ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວກະສິກອນເຢຍຣະມັນ ຢູ່ໃນຢູເຄຣນ ຕໍ່ສູ້ເພື່ອຮັກສາທຸລະກິດ, ແລະ ຊ່ວຍເຫຼືອກອງກຳລັງທະຫານ


German Farmer in Ukraine Fights to Keep Business, Help Military
please wait

No media source currently available

0:00 0:02:16 0:00

ຊາວກະສິກອນເຢຍຣະມັນ ຢູ່ໃນຢູເຄຣນ ຕໍ່ສູ້ເພື່ອຮັກສາທຸລະກິດ, ແລະ ຊ່ວຍເຫຼືອກອງກຳລັງທະຫານ

ເມື່ອ​ຣັດ​ເຊຍຖອນໂຕ​ອອກ​ຈາກ​ຂໍ້​ຕົກລົງອາຫານປະ​ເພດເມັດທະ​ເລ​ດຳ ​ໃນ​ເດືອນ​ກໍລະກົດຜ່ານ​ມາ ປະ​ເທດນີ້ກໍ່​ໄດ້​ເລີ່​ມບຸກ​ໂຈມ​ຕີ​ເມືອງ​ທ່າ​ໂອເດສຊາ (Odesa) ຢ່າງ​ຕໍ່​ເນື່ອງ. ສໍາລັບຊາວກະສິກອນຢູເຄຣນ ທີ່ເຮັດວຽກຢູ່ທີ່ນັ້ນແລ້ວ ສິ່ງນີ້ເປັນພຽງແຕ່ຄວາມທ້າທາຍອີກອັນນຶ່ງ ໃນຂະນະທີ່ພວກເຂົາພະຍາຍາມຫາລ້ຽງຊີບໃນຊ່ວງສົງຄາມ. ອານນາ ຄອສ໌ສຈຸຈເຈັນໂກ (Anna Kosstutschenko) ມີລາຍລະອຽດເພີ່ມເຕີມຈາກເຂດກີຢິບ, ເຊິ່ງອາດນະສັກ ຈະນຳ ລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ທ່ານ ດີທຣິຈ ໄທຣສ໌ ເຊິ່ງເກີດ​ຢູ່ເຢຍຣະມັນເປັນທີ່ປຶກສາອິດສະຫຼະດ້ານການປູກ​ຝັງ ແລະ ກະ​ສິ​ກຳໃນຢູເຄຣນ ຕັ້ງແຕ່ປີ 2005.

​ເມື່ອ​ຣັດ​ເຊຍ​ບຸກ​ລຸກຢູເຄຣນ, ທ່ານ​ໄດ້​ຕັດສິນ​ໃຈທີ່ຈະ​ຢູ່​ໃນ​ປະ​ເທດນີ້ຕໍ່​ໄປ ​ເຖິງແມ່ນ​ວ່າ​ຈະ​ມີ​ຄວາມ​ສ່ຽງ ​ແລະ ໄດ້ໃຫ້ການສະໜັບສະໜູນແກ່ກອງ​ກຳລັງ​ປະກອບ​ອາວຸດ​ຂອງ​ຢູ​ເຄຣນ ນັບຕັ້ງ​ແຕ່​ມື້ທຳອິດຂອງ​ສົງຄາມ. ​ໃນ​ທ້າຍ​ເດືອນ​ມິຖຸນາ​ຜ່ານ​ມາ, ບໍລິສັດ​ຂອງທ່ານ​ໄດ້​ຈັດ​ກິດຈະກຳ​ການ​ກຸສົນ​ເພື່ອ​ສະໜັບສະໜູນ​ກອງທັບຂອງຢູເຄຣນ. ທ່ານ ໄດ້ກ່າວເປັນພາສາອັງກິດວ່າ:

“ເງິນເອົາໄປຊື້ເຮືອ​ບິນບໍ່​ມີ​ຄົນ​ຂັບ ຫລື ໂດຣນ, ຂ້າ​ພະ​ເຈົ້າໄດ້ປະກອບສ່ວນໃນ​ນາມສ່ວນຕົວ.”

ທ່ານ ໄທຣສ໌ ເຕີບໃຫຍ່ຢູ່ໃນຟາມໃນເມືອງບາແວເຣຍ (Bavaria). ທ່ານໄດ້ມາຢູເຄຣນຄັ້ງທຳອິດ ໃນປີ 1999 - ແລະເກີດ​ຄວາມ​ຮັກປະເທດນີ້. ໃນປີ 2017, ທ່ານໄດ້ເລີ່ມຕົ້ນເຮັດວຽກກັບ ໂຄງການກະສິກໍາເຢຍຣະມັນ - ຢູເຄຣນຂອງກະຊວງອາຫານ, ກະສິ​ກຳ ແລະການປົກ​ປ້ອງ ຜູ້ບໍລິໂພກຂອງລັດຖະບານກາງ. ທ່ານເຄີຍ ຂົນສົ່ງເມັດພືດຂອງທ່ານ ໄປທົ່ວໂລກໂດຍຜ່ານ ທະເລດໍາ. ແຕ່​ການ​ຍິງ​ຖະ​ຫລົ່ມຂອງ​ຣັດ​ເຊຍກຳລັງສ້າງ​ຄວາມ​ຫຍຸ້ງ​ຍາກ, ແລະ​ເຮັດໃຫ້ການ​ຂົນ​ສົ່ງ​ອາ​ຫານ​ປະ​ເພດເມັດ​ທາງບົກນັ້ນ​ມີ​ລາ​ຄາ​ແພງ​ຂຶ້ນ, ທ່ານກ່າວເປັນພາສາອັງກິດວ່າ:

“ຖ້າມັນໃຊ້ເວລາດົນ, ແລະ ສິ່ງອຳນວຍຄວາມສະດວກຂອງທ່າເຮືອຖືກທຳລາຍ ແລ້ວພວກເຮົາ - ບໍ່ພຽງແຕ່ຟາມຂອງພວກເຮົາເທົ່ານັ້ນ, ແຕ່ຊາວນາ​ຊາວ​ສວນຢູເຄຣນທັງໝົດ - ຈະປະ​ເຊີນກັບບັນຫາ.”

ທ່ານ ໄທຣສ໌ ຄິດໄລ່ວ່າ ບໍລິສັດຂອງລາວອາດຈະສູນເສຍເງິນປະມານນຶ່ງລ້ານໂດລາ ພຽງ​ແຕ່ຍ້ອນການປ່ຽນໄປໃຊ້ການຂົນສົ່ງທາງບົກເທົ່າ​ນັ້ນ. ທ່ານ​ຍັງ​ມີ​ຄວາມ​ເປັນ​ຫ່ວງອີກ​ວ່າ ກອງ​ກຳລັງຣັດ​ເຊຍອາດ​ຈະ​ທຳລາຍອາ​ຫານ​ປະ​ເພດ​ເມັດ​ທີ່​ຢູ່​ໃນ​ທ່າ​ກຳ​ປັ່ນນັ້ນ​ອີກ.
ທ່ານກ່າວຕື່ມວ່າ:

“ໃນເວລານີ້ຂອງປີໜ້າ,​ ຂ້າ​ພະ​ເຈົ້າຕ້ອງມີຮ້ານຄ້າເປົ່າຫວ່າງ ເພື່ອເກັບຜົນຜະລິດໃໝ່ຂອງຕົນ; ຂ້າ​ພະ​ເຈົ້າສາມາດເກັບເມັດ​ພືດໄວ້ໄດ້ 2 ປີ ໂດຍທີ່ບໍ່ເນົ່າເສຍ ແຕ່ຂ້າ​ພະ​ເຈົ້າບໍ່ມີບ່ອນເກັບມ້ຽນ ສຳລັບລະ​ດູເກັບກ່ຽວຄັ້ງຕໍ່ໄປ.”

ການຖອນໂຕອອກຈາກຂໍ້ຕົກລົງອາຫານປະເພດເມັດຂອງຣັດເຊຍ ໄດ້ສົ່ງຜົນກະທົບຕໍ່ຕະຫຼາດ ໂລກ. ແຕ່, ທ່ານກ່າວວ່າ ບັນດາປະເທດທີ່ທຸກຍາກກຳລັງໄດ້ຮັບຜົນກະທົບອັນໃຫຍ່ຫຼວງທີ່ສຸດ.

“ບັນດາປະຊາຊົນຜູ້ທຸກຍາກໃນໂລກຈະທຸກທໍລະມານເປັນເວລາຍາວນານ.”

ເຖິງແມ່ນວ່າຈະມີສົງຄາມ ແລະ ສະຖານະການການສົ່ງອອກທີ່ຄາດເດົາບໍ່ໄດ້, ທ່ານ ໄທຣສ໌ ກ່າວວ່າ ທ່ານບໍ່ມີແຜນການທີ່ຈະໜີຈາກຢູເຄຣນໄປ.

ອ່ານຂ່າວນີ້ເປັນພາສາອັງກິດລຸ່ມນີ້:

When Russia left the Black Sea grain deal in July, it began to continuously shell the port city of Odesa. For Ukrainian farmers working there, it was just another challenge as they try to make a living during wartime. Anna Kosstutschenko has more from the Kyiv region.

German native Dietrich Treis has been an independent consultant on farming and agriculture in Ukraine since 2005.

When Russia invaded Ukraine, he decided to stay in the country, despite the risks and has been supporting Ukraine’s armed forces since day one of the war. In late June, his company organized a charity event to support Ukraine’s military.

Mr. Dietrich Treis, DTC Agri-Consulting:

“Money went to buy drones, I personally contributed.”

Treis grew up at a farm in Bavaria. He came to Ukraine in 1999 for the first time – and fell in love with the country. In 2017, he started working with а German-Ukrainian agricultural project of the Federal Ministry of Food, Agriculture and Consumer Protection. He has been used to transporting his grain to the world via the Black Sea. But Russian shelling is making the difficult, and transporting grain over land is more expensive.

Mr. Dietrich Treis, DTC Agri-Consulting:

“If it takes long, and port facilities are destroyed, then we – not only our farm, but all Ukrainian farmers – will be in trouble.”

Treis calculates that his company could lose about a million dollars solely because of the switch to land transportation. He also worries Russian forces might destroy the grain that is sitting in ports.

Mr. Dietrich Treis, DTC Agri-Consulting:

“At this time next year, I have to have empty stores to store my new harvest; I can store grain for two years without it spoiling, but I don't have the storage for the next harvest.”

Russia’s leaving the grain deal affected the global market. But, he says, poor countries are feeling the biggest impact.

Mr. Dietrich Treis, DTC Agri-Consulting:

“The poor people of the world will suffer for a long time.”

Despite the war and the unpredictability of the export situation, Treis says he has no plans to leave Ukraine.

XS
SM
MD
LG