ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການສືບລັບເຢຍຣະມັນ ອ້າງວ່າ ການດັກຟັງສະແດງໃຫ້ເຫັນ ການສົນທະນາຂອງຣັດເຊຍ ກ່ຽວກັບການສັງຫານພົນລະເຮືອນຢູເຄຣນ


ພວກພະນັກງານຢູ່ປ່າຊ້າ ພາກັນຂົນສົບຂອງພົນລະເຮືອນທີ່ຖືກຂ້າຕາຍ ອອກຈາກລົດຕູ້ ຢູ່ທີ່ປ່າຊ້າແຫ່ງນຶ່ງໃນເມືອງບູຊາ, ຢູ່ຊານເມືອງຂອງນະຄອນຫຼວງກີຢິບ, ຢູເຄຣນ, ວັນທີ 7 ເມສາ 2022.
ພວກພະນັກງານຢູ່ປ່າຊ້າ ພາກັນຂົນສົບຂອງພົນລະເຮືອນທີ່ຖືກຂ້າຕາຍ ອອກຈາກລົດຕູ້ ຢູ່ທີ່ປ່າຊ້າແຫ່ງນຶ່ງໃນເມືອງບູຊາ, ຢູ່ຊານເມືອງຂອງນະຄອນຫຼວງກີຢິບ, ຢູເຄຣນ, ວັນທີ 7 ເມສາ 2022.

ບັນດາເຈົ້າໜ້າທີ່ສືບລັບຂອງເຢຍຣະມັນກ່າວວ່າ ພວກເຂົາໄດ້ລັກຟັງການສື່ສານ ທາງວິທະຍຸ ຊຶ່ງພວກທະຫານຣັດເຊຍໄດ້ສົນທະນາກັນກ່ຽວກັບການສັງຫານພົນລະເຮືອນ ຢູ່ໃນຢູເຄຣນຢ່າງບໍ່ເລືອກໜ້າ ໂດຍໄດ້ບັ່ນທອນຄຳກ່າວອ້າງຂອງມົສກູທີ່ວ່າ ຄວາມໂຫດຮ້າຍທັງຫຼາຍເປັນການກະທຳພາຍຫຼັງທີ່ກອງກຳລັງທະຫານ ຂອງຕົນໄດ້ຖອຍອອກຈາກເຂດຊານເມືອງ ໃກ້ກັບນະຄອນຫຼວງກີຢິບ ທີ່ຕົນໄດ້ ຢຶດຄອງເທົ່ານັ້ນ.

ບັນດາເຈົ້າໜ້າທີ່ດັ່ງກ່າວ ຜູ້ທີ່ໄດ້ສະຫລຸບໂດຍຫຍໍ້ ໃຫ້ບັນດາສະມາຊິກຂອງສະ ພາຟັງ ໃນວັນພຸດທີ່ຜ່ານມານີ້ ຊຶ່ງໄດ້ອະທິບາຍການສື່ສານສອງຄັ້ງ ທີ່ຕ່າງກັນພາຍໃນກຸ່ມພວກທະຫານຣັດເຊຍ ທີ່ໄດ້ບັນລະຍາຍເຖິງວິທີທີ່ພວກເຂົາໄດ້ສອບຖາມພວກທະຫານຢູເຄຣນ ແລະພົນລະເຮືອນຕ່າງໆກ່ອນທີ່ຈະຍິງສັງຫານພວກເຂົາ.

ໜັງ​ສື​ພິມ Der Spiegel ໄດ້ລາຍງານວ່າ ສາມາດໄດ້ຍິນ ທະຫານຣັດເຊຍຄົນນຶ່ງ ບັນລະຍາຍເຖິງວິທີທີ່ລາວໄດ້ຍິງ ຄົນຜູ້ນຶ່ງ ທີ່ຂີ່ລົດຖີບ ແນວໃດ.

ເມື່ອຕົ້ນອາທິດນີ້ ພາບຖ່າຍທາງອາກາດທີ່ໄດ້ໄດ້​ຮັບ​ການຢັ້ງຢືນຢ່າງເປັນອິດສະ ຫລະໂດຍໜັງສືພິມ ນິວຢອກໄທມສ໌ (New York Times) ສະແດງໃຫ້ເຫັນລົດຫຸ້ມເກາະຂອງຣັດເຊຍ ໄດ້ຍິງໃສ່ພົນລະເຮືອນຜູ້ທີ່ຂີ່ລົດຖີບຢູ່ໃນເມືອງບູຊາ. ມັນບໍ່ເປັນທີ່ຈະແຈ້ງວ່າ ຄົນຜູ້ທີ່ຢູ່ໃນພາບວີດີໂອເປັນຄົນຜູ້ດຽວກັນກັບທີ່ໄດ້ກ່າວ ເຖິງ ຢູ່ໃນຄຳເວົ້າຜ່ານທາງວິທະຍຸນັ້ນ ຫຼືບໍ່.

ເຖິງແມ່ນ ມົສກູປະຕິເສດວ່າ ບໍ່ໄດ້ແນເປົ້າໝາຍໃສ່ພົນລະເຮືອນກໍຕາມ ຄວາມເຫັນຂອງໂລກໄດ້ປຸ້ມລຸມກັນຕໍ່ຕ້ານຣັດເຊຍ ໃນອາທິດແລ້ວນີ້ ຂະນະທີ່ຮູບພາບ ແລະວີດີໂອຕ່າງໆ ໄດ້ປາກົດອອກມາໃຫ້ເຫັນ ຈາກເຫດການຂອງການສັງຫານໝູ່ຢູ່ໃນເມືອງບູຊາ. ສົບຂອງພົນລະເຮືອນຫຼາຍຄົນ ໄດ້ຖືກພົບເຫັນນອນຕາຍຢູ່ຕາມຖະໜົນຫົນທາງ ຫຼັງຈາກທີ່ກອງກຳລັງຣັດເຊຍໄດ້ຖືກຕີຖອຍອອກໄປຈາກຫຼາຍໆຄຸ້ມ ທາງກ້ຳເໜືອຂອງກີຢິບ.

ເຈົ້າເມືອງບູຊາ ທ່ານອານາໂຕລີ ເຟດໍຣຸກ (Anatoliy Fedoruk) ໄດ້ກ່າວຕໍ່ວີໂອເອພາກພາສາຣັດເຊຍ ວ່າ ທ່ານໄດ້ຕື່ນຕົກໃຈ ທີ່ເຫັນຫຼາຍໆສົບຖືກປະຖິ້ມແລະຄວາມເສຍຫາຍຕໍ່ເມືອງຂອງທ່ານ.

ທ່ານກ່າວວ່າ “ໃນຖານະເປັນນັກປະຫວັດສາດ ຂ້າພະເຈົ້າຄິດວ່າ ເຖິງແມ່ນວ່າ ໃນລະຫວ່າງສົງຄາມ ກົດລະບຽບບາງສ່ວນກໍຕ້ອງໄດ້ປະຕິບັດຕາມ” ທ່ານກ່າວອີກວ່າ ມັນຈະໃຊ້ເວລາດົນເພື່ອຈະຟື້ນຟູພື້ນຖານໂຄງລ່າງຂອງເມືອງ ແລະວ່າ ມັນໄວເກີນໄປ ທີ່ຈະຄິດກ່ຽວກັບການກັບຄືນມາສຳລັບພວກຄົນຜູ້ທີ່ຫລົບໜີອອກຈາກເຂດປົກຄອງ ໃນເບື້ອງຕົ້ນຂອງສົງຄາມ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG