ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າໜ້າທີ່ ເຢຍຣະມັນ​ ແລະ ສຫລ ຫາລືກັນ ກ່ຽວ​ກັບ ການ​ສອດ​ແນມ (ວີດີໂອ)


US Contends Europeans Misunderstand NSA Spying Programs
please wait

No media source currently available

0:00 0:02:36 0:00
ລິງໂດຍກົງ

ເບິ່ງວີດີໂອ ກ່ຽວຂ້ອງກັບຂ່າວນີ້.

ຄະນະຜູ້ຕາງໜ້າ​ອະວຸ​ໂສຂອງ​ເຢຍຣະມັນ ມີ​ໝາຍ​ກໍານົດພົບ​
ປະ​ຢູ່ທໍານຽບຂາວ ໃນ​ວັນ​ພຸດ​ມື້​ນີ້ ກັບທີ່​ປຶກສາ​ດ້ານຄວາມ
​ໝັ້ນຄົງ​ແຫ່ງ​ຊາດ ຂອງປະທານາ​ທິບໍດີ​ ບາຣັກ ໂອ​ບາ​ມາ
​ແລະ​ທີ່​ປຶກສາ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ ​ເພື່ອ​ປຶກສາ​ຫາລືກ່ຽວ​
ກັບລາຍງານ​ທີ່​ວ່າ ​ສະຫະລັດໄດ້ຕິດ ຕາມ​ສິ້ງຊອມ​ເບິ່ງການ​
ໃຊ້ໂທລະສັບ​ມື​ຖື ຂອງ​ນາຍົກລັດຖະມົນຕີເຢຍຣະມັນ​ ທ່ານ​
ນາງ Angele Merkel.

ຂະນະ​ດຽວ​ກັນ ຄະນະ​ກຳມະການ​ສິດ​ເສລີພາບພົນລະ​ເມືອງ
ຂອງ​ລັດຖະສະພາ​ຢູ​ໂຣບ ສືບ​ຕໍ່ການ​ຢ້ຽມຢາມ​ກຸງ​ວໍ​ຊິງ​ຕັນ
ດ້ວຍ​ການ​ພົບ​ປະ​ກັບ​ນັກ​ຊ່ຽວຊານ​ກິດຈະການ​ຢູ​ໂຣບຂອງ​
ອົງການຄວາມ​ໝັ້ນຄົງ​ແຫ່ງ​ຊາດສະຫະລັດ. ພວກ​ທ່ານມີ​ກຳນົດ​ທີ່​ຈະ​ສົນທະນາ​ຫາລື
ກ່ຽວ​ກັບ​ຜົນ​ກະທົບ ​ເກີດ​ຈາກ​ຂ່າວການ​ສອດ​ແນມທີ່​ນອງ​ນັນ ຕໍ່​ປະຊາຊົນຊາວ​ຢູ​ໂຣບນັ້ນ.

ຫົວໜ້າ​ອົງການ​ຄວາມໝັ້ນຄົງ​ແຫ່ງ​ຊາດສະຫະລັດ ຫຼື NSA ​ໄດ້​ກ່າວ​ໃນ​ວັນ​ອັງຄານ​
ວານ​ນີ້​ວ່າ ລາຍ​ງານ​ຫຼາຍ​ສະບັບ​ ທີ່​ວ່າ​ຕົນ​ໄດ້​ເກັບ​ກຳ​ບັນທຶກ​ໂທລະສັບຂອງ​ຊາວ​ຢູໂຣບ
ຫຼາຍ​ລ້ານ​ຄົນນັ້ນ​ແມ່ນ​ບໍ່​ມີ​ມູນ​ຄວາມ​ຈິງຢ່າງ​ສິ້ນ​ເຊີງ.

ນາຍ​ພົນ Keith Alexander ​ໄດ້​ກ່າວ​ຕໍ່​ຄະນະ​ກໍາມາ​ທິການ​ສືບສວນ​ຂອງ​ສະພາໃນ
​ວັນອັງຄານ​ວານ​ນີ້ວ່າ ທາງ​ຫ້ອງ​ການ​ສືບ​ລັບ​ຂອງ​ຢູໂຣບ​ເອງ​ ກໍ​ແບ່ງປັນ​ຂໍ້​ມູນ​ເຫຼົ່າ​ນີ້
ກັບ​ອົງການ​ຄວາມໝັ້ນ ຄົງ​ແຫ່ງ​ຊາດສະຫະລັດ ຊຶ່ງ​ທ່ານ Alexander ​ໄດ້​ກ່າວ​ວ່າ
ລາຍ​ລະອຽດຂອງ​ຂໍ້​ມູນຕ່າງ​ໆນັ້ນ​ແມ່ນ​ໃຊ້​ເພື່ອ​ປ້ອງ​ກັນ​ກອງ​ກໍາລັງ​ຂອງສະຫະລັດ
ແລະຢູ​ໂຣບ​ໃນ​ສະໜາມ​ລົບ​ ແລະ​ປະຊາຊົນ​ໃນ​ປະ​ເທດ​ເຫຼົ່າ​ນັ້ນ.

ຫົວໜ້າ​ຂອງ​ອົງການ​ຄວາມໝັ້ນຄົງ​ແຫ່ງ​ຊາດ ​ໄດ້ກ່າວ​ວ່າ ໜັງສືພິ​ມທັງຫຼາຍ​ ໄດ້​ຕີ
ຄວາມໝາ​ຍ​ ທີ່​ບໍ່​ຖືກຕ້ອງ ກ່ຽວ​ກັບ​ເອກ​ກະສາ​ນທີ່​ຖືກ​ລັກ​ໄປ​ຈາກ​ສະຫະລັດ ໂດຍ
ອະດີດ​ພະນັກງານ​ສັນຍາ​ຈ້າງ ທ້າ​ວ Edward Snowden.

ລາຍ​ງານ​ທີ່ວ່າ ​ອົງການ​ຄວາມໝັ້ນຄົງ​ແຫ່ງ​ຊາດ ​ໄດ້​ເກັບ​ກໍາ​ບັນທຶກ​ໂທລະ​ສັບ​
ແລະ​ຕິດຕາມ​ເບິ່ງ​ການ​ຕິດ​ຕໍ່​ສື່ສານ ຂອງ​ພວກ​ຜູ້ນຳ​ໂລກ 35 ທ່ານ ​ໄດ້​ເຮັດ​ໃຫ້​
ຊາວ​ອາ​ເມຣິກັນ​ຫຼາຍ​ລ້ານ​ຄົນຈາກ ທຸກ​ພັກ​ຝ່າຍການເມືອງ ມີ​ຄວາມ​ໂກດ​ແຄ້ນ
​ບໍ່ພໍ​ໃຈ.

ແຕ່ທ່ານ Alexander ​ກ່າວ​ວ່າ ການ​ເກັບ​ກໍາ​ຂໍ້​ມູນ​ທາງ​ໂທລະສັບ​ແລະ​ທາງ
​ອິນ​ເຕີ​ເນ໊ຕຂະໜາດ ​ໃຫຍ່ໃນ​ທົ່ວ​ໂລກ​ ຂອງ​ອົງການ​ຄວາມໝັ້ນຄົງ​ແຫ່ງ​ຊາດ
ສະຫະລັດນັ້ນ​ ໄດ້ຍຸຕິແຜນ​ກາງ​ກໍ່​ການ​ຮ້າຍ ຢູ່ໃນ​ສະຫະລັດ 13 ຄັ້ງ ແລະ 25 ຄັ້ງ
ໃນ​ຢູ​ໂຣບ ເມື່ອສອງ​ສາມ​ປີຜ່ານມາ​ນີ້.

NSA Denies Spying on Millions of Europeans
please wait

No media source currently available

0:00 0:02:46 0:00
ລິງໂດຍກົງ
XS
SM
MD
LG