ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໑ ມີນາ ໒໐໒໕

ເສດຖະກິດເຢຍຣະມັນ ຂະຫຍາຍໂຕ ເກີນຄາດໝາຍ


ເຈົ້າໜ້າທີ່ເຢຍຣະມັນກ່າວວ່າ ເສດຖະກິດຂອງຕົນໄດ້ປະ ສົບກັບຄວາມກ້າວໜ້າທີ່ສຳຄັນ ເປັນໄຕຼມາດທີສອງທີ່ ດີທີ່ສຸດ ໃນຮອບ 23 ປີ ແລະກໍລື່ນໂຕເລກຄາດໝາຍ.

ເສດຖະກິດຂອງເຢຍຣະມັນ ເຕີບໂຕ 2.2% ເມື່ອສົມທຽບ ໃສ່ໄລຍະສາມເດືອນຜ່ານມາ. ພວກນັກວິເຄາະທຳນາຍວ່າ ເສດຖະກິດຂອງເຢຍຣະມັນ ຈະຂະຫຍາຍໂຕ 1.4%.

ນັກເສດຖະສາດ Carsten Brzeski ກ່າວວ່າ ການ ຂະຫຍາຍໂຕທີ່ວ່ານີ້ ສະແດງໃຫ້ເຫັນວ່າ ເຢຍຣະມັນ ໄດ້ຮັບຜົນກຳໄລ ຈາກການຂາຍ ກ່ຽວກັບການກໍ່ສ້າງ ແລະການເພີ້ມຂຶ້ນ ໃນການສົ່ງອອກສິນຄ້າ.

ທ່ານ Brzeski ຄາດຄະເນວ່າ ເສດຖະກິດຂອງເຢຍຣະມັນ ຈະບໍ່ສາມາດຮັກສາລະດັບ ໃນການເຕີບໂຕປັດຈຸບັນໄດ້ ແຕ່ກໍເວົ້າວ່າ ມັນພວມມຸ່ງໜ້າ ໄປສູ່ຄວາມເຊື່ອໝັ້ນໂຕເອງ ໃນການຟື້ນໂຕຄືນ.

XS
SM
MD
LG