບຫ້ອງການໄອຍະການລັດຖະບານກາງ, ຜູ້ທີ່ໄດ້ກ່າວຕໍ່ໂທລະພາບ SWR ໃນວັນອາທິດວານນີ້ວ່າ “ຮູບພາບໂດຍ ລວມຂອງການສືບສວນສອບສວນ, ໂດຍ ສະເພາະຈຳນວນຂອງລະເບີດທີ່ໄດ້ຖືກພົບເຫັນນັ້ນ, ໄດ້ຊີ້ບອກວ່າ ຜູ້ຊາຍຄົນດັ່ງກ່າວ ໄດ້ມີແຜນທີ່ຈະດຳເນີນການໂຈມຕີ ທີ່ໄດ້ຮັບແຮງບັນດານໃຈຈາກພວກຫົວຮຸນແຮງ ອິສ ລາມ.

ທ້າວ Albakr ໄດ້ອາໄສຢູ່ໃນ ເຢຍລະມັນ ມາຕັ້ງແຕ່ປີ 2015 ເມື່ອລາວໄດ້ຖືກຮັບຮູ້ຢ່າງ ເປັນທາງການວ່າ ເປັນອົບພະຍົບຄົນໜຶ່ງ. ໂດຍດັ້ງເດີມແລ້ວ ລາວມາຈາກຂົງເຂດແຫ່ງ ໜຶ່ງໃນນະຄອນຫຼວງ ດາມາສກັສ ຂອງ ຊີເຣຍ.

ຄວາມສົງໄສ ກ່ຽວກັບ ອົບພະຍົບ ຊີເຣຍ ທີ່ມີສ່ວນຮ່ວມໃນການໂຈມຕີກໍ່ການຮ້າຍທີ່ອາດ ເປັນໄປໄດ້ນັ້ນ ແມ່ນຂ່າວທີ່ບໍ່ເປັນທີ່ເພິ່ງພາປາຖະນາສຳລັບນາຍົກລັດຖະມົນຕີ Angela Merkel ຜູ້ທີ່ໄດ້ສູນເສຍການສະໜັບສະໜູນຈາກບັນດາຜູ້ລົງຄະແນນສຽງຂອງນັກການ ເມືອງອະນຸລັກນິຍົມຈັດ ກ່ຽວກັບ ນະໂຍບາຍການຍົກຍ້າຍຖິ່ນຖານເປີດກວ້າງຂອງທ່ານ ນາງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

German Police Syria
please wait
Embed

No media source currently available

0:00 0:01:07 0:00

XS
SM
MD
LG