ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ພັກ​ການ​ເມືອງ​ເຢຍ​ຣະ​ມັນ ກ່າວ​ວ່າ ມີ​ການ​ຕົກ​ລົງ​ກັນ​ແລ້ວ ເພື່ອ​ຕັ້ງ​ລັດ​ຖະ​ບານ​ປະ​ສົມ​ຊຸດ​ໃໝ່


ນາຍົກລັດຖະມົນຕີ ເຢຍຣະມັນ, ຊ້າຍ, ຮັບເອົາພວງດອກໄມ້ ຈາກຮອງນາຍົກ ແລະລັດຖະມົນຕີການເງິນ ທ່ານໂອລອຟ ໂຊລສ໌, ຂວາ, ກ່ອນໜ້າ ກອງປະຊຸມຄະນະລັດຖະບານ ຢູ່ທີ່ທຳນຽບນາຍົກລັດຖະມົນຕີ ໃນນະຄອນຫຼວງເບີລິນ ຂອງເຢຍຣະມັນ, ວັນທີ 24 ພະຈິກ, 2021.
ນາຍົກລັດຖະມົນຕີ ເຢຍຣະມັນ, ຊ້າຍ, ຮັບເອົາພວງດອກໄມ້ ຈາກຮອງນາຍົກ ແລະລັດຖະມົນຕີການເງິນ ທ່ານໂອລອຟ ໂຊລສ໌, ຂວາ, ກ່ອນໜ້າ ກອງປະຊຸມຄະນະລັດຖະບານ ຢູ່ທີ່ທຳນຽບນາຍົກລັດຖະມົນຕີ ໃນນະຄອນຫຼວງເບີລິນ ຂອງເຢຍຣະມັນ, ວັນທີ 24 ພະຈິກ, 2021.

ສາມພັກການເມືອງ ເຈລະຈາຕໍ່ລອງກັນ ເພື່ອຈັດຕັ້ງລັດຖະບານຊຸດຕໍ່ໄປຂອງເຢຍຣະມັນ ທີ່ຈະໄດ້ຂໍ້ສະຫລຸບລົງ ແລະໄດ້ນຳສະເໜີຂໍ້ຕົກລົງຮ່ວມກັນຂອງລັດຖະບານປະຊົມໃນວັນພຸດວານນີ້ ຊຶ່ງສອງຝ່າຍຄູ່ພາຄີທີ່ໄດ້ຄາດຫວັງກັນໄວ້ນັ້ນ ໄດ້ກ່າວໄປ. ຂໍ້ຕົກລົງດັ່ງກ່າວ ໄດ້ແຜ້ວທາງໃຫ້ ທ່ານໂອລາຟ ໂຊລສ໌ (Olaf Scholz) ຜູ້ນຳນິຍົມແນວທາງເປັນກາງ​ອຽງຊ້າຍ ເຂົ້າມາແທນນາຍົກ ລັດຖະມົນຕີ ທ່ານນາງແອັງໂກລາ ເມີຣໂກລ (Angela Merkel) ຜູ້ທີ່ປົກຄອງປະເທດມາຍາວນານນັ້ນ ໃນບໍ່ເທົ່າໃດອາທິດຈະມາເຖິງນີ້ ອີງຕາມລາຍງານຂອງອົງການຂ່າວເອພີ.

ພັກສັງ​ຄົມເດໂມແຄຣັດ ທີ່ນິຍົມແນວທາງເປັນກາງ​ອຽງຊ້າຍ ໄດ້ທຳການເຈລະ ຈາຕໍ່ລອງກັບພັກສີຂຽວເພື່ອສະພາບແວດລ້ອມ ແລະພັກເດໂມແຄຣັດເສລີເພື່ອທຸລະກິດ ນັບຕັ້ງແຕ່ໄດ້ຊະນະການເລືອກຕັ້ງແຫ່ງຊາດມາຢ່າງວຸດວິດ ເມື່ອວັນທີ 26 ກັນຍາ. ສອງພັກທີ່ກ່າວມານັ້ນ ໄດ້ກ່າວວ່າ ຂໍ້ຕົກລົງຈະຖືກນຳສະເໜີ ໃນຕອນບ່າຍວັນພຸດ.

ຖ້າບັນດາສະມາຊິກຂອງພັກລົງນາມເຫັນດີນຳແລ້ວ ພັນທະມິດທັງສາມຝ່າຍ ທີ່ບໍ່ເຄີຍພະຍາຍາມມາກ່ອນ ໃນລັດຖະບານແຫ່ງຊາດ ກໍຈະເຂົ້າແທນ “ຊຸດພັນ ທະມິດໃຫຍ່” ຊຶ່ງເປັນພັກການເມືອງໃຫຍ່ທີ່ປົກຄອງປະເທດໃນປັດຈຸບັນນີ້ຕາມທີ່ເຄີຍມີມານັ້ນ. ພັກສັງ​ຄົມເດໂມແຄຣັດ ໄດ້ຮັບໃຊ້ເປັນຄູ່ພາຄີນ້ອງໃໝ່ ໃຫ້ແກ່ພັກຄຣິສຕຽນເດໂມແຄຣັດ ທີ່ນິຍົມແນວທາງປານກາງ​ອຽງຂວາ ຂອງທ່ານນາງເມີຣໂກລ.

ທ່ານນາງເມີຣໂກລ ຜູ້ທີ່ບໍ່ໄດ້ລົງແຂ່ງຂັນເປັນສະໄໝທີ່ຫ້າ ຄາດກັນວ່າ ຈະໄດ້ຖືກເຂົ້າຮັບຕຳແໜ່ງແທນ ໂດຍທ່ານໂຊລສ໌ (Scholz) ອາຍຸ 63 ປີ ຊຶ່ງເປັນລັດຖະມົນຕີກະຊວງການເງິນແລະຮອງນາຍົກລັດຖະມົນຕີຂອງທ່ານນາງ ຕັ້ງ ແຕ່ປີ 2018.

ພັກການເມືອງທັງ 3 ພັກທີ່ຈະປົກຄອງປະເທດ ໄດ້ກ່າວວ່າ ພວກເຂົາເຈົ້າຫວັງວ່າ ສະພາຈະເລືອກເອົາທ່ານໂຊລສ໌ ໃຫ້ເປັນນາຍົກລັດຖະມົນຕີ ໃນຕົ້ນສັບປະ ດາ ທີ່ 6 ເດືອນທັນວາ ນີ້. ກ່ອນທີ່ອັນນັ້ນຈະເກີດຂຶ້ນໄດ້ ຂໍ້ຕົກລົງຂອງກຸ່ມພັນ ທະມິດ ຈະຕ້ອງໄດ້ຖືກຮັບຮອງເສຍກ່ອນ ຈາກການປ່ອນບັດລົງຄະແນນສຽງຂອງບັນດາສະມາຊິກຈາກພັກສີຂຽວ ແລະອີກສອງພັກຕາມສົນທິສັນຍາ.

ຂ່າວຄາວຂອງຂໍ້ຕົກລົງດັ່ງກ່າວ ໄດ້ເກີດຂຶ້ນຂະນະທີ່ ທ່ານນາງເມີຣໂກລ ໄດ້ນຳພາສິ່ງທີ່ເປັນໄປໄດ້ສູງວ່າ ຈະເປັນການປະຊຸມຄະນະລັດຖະບານຂອງທ່ານນາງຄັ້ງສຸດທ້າຍ. ທ່ານໂຊລສ໌ ໄດ້ມອບພວງດອກກຸຫຼາບ ໃຫ້ແກ່ ທ່ານນາງເມີຣໂກລ ໄວ 67 ປີ ຜູ້ທີ່ໄດ້ນຳພາເຢຍຣະມັນ ນັບຕັ້ງແຕ່ປີ 2005 ເປັນຕົ້ນມາ. ການເຈລະຈາຕໍ່ລອງ ໂດຍສາມພັກພັນທະມິດ ເປັນໄປດ້ວຍ ຄວາມກົມ ກຽວກັນ ແລະວ່ອງໄວເມື່ອທຽບໃສ່ ການເຈລະຈາຂອງກຸ່ມພັນທະມິດຊຸດກ່ອນນັ້ນ. ແຕ່ການປ່ຽນແປງດ້ານການເມືອງ ໂດຍທ່ານນາງ ເມີຣໂກລ ບໍ່ໄດ້ເປັນຜູ້ກຳກັບນຳອີກຕໍ່ໄປນັ້ນ ໄດ້ກາຍເປັນອຸປະສັກໃນການຮັບມືກັບບັນຫາຫຼ້າສຸດຂອງກໍລະນີໄວຣັສໂຄໂຣນາ ທີ່ເພີ້ມສູງຂຶ້ນນັບມື້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG