ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳ ເຢຍຣະມັນ ແລະຝຣັ່ງ ນຳແຜນສັນຕິພາບ ຢູເຄຣນ ໄປສະເໜີ ທ່ານພູຕິນ


ປະທານາທິບໍດີ ຢູເຄຣນ ທ່ານ Petro Poroshenko (ກາງ) ປະທານາທິບໍດີຝຣັ່ງ ທ່ານ Francois Hollande (ຂວາ) ແລະ ນາຍົກລັດຖະມົນຕີ ເຢຍລະມັນ ທ່ານນາງ Angela Merkel (ຊ້າຍ)
ປະທານາທິບໍດີ ຢູເຄຣນ ທ່ານ Petro Poroshenko (ກາງ) ປະທານາທິບໍດີຝຣັ່ງ ທ່ານ Francois Hollande (ຂວາ) ແລະ ນາຍົກລັດຖະມົນຕີ ເຢຍລະມັນ ທ່ານນາງ Angela Merkel (ຊ້າຍ)

ບັນດາ​ຜູ້ນຳ​ເຢຍຣະ​ມັນ ​ແລະ​ຝຣັ່ງ ມີ​ກຳນົດ​ໄປເຖິງນະຄອນ​
ມົສກູ ​ໃນວັນ​ສຸກ​ມື້​ນີ້ ​ເພື່ອ​ສະ​ເໜີ​ແຜນການສັນຕິພາບສະບັບ​
ໃໝ່​ ທີ່​ແນໃສ່​ເພື່ອຍຸດຕິການ​ສູ້​ລົບ ທີ່ ພວມເພີ້ມທະວີຂຶ້ນຢູ່​
ໃນພາກ​ຕາ​ເວັນ​ອອກ​ຂອງຢູ​ເຄຣນ​ໃກ້​ກັບຊາຍ​ແດນຣັດ​ເຊຍ.

ນາຍົກລັດຖະມົນຕີ ເຢຍຣະມັນ ທ່ານ​ນາງ Angela Merkle
​ແລະ ປະທານາ​ທິບໍດີ​ຝຣັ່ງ ທ່ານ Francois Hollande ຈະ
​ສະ​ເໜີ​ແຜນການຂອງພວກທ່ານ ຕໍ່ປະທານາທິບໍດີຣັດ​ເຊຍ
ທ່ານ Vladimr Putin ​ໃນ​ວັນ​ສຸກ​ມື້​ນີ້ ນຶ່ງ​ມື້​ຫລັງ​ຈາກ ໄດ້ພົບ
​ປະກັນ ທີ່ນະຄອນ Kyiv ກັບ ປະທານາທິບໍດີຢູ​ເຄຣນ ທ່ານ
Petro Poroshenko ທີ່ໄດ້ຮັບການໜຸນ​ຫລັງ​ ໂດຍປະເທດ
​ຕາ​ເວັນ​ຕົກ.

ການ​ພົບປະນີ້ແມ່ນ​ໄດ້​ປິດ​ລັບຕໍ່​ສື່​ມວນ​ຊົນ​ແລະ​ບໍ່​ມີ​ລາຍ​ລະອຽດ​ໃດ​ໆກ່ຽວກັບແຜນການ
ສັນຕິ​ພາຍຂອງ​ຢູ​ໂຣບ ເປີດ​ເຜີຍໃຫ້ຊາບ. ທ່ານ Peroshenko ກ່າວ​ວ່າ ​ແຜນດັ່ງກ່າວ
“ເຮັດ​ໃຫ້​ມີ​ຄວາມ​ຫວັງ” ​ທີ່ຈະນຳໄປສູ່​ການ​ຢຸດ​ຍິງ.

​ໃນ​ຕອນ​ເຊົ້າ​ວັນ​ພະຫັດ​ວານ​ນີ້ ​ທີ່ນະຄອນ Kyiv ລັດຖະມົນຕີ​ຕ່າງປະ​ເທດ ສະຫະລັດ
ທ່ານ John Kerry ​ໄດ້​ຖິ້ມໂທດໃສ່ພວກ​ກະບົດ​ແບ່ງ​ແຍກ​ດິນ​ແດນ​ນິຍົມຣັດ​ເຊຍ ​ແລະ​
ວັງ Kremlin ​ໃນ​ການ​ເພີ້​ມທະວີ​ຄວາມ​ຮຸນ​ແຮງຂຶ້ນຢູ່ໃນ​ພາກ​ຕາ​ເວັນ​ອອກ​ຂອງຢູ​ເຄຣນ
​ໂດຍ​ກ່າວ​ວ່າ ປະທານາທິບໍດີ Putin “ສາມາດ​ ​ເລືອກເອົາ​ໄດ້ ​ທີ່ຈະເຮັດໃຫ້​ສົງຄາມດັ່ງ
ກ່າວນີ້ສິ້ນສຸດລົງ​.”

ທ່ານ Kerry ​ໄດ້​ຖະແຫຼງຫລັງຈາກ​ການເຈລະຈາ​ກັບປະທານາທິບໍດີຢູເຄຣນ. ທ່ານ​ກ່າວ​
ວ່າ “ພວກ​ເຮົາຕ້ອງການຢາກ​ແກ້​ໄຂ​ທາງ​ດ້ານ​ການ​ທູດ” “​ແຕ່​ພວກ​ເຮົາ​ບໍ່​ສາມາດ​ອັດຕາ​
ພວກເຮົາໄດ້ ກ່ຽວກັບລົດ​ຖັງ ທີ່​ຂ້າມ​ຊາຍ​ແດນຣັດ​ເຊຍ ເຂົ້າ​ມາ​ໃນຢູ​ເຄຣນ."

ຣັດ​ເຊຍ ​ໄດ້​ປະຕິ​ເສດ​ຊໍ້າ​ແລ້ວ​ຊໍ້າ​ອີກ ທີ່ວ່າ ຕົນບໍ່ມີສ່ວນ​ພົວພັນ​ໂດຍ​ກົງ​ໃດໆ ໃນການກໍ່ກະ
ບົດ ເປັນ​ເວລາ 10 ​ເດືອນ ທີ່​ໄດ້​ເອົາ​ຊີວິດ​ຜູ້ຄົນໄປ​ແລ້ວ ເກືອບ 5400 ຄົນ.

European, US Leaders in Diplomatic Push for Peace in Ukraine
please wait

No media source currently available

0:00 0:02:20 0:00

XS
SM
MD
LG