ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພັກການເມືອງຂອງນາຍົກ ເຢຍຣະມັນ ຊະນະການເລືອກຕັ້ງ


ຜູ້ລົງແຂ່ງຂັນຄະແນນສູງສຸດຂອງພັກປະຊາທິປະໄຕ ຄຣິສຕຽນ ຜູ້ປົກຄອງລັດ Saarland ທ່ານນາງ Annegret Kramp-Karrenbauer, ຂວາ, ຜູ້ລົງແຂ່ງຂັນ ຄະແນນ
ສູງສຸດຂອງພັກປະຊາທິປະໄຕສັງຄົມທ່ານນາງ Anke Rehlinger ເຂົ້າຮ່ວມໃນການໂຕ້ວາທີອອກໂທລະພາບ
ຫຼັງຈາກການເລືອກຕັ້ງຂອງລັດ Saarland ໃນນະຄອນ Saarbruecken, 26 ມີນາ 2017,
ຜູ້ລົງແຂ່ງຂັນຄະແນນສູງສຸດຂອງພັກປະຊາທິປະໄຕ ຄຣິສຕຽນ ຜູ້ປົກຄອງລັດ Saarland ທ່ານນາງ Annegret Kramp-Karrenbauer, ຂວາ, ຜູ້ລົງແຂ່ງຂັນ ຄະແນນ ສູງສຸດຂອງພັກປະຊາທິປະໄຕສັງຄົມທ່ານນາງ Anke Rehlinger ເຂົ້າຮ່ວມໃນການໂຕ້ວາທີອອກໂທລະພາບ ຫຼັງຈາກການເລືອກຕັ້ງຂອງລັດ Saarland ໃນນະຄອນ Saarbruecken, 26 ມີນາ 2017,

ພັກແນວທາງກາງຂວາຂອງນາຍົກລັດຖະມົນຕີ ເຢຍຣະມັນ ທ່ານນາງ Angela Merkel ໄດ້ຊະນະການເລືອກຕັ້ງຂັ້ນລັດ ດ້ວຍຄະແນນຫ່າງ ກັນ 10 ຄະແນນ ໃນວັນອາທິດວານ
ນີ້ ໃນການສະກັດກັ້ນລ່ວງໜ້າ ຕໍ່ຄວາມຫວັງໃນການທີ່ຈະໂຄ່ນລົ້ມທ່ານນາງອອກຈາກ
ຕຳແໜ່ງຂອງພັກທີ່ມີແນວທາງກາງຊ້າຍ ໃນການເລືອກຕັ້ງແຫ່ງຊາດເດືອນກັນຍານີ້.

ພັກປະຊາທິປະໄຕ ຄຣິສຕຽນ ຫຼື CDU ຂອງທ່ານນາງ Merkel ໄດ້ຊະນະພັກປະຊາທິ
ປະໄຕສັງຄົມຢ່າງງ່າຍດາຍໃນລັດ Saarland, ເຖິງແມ່ນໄດ້ຖືກຄາດໝາຍໄວ້ວ່າ ຈະມີ
ການແຂ່ງຂັນຢ່າງສູສີກັນ ຫຼັງຈາກພັກປະຊາທິປະໄຕສັງຄົມ ໄດ້ຮັບການສະໜັບສະໜູນ
ເພີ່ມຂຶ້ນໃນການຢັ່ງຫາງສຽງ ດ້ວຍການສະເໜີຊື່ທ່ານ Martin Schulz ອະດີດປະທານ
ຂອງສະພາ ຢູໂຣບ ກໍຕາມ.

ທ່ານ Armin Laschet ສະມາຊິກອາວຸໂສຂອງພັກ CDU ກ່າວວ່າ ພວກອະນຸລັກນິຍົມ
ໄດ້ຮັບໄຊຊະນະທີ່ແຂງແກ່ນຢ່າງບໍ່ຄາດຄິດໃນລັດ Saarlandເປັນລັດທີ່ນ້ອຍຕັ້ງຢູ່ເຂດ ຊາຍແດນ ຕິດກັບປະເທດຝຣັ່ງ, ມີປະຊາກອນພຽງແຕ່ 1 ລ້ານຄົນ, ໄດ້ໃຫ້ “ການໜູນ
ຫຼັງ”
ແກ່ພວກເຂົາເຈົ້າສຳລັບການເລືອກຕັ້ງທີ່ໃຫຍ່ກວ່າ ເຊິ່ງຈະມີຂຶ້ນໃນໝໍ່ໆນີ້.

ທ່ານ Laschet ໄດ້ກ່າວຕໍ່ໂທລະພາບ ZDF ໃນວັນຈັນມື້ນີ້ວ່າ “ທຸກໆຢ່າງ ທີ່ໄດ້ກ່າວ
ໄປ ກ່ຽວກັບ ລົດໄຟ Schulz ແມ່ນໄດ້ແລ່ນທັບໝົດທຸກຢ່າງ ແລະ ປ່ຽນແປງໝົດ
ທຸກຢ່າງນັ້ນ ແມ່ນບໍ່ໄດ້ເປັນຈິງ.”

ອີງຕາມບັນດານັກວິເຄາະ, ຄວາມນິຍົມຂອງຜູ້ປົກຄອງລັດ Saarland ປະກົດວ່າໄດ້
ສ້າງຄວາມແຕກຕ່າງໃນວັນອາທິວານນີ້.

ທ່ານ Schulz ໄດ້ຍອມຮັບວ່າ “ມັນບໍ່ແມ່ນຄໍ່າຄືນທີ່ງົດງາມ” ແລະ ວ່າ ພັກ “CDU ໄດ້ຮັບໄຊຊະນະຢ່າງຂາວສະອາດ” ແຕ່ໄດ້ຢືນຢັດວ່າ “ເປົ້າໝາຍຂອງພວກເຮົາ ແມ່ນການປ່ຽນແປງຂອງລັດຖະບານກາງ” ໃນປີນີ້, ແລະ ໄດ້ເອີ້ນການໂຄສະນາຫາ ສຽງຈົນເຖິງເວລານັ້ນວ່າ “ເປັນການແຂ່ງຂັນມາຣາທອນ, ບໍ່ແມ່ນແຂ່ງຂັນແລ່ນໄວ.”

ພັກທາງເລືອກໃໝ່ສຳລັບ ເຢຍຣະມັນ ເຊິ່ງເປັນພັກປະຊານິຍົມຕໍ່ຕ້ານຄົນເຂົ້າເມືອງ
ແລະ ປີກຂວາ ໄດ້ຊະນະ 6 ເປີເຊັນໃນການລົງຄະແນນສຽງ, ເຊິ່ງໝາຍຄວາມວ່າ ຕອນ ນີ້ພວກເຂົາເຈົ້າເປັນຕົວແທນໃນສະພາລັດຂອງ ເຢຍຣະມັນ 11 ແຫ່ງ ຈາກທັງໝົດ 16
ແຫ່ງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG