ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫີບດຳ ເຄື່ອງທີສອງ ໄດ້ຢັ້ງຢືນ ວ່າ ເຮືອບິນໂດຍສານ Germanwings ຕຳພູ ຍ້ອນເຈຕະນາ ຂອງຜູ້ຊ່ວຍນັກບິນ

ພາບສະແດງໃຫ້ເຫັດ ຫີບດຳ ເຄື່ອງທີສອງ ຈາກເຮືອບິນໂດຍສານ Germanwings ທີ່ຕຳພູເຂົາ Alps ຂອງຝຣັ່ງ ເມື່ອອາທິດແລ້ວນີ້ ທີ່ໄດ້ຖືກນຳມາວາງສະແດງຕໍ່ສື່ມວນຊົນ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວໃນນະຄອນ Marseille, ຢູ່ທາງພາກໃຕ້ຂອງຝຣັ່ງ, ວັນທີ 2 ເມສາ 2015.

ບັນດາ​ນັກ​ສືບສວນ​ສອບ​ສວນດ້ານການບິນ​ຝຣັ່ງ ກ່າວ​ວ່າ
ການ​ວິ​ເຄາະ​ເປັນຄັ້ງ​ທຳ​ອິດ ເບິ່ງຫີບ​ດຳ ຫຼື “black box”
ອັນ​ທີ​ສອງ ຈາກຖ້ຽວບິນ​ຂອງ​ສາຍ​ການບິນ Germanwings
ທີ່ໄດ້ຕົກລົງ ​ໃສ່ພູ​ Alps ຂອງ​ຝຣັ່ງ ​ເມື່ອ​ເດືອນ​ແລ້ວ​ນີ້ ​ໄດ້​ເນັ້ນ
ໜັກ​ຕື່ມ​ອີກ ຕໍ່​ທິດ​ສະ​ດີ ທີ່​ວ່າຜູ້​ຊ່ວຍ​ນັກ​ບິນ ຕັ້ງ​ໃຈ​ທີ່​ຈະ​ນຳເອົາ
ເຮືອບິນ ບິນເຂົ້າຕຳພູ ຊຶ່ງ​ໄດ້​ສັງຫານທັງ​ໝົດ 150 ຄົນ ​ທີ່​ຢູ່​ເທິງ
​ເຮືອບິນ.

ບັນດາ​ນັກ​ສືບສວນ ​ໄດ້​ປະກາດໃນ​ວັນ​ສຸກ​ມື້​ນີ້​ວ່າ ຫີບ​ບັນທຶກ
​ຂໍ້ມູນ​ການບິນ ຈາກ​ເຮືອບິນ​ຂອງສາຍ​ການບິນ Germanwings
​ໄດ້​ສະແດງໃຫ້ເຫັນ​ວ່າ ຜູ້​ຊ່ວຍ​ນັກ​ບິນ Andreas Lubitz ​ໄດ້​ປິດ​
ປະຕູ​ຕັນ ໃຫ້ຄູ່​ຮ່ວມ​ງານ​ຂອງ​ລາວ​ຢູ່​ຂ້າງ​ນອກ​ຫ້ອງ​ຄົນຂັບ ​ແລ້ວຕັ້ງການ ຄວບຄຸມເຮືອບິນ
​ອັດ​ໂຕ​ໂນ​ມັດ​ໃໝ່ ​ແລະ ​ໄດ້​ເພີ້​ມຄວາມ​ໄວ​ຂຶ້ນຕື່ມ ​ໃນ​ຂະນະ​ທີ່​ເຮືອບິນ​ດິ່ງລົງຕຳພູນັ້ນ.

Andreas Lubitz ກຳລັງແລ່ນໃນ ການແຂ່ງຂັນ ແລ່ນເຄິ່ງມາລາທອນ ຂອງລາຍການ Airportrace half maraton ໃນ ນະຄອນ Hamburg ເມື່ອວັນທີ 13 ກັນຍາ 2009.
Andreas Lubitz ກຳລັງແລ່ນໃນ ການແຂ່ງຂັນ ແລ່ນເຄິ່ງມາລາທອນ ຂອງລາຍການ Airportrace half maraton ໃນ ນະຄອນ Hamburg ເມື່ອວັນທີ 13 ກັນຍາ 2009.

ຫີບ​ບັນທຶກ​ຂໍ້ມູນ​ການບິນ ​ໄດ້​ຖືກ​ຄົ້ນພົບ​ໃນ​ວັນ​ພະຫັດ​ວານ​ນີ້.
ຫີບ​ດັ່ງກ່າວ ໄດ້ບັນທຶກຂໍ້​ມູນທີ່ສຳຄັນທາງດ້ານ​ເທັກ​ນິກ ຂອງ
​ອຸປະກອນ​ຕ່າງໆ​ເກືອ​ບທັງ​ໝົດ​ຢູ່​ໃນເຮືອບິນ ທີ່​ຈະ​ຊ່ວຍສະໜອງ
ຮ່ອງຮອຍ​ບໍ່ ເທົ່າໃດນາທີ ກ່ອນທີ່​ເຮືອບິນ​ຈະ​ຕົກລົງ.

​ນອກນັ້ນ ໃນ​ວັນ​ພະ​ຫັດ​ວານ​ນີ້​ ບັນດາໄອ​ຍະ​ການ​ເຢຍຣະມັນ
ທີ່​ທຳ​ການ​ສອບ​ສວນ​ເຫດເຮືອບິດ​ຕົກ​ນັ້ນ ກ່າວ​ວ່າ ທ້າວ Lubitz
ໄດ້​ທຳ​ການຄົ້ນຫາ​ຂໍ້​ມູນ​ໃນອິນເຕີແນັດ ກ່ຽວ​ກັບ​ເລື້ອ​ງຂ້າໂຕ​ຕາຍ
​ແລະເລື້ອງ​ຄວາມ​ປອດ​ໄພ​ຂອງປະຕູ​ຫ້ອງ​ນັກ​ບິນ ນຶ່ງ​ມື້ກ່ອນເກີດເຫດເຮືອບິນ​ຕົກ.

ບັນດາພະນັກງານກູ້ໄພເຢຍຣະມັນ ປະຕິບັດງານໃກ້ໆ ກັບຊາກຫັກພັງ ຂອງເຮືອນບິນໂດຍສານ ທີ່ມີທຸງຊາດເຢຍຣະມັນ ຕິດຢູ່ນັ້ນ ທີ່ຕົກລົງຢູ່ໃກ້ໆ ເຂດ Seyne-les-Alpes.
ບັນດາພະນັກງານກູ້ໄພເຢຍຣະມັນ ປະຕິບັດງານໃກ້ໆ ກັບຊາກຫັກພັງ ຂອງເຮືອນບິນໂດຍສານ ທີ່ມີທຸງຊາດເຢຍຣະມັນ ຕິດຢູ່ນັ້ນ ທີ່ຕົກລົງຢູ່ໃກ້ໆ ເຂດ Seyne-les-Alpes.

ໃນຖະ​ແຫລ​ ງການທີ່ນຳອອກເຜີຍແຜ່ນັ້ນ ​ບັນດາໄອ​ຍະ​ການ​
ກ່າວ​ວ່າ ພວກ​ເຂົາ​ເຈົ້າ ​ໄດ້​ພົບ​ເຫັນ​ຂໍ້​ມູນດັ່ງກ່າວ ​ໃນ​ຄອມ​ພິວ​ເຕີ້
​ແບບ tablet ຢູ່​ທີ່ ບ້ານ​ພັກຂອງທ້າວ Andreas Lubitz ໃນ
ນະຄອນ Dusseldorf ປະ​ເທດເຢຍຣະ​ມັນ. ພວກເຂົາເຈົ້າ ກ່າວ
​ອີກ​ວ່າ ປະຫວັດ​ຂອງໜ້າ​ຕ່າງໆ​ ທີ່​ໄດ້​ເຂົ້າ​ໄປເບິ່ງ​ ໃນ​ອິນ​ເຕີ​ເນັດນັ້ນ
ບໍ່​ໄດ້​ຖືກ​ລົບ​ລ້າງ​ຖິ້ມ ​ແລະ​ຂໍ້ຄວາມຕ່າງໆ ທີ່ລາວ​ໄດ້​ໃຊ້​ເພື່ອ​ຊອກ​ຫາ​ຂໍ້​ມູນ​ນັ້ນ ຖືກນຳ​ຮອຍ​ຄືນ​ໄປຫາ ແຕ່​ວັນ​ທີ 16 ມີນາ ຫາ ວັນ​ທີ 23 ມີນາ ຊຶ່ງ​ເປັນ​ມື້​ ກ່ອນ​ໜ້າ​ທີ່​ເຮືອບິນ​ຕົກ.

ສຽງ​ເວົ້າທີ່​ບັນທຶກ​ໄວ້ ​ຈາກຫີບ​ດຳອັນ​ທີ​ນຶ່ງ ​ໄດ້​ຖືກ​ເກັບ​ກູ້​ມາ​ໄດ້​ໃນ​ເວລາ​ສັ້ນໆ ຫຼັງຈາກ​ເຮືອບິນ​ຕົກ ​ໄດ້ເຮັດ​ໃຫ້​ບັນດາ​ນັກ​ສືບສວນ​ສອບ​ສວນ ສະຫລຸບ​ວ່າ ທ້າວ Lubitz ອາຍຸ 27 ປີ ​ໄດ້​ປິດ​ປະຕູ​ຕັນ ນັກ​ບິນ Patrict Sondheimer ບໍ່ໃຫ້ເຂົ້າໄປໃນ​ຫ້ອງນັກ​ບິນ ກ່ອນທີ່ ເຮືອບິນ​ຕົກ.

France Plane Crash
please wait
Embed

No media source currently available

0:00 0:00:47 0:00

XS
SM
MD
LG