ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຮງໝໍ ຂອງເຢຍຣະມັນ ກ່າວວ່າ 'ເປັນໄປໄດ້ສູງ' ທີ່ ທ່ານອາແລກເຊ ນາວາລນີ ໄດ້ຖືກວາງຢາພິດ


ເຈົ້າໜ້າທີ່ຕຳຫຼວດ ຢືນຍາມບໍລິເວນອ້ອມຮອບ ໂຮງໝໍ Charite Mitte , ບ່ອນທີ່ຜູ້ນຳຝ່າຍຄ້ານຂອງຣັດເຊຍ ທ່ານອາແລກເຊ ນາວາລນີ ໄດ້ຮັບການຮັກສາປິ່ນປົວ, ໃນນະຄອນຫຼວງ ເບີລິນ ຂອງເຢຍຣະມັນ, ວັນທີ 22 ສິງຫາ 2020.
ເຈົ້າໜ້າທີ່ຕຳຫຼວດ ຢືນຍາມບໍລິເວນອ້ອມຮອບ ໂຮງໝໍ Charite Mitte , ບ່ອນທີ່ຜູ້ນຳຝ່າຍຄ້ານຂອງຣັດເຊຍ ທ່ານອາແລກເຊ ນາວາລນີ ໄດ້ຮັບການຮັກສາປິ່ນປົວ, ໃນນະຄອນຫຼວງ ເບີລິນ ຂອງເຢຍຣະມັນ, ວັນທີ 22 ສິງຫາ 2020.

ໂຮງໝໍ ທີ່ໃຫ້ການຮັກສາປິ່ນປົວຜູ້ນຳຝ່າຍຄ້ານ ຊາວຣັດເຊຍ ທ່ານອາແລກເຊ ນາວາລນີ ທີ່ປ່ວຍໜັກ ນັບຕັ້ງແຕ່ທ່ານໄດ້ຖືກນຳສົ່ງໄປຍັງເຢຍຣະມັນໂດຍເຮືອ ບິນເມື່ອສອງມື້ກ່ອນ ໄດ້ກ່າວໃນວັນທີ 24 ສິງຫາ ວ່າ ການກວດຂອງຕົນໄດ້ບົ່ງບອກວ່າ ທ່ານນາວາລນີ ໄດ້ “ຖືກວາງຢາພິດ.”

ທ່ານນາວາລນີ “ແມ່ນຢູ່ໃນຫ້ອງມໍລະສຸມ ແລະຍັງຖືກວາງຢາໃຫ້ຢູ່ໃນສະພາບທີ່ບໍ່ຮູ້ສຶກໂຕ” ຕາມທີ່ໂຮງໝໍໄດ້ກ່າວໄປ ແລະກ່າວຕື່ມວ່າ ສຸຂະພາບຂອງທ່ານ “ແມ່ນສາຫັດ ແຕ່ໃນເວລານີ້ ບໍ່ມີໄພອັນຕະລາຍຮ້າຍແຮງຕໍ່ຊີວິດຂອງທ່ານ.”

ນັກຕໍ່ສູ້ຕ້ານການສໍ້ລາດບັງຫລວງຜູ້ທີ່ແຂງແຮງ ແລະເປັນຜູ້ທີ່ຕ້ອງຕິປະທານາ ທິບໍດີ ວລາດີເມຍ ປູຕິນ ໄດ້ລົ້ມປ່ວຍໃນວັນທີ 20 ສິງຫາໃນລະຫວ່າງຂີ່ເຮືອ ບິນຈາກເມືອງ Tomsk ຂອງເຂດໄຊແບເຣຍ ໄປຍັງນະຄອນຫຼວງມົສກູ.

ເຮືອບິນລຳດັ່ງກ່າວ ໄດ້ບິນລົງຈອດສຸກເສີນຢູ່ໃນເມືອງອອມສຄ໌ ບ່ອນທີ່ພວກທ່ານໝໍ ໄດ້ວາງຢາໃຫ້ທ່ານຢູ່ໃນສະພາບທີ່ບໍ່ຮູ້ສຶກໂຕ.

“ການພົບເຫັນທາງດ້ານການແພດ ບົ່ງບອກວ່າ ການໄດ້ຮັບສານພິດຈາກກຸ່ມສານອອກລິດ ທີ່ເອີ້ນວ່າ cholinesterase ທີ່ເປັນໂຕຍັບຍັ້ງ” ອີງຕາມ ຖະແຫລງການໂດຍໂຮງໝໍ Charite ທີ່ໄດ້ກ່າວໄປນັ້ນ.

ສານຍັບຍັ້ງ cholinesterase ທີ່ຍັງຮູ້ຈັກກັນດີເປັນ ສານຕໍ່ຕ້ານ cholinesterase ນັ້ນ ແມ່ນເປັນສານເຄມີທີ່ມີຢ່າງກວ້າງຂວາງຊຶ່ງພົບເຫັນຢູ່ໃນຢາຈຳນວນນຶ່ງ ແຕ່ຍັງພົບເຫັນຢູ່ໃນສານຂ້າພວກແມງໄມ້ບາງຢ່າງ ແລະເປັນສານກະທົບຕໍ່ລະບົບປະສາດ.

ພວກເພື່ອນຮ່ວມງານ ແລະພວກສະໜັບສະໜຸນຂອງທ່ານນາວາລນີ ໄດ້ກ່າວວ່າ ທ່ານອາດຖືກວາງຢາພິດ ໃນເວລາທີ່ທ່ານດື່ມນ້ຳຊາ ທີ່ໄດ້ຊື້ມາຢູ່ທີ່ສະໜາມບິນ Tomsk.

ໂຄສົກຂອງນາຍົກລັດຖະມົນຕີ ແອັງເກີລາ ເມີໂກລ ທ່ານສະແຕັບເຟັນ ຊີເບີດ ໄດ້ກ່າວຕໍ່ບັນດານັກຂ່າວ ໃນນະຄອນຫຼວງເບີລິນ ໃນວັນທີ 24 ສິງຫາ ວ່າ “ການປ້ອງກັນແມ່ນຈໍາເປັນ” ສໍາລັບ ທ່ານນາວາລນີ ເພາະວ່າ ການວາງຢາພິດ ໄດ້ຖືກສົງໄສ ໃນຂະນະທີ່ການກວດຫາ “ຢ່າງລະອຽດ” ຍັງສືບຕໍ່ໄປຢູ່.

ທ່ານຊີເບີດ ໄດ້ກ່າວຕໍ່ບັນດານັກຂ່າວຢູ່ໃນນະຄອນຫຼວງເບີລິນ ວ່າ “ພວກເຮົາກຳລັງຮັບມືກັບຄົນປ່ວຍຜູ້ທີ່ ເປັນໄປໄດ້ສູງວ່າ ໄດ້ຖືກວາງຢາພິດ.”

ທ່ານໄດ້ກ່າວອີກໃນວັນທີ 24 ສິງຫາວ່າ “ການສົງໄສ ແມ່ນ…ວ່າ ຜູ້ໃດຜູ້ນຶ່ງໄດ້ວາງຢາພິດໃສ່ ທ່ານນາວາລນີ-ຜູ້ໃດຜູ້ນຶ່ງນັ້ນ ໄດ້ວາງຢາພິດທີ່ຮ້າຍແຮງໃສ່ທ່ານນາວາລນີ--ຊຶ່ງເປັນໂຊກຮ້າຍ ມັນມີແບບຢ່າງຫຼາຍຄັ້ງໃນປະຫວັດຂອງຣັດເຊຍ ເມື່ອບໍ່ດົນມານີ້. ສະນັ້ນແລ້ວ ໂລກຄວນເອົາເລື້ອງນີ້ ເປັນຄວາມສົງໄສທີ່ຮ້າຍແຮງແທ້ໆ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG