ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຢຍຣະມັນ ຫວັງວ່າ ການເຈລະຈາ ໃນຢູເຄຣນ ຈະຊ່ວຍ ຜ່ອນຄາຍ ຄວາມເຄັ່ງຕຶງ (ວີດີໂອ/ສະ​ໄລ​ດ໌)


Ukraine CNPK
please wait
Embed

No media source currently available

0:00 0:02:27 0:00
ລັດຖະມົນຕີ​ການ​ຕ່າງປະ​ເທດ​ເຢຍຣະມັນ ​ກຳ​ລັງ​ທຳ​ການ​ຢ້ຽມ
ຢາມຢູ​ເຄຣນ ​ເພື່ອ​ຊ່ວຍເລີ້ມ​ ການ​ໂອ້​ລົມ​ເຈລະຈາ ​ລະ​ຫວ່າງ
ລັດຖະບານຢູເຄຣນ ​ແລະ​ພວກຫົວ​ແບ່ງ​ແຍກດິນ​ແດນທີ່​ນິຍົມ
ຣັດ​ເຊຍ ຫຼັງ​ຈາກ​ທີ່​ໄດ້​ມີ​ການ​ປະກາດ​ເປັນ​ເອກ​ກະລາດ ​ຂອງ
​ສອງ​ເຂດ​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ​ນັ້ນ.

ທ່ານ Frank-Walter Steinmeier ລັດຖະມົນຕີການຕ່າງ
ປະເທດເຢຍຣະມັນ ກຳລັງ​ຢູ່​ໃນ​ປະ​ເທດຢູເຄຣນ ​ທີ່​ພວມດີ້ນຮົນ
ຕໍ່ສູ້ ​ໃນ​ວັນ​ອັງຄານ​ມື້​ນີ້ ​ເພື່ອ​ສະໜັບສະໜຸນ “ການ​ເຈລະຈາ​
ແຫ່ງ​ຊາດ”
ຊຶ່ງ​ເປັນ​ແຜ​ນການ ​ທີ່ວາງ​ໄວ້ໂດຍ​ອົງການເພື່ອ​ຄວາມປອດໄພແລະ ການຮ່ວມມືໃນ​ຢູ​ໂຣບ ຫຼື OSCE.

ຂົງ ​ເຂດ Donetsk ທາງ​ພາກ​ຕາ​ເວັນ​ອອກ​ຂອງຢູ​ເຄຣນ ​ໄດ້ປະກາດເປັນ​ເອກ​ກະ
ລາດ ​ໃນ​ວັນ​ຈັນ​ວານ​ນີ້ ​ແລະ​ຂໍ​ຮ້ອງ​ໃຫ້ມົສກູພິຈາລະນາ​ຮັບ​ເອົາ​ຕົນ​ເຂົ້າ​ເປັນ​ສ່ວນ​ນຶ່ງ​ຂອງຣັດ​ເຊຍ. ຜູ້ນຳ​ທີ່ສະໜັບສະໜຸນຣັດ​ເຊຍ ​ໃນເຂດ Lohansk ທາງພາກຕາເວັນ
ອອກຂອງຢູ ເຄຣນນັ້ນ ​ກໍ​ໄດ້​ປະກາດເປັນເອກ​ກະລາດ ​ເຊັ່ນ​ກັນ.

ພວກແບ່ງ​ແຍກດິນ​ ແດນ ​ໃນ​ທັງ​ສອງ​ເຂດ ກ່າວ​ວ່າ 90 ສ່ວນ​ຮ້ອຍ​ຂອງ​ຄະ​ແນນ​ສຽງ
ໃນການ​ປ່ອນ​ບັດລົງປະຊາມະຕິ​ນັ້ນ ​ແມ່​ນສະໜັບສະໜຸນ​ເຫັນ​ພ້ອມ ທີ່​ຢາກ​ແຍກ​ອອກ​ຈາກ​ຢູ​ເຄຣນ ໃນທອງສອງເຂດ ເມື່ອ​ວັນ​ອາທິດ​ຜ່ານ​ມາ​ນີ້. ຜົນ​ຂອງ​ການ​ນັບ​ຄະ​ແນນ​ສຽງ​ດັ່ງກ່າວ ​ແມ່ນ​ບໍ່​ສາມາດ​ໄດ້ຮັບການຢືນຢັນ ຢ່າງເປັນ​ອິດ​ສະລະ.

ລັດຖະມົນຕີ​ການ​ຕ່າງປະ​ເທດຢູ​ເຄຣນ ເອີ້ນ​ການ​ເລືອກ​ຕັ້ງ​ດັ່ງກ່າວ​ວ່າ ​ບໍ່ຈິງຈັງ ແບບ​ເຮັດ​ຫຼິ້ນ ​ແລະ​ກ່າວ​ວ່າ ​ການຢັ່ງ​ສຽງໂດຍ​ປະເທດ​ຕາ​ເວັນ​ຕົກ​ ແລະ​ໝ່ວຍງານ​ຂອງຢູ​ເຄຣນ ສະ​ແດງໃຫ້ເຫັນ​ວ່າ ຜູ້​ຄົນສ່ວນ​ໃຫຍ່ທີ່​ອາ​ໄສໃນ​ພາກຕາ​ເວັນ​ອອກຢູເຄຣນ​ນັ້ນ ຕ້ອງການ ຢາກເປັນພາກສ່ວນນຶ່ງຂອງຢູເຄຣນຕໍ່ໄປ.

ທ່ານ​ຍັງໄດ້​ກ່າວ​ຫາ ພວກ​ກໍ່​ການ​ຮ້າຍ ທີ່​ນິຍົມຣັດ​ເຊຍວ່າ ທຳການຂົ່ມຂູ່​ຕໍ່ພວກ​ຄົນ​ສ່ວນ​ຫຼາຍ ທີ່ກ້າ​ປາກ​ເວົ້າ ແລະ​ວ່າ ການ​ເລືອກ​ຕັ້ງ​ປະທານາທິບໍດີ ​ໃນ​ວັນ​ທີ 25 ພຶດສະພາ ຈະ​ມາ​ເຖິງ​ນີ້ ​ຊຶ່ງ​ຈະເປັນ​ການເລືອກຕັ້ງທີ່ອິດ​ສະລະ​ແລະ​ທ່ຽງ​ທຳນັ້ນ ​ແມ່ນບຸລິມະສິດຂອງຕົນ.

​ເລຂາທິການໃຫຍ່ອົງການ​ສະຫະ​ປະຊາ​ຊາດ ທ່ານ Ban Ki-moon ​ໄດ້​ຮຽກຮ້ອງໃຫ້
ຍຸຕິຕໍ່​ການ​ບ່ອນທຳລາຍຕໍ່ຜືນແຜ່ນດິນອັນຄົບຖ້ວນຂອງຢູ​ເຄຣນ.

​ທ່ານ Ban ກ່າວ​ວ່າ “ ​ໃນ​ຫຼາຍໆ​ສັບປະດາ​ທີ່​ຜ່ານ​ມາ​ນີ້ ​ແມ່ນ​ໄດ້​ເກີ​ດຄວາມ​ຮຸນ​ແຮງ​ຂຶ້ນ​ຫຼາຍແລະ​ໄດ້​ມີ​ການ​ເຈລະຈາພຽງໜ້ອຍດຽວ. ຂ້າພະ​ເຈົ້າ​ຂໍຮຽກຮ້ອງ​ໄປ​ຍັງພວກທີ່ຕ້ອງ ການຈະບ່ອນທຳລາຍຕໍ່ຄວາມເປັນອັນ​ນຶ່ງ​ອັນ​ດຽວ​ກັນ
ຜືນແຜ່ນດິນອັນຄົບຖ້ວນ ແລະ ສະຖຽນລະພາບຂອງ​ຢູ​ເຄຣນ ຢຸດເຊົາການກະ
ທຳເຫຼົ່າ​ນັ້ນ​. ບັນດາເຈົ້າ​ໜ້າ​ທີ່​ໃນ​ນະຄອນຫຼວງ ​Kyiv ​ຄວນ​ຈະສືບ​ຕໍ່​ ການຮັບ​
ມື​ກັບການກະທຳທີ່​ວ່າ​ນີ້ ດ້ວຍ​ຄວາມລະມັດລະວັງເປັນທີ່ສຸດ ພາຍໃນຂອບເຂດ
ຂອງກົດໝາຍຢູເຄຣນ ແລະຫລັກການສິດທິມະນຸດຂອງນາໆຊາດ.”

XS
SM
MD
LG