ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກ ເຢຍຣະມັນ ຈະລົງແຂ່ງຂັນ ເອົາດຳລົງຕຳແໜ່ງສະໄໝທີ 4


ປະທານາທິບໍດີ ບາຣັກ ໂອບາມາ ແລະ ນາຍົກລັດຖະມົນຕີ ເຢຍຣະມັນ ທ່ານນາງ Angela Merkel ພົບປະກັນທີ່ຫ້ອງ
ການລັດຖະບານໃນນະຄອນຫຼວງ ເບີລິນ. ເຢຍຣະມັນ. 18 ພະຈິກ, 2016.
ປະທານາທິບໍດີ ບາຣັກ ໂອບາມາ ແລະ ນາຍົກລັດຖະມົນຕີ ເຢຍຣະມັນ ທ່ານນາງ Angela Merkel ພົບປະກັນທີ່ຫ້ອງ ການລັດຖະບານໃນນະຄອນຫຼວງ ເບີລິນ. ເຢຍຣະມັນ. 18 ພະຈິກ, 2016.

ນາຍົກລັດຖະມົນຕີ ເຢຍຣະມັນ ທ່ານນາງ Angela Merkel ຄາດວ່າຈະປະກາດຂໍ້ສະ ເໜີການດຳລົງຕຳແໜ່ງເປັນຫົວໜ້າລັດຖະບານສະໄໝທີ 4 ເມື່ອທ່ານນາງພົບປະກັບບັນ ດາຜູ້ນຳຄົນອື່ນໆຂອງພັກປະຊາ ທິປະໄຕ ຄຣິສຕຽນ ຫຼື CDU ຂອງທ່ານນາງໃນນະຄອນ ຫຼວງ ເບີລິນ ຕອນບ່າຍຂອງວັນອາທິດມື້ນີ້.

ທ່ານນາງ Merkel ໄດ້ຮຽກກອງປະຊຸມຖະແຫຼງຂ່າວໃນເວລາ 18 ໂມງຕາມເວລາໃນ ທ້ອງຖິ່ນ, ເປັນສັນຍານທີ່ຖືກຕີຄວາມໝາຍໂດຍບັນດານັກການເມືອງ ແລະ ສື່ມວນຊົນ ວ່າທ່ານນາງໄດ້ທຳການຕັດສິນໃຈແລ້ວ. ເພື່ອນຮ່ວມພັກ CDU ຂອງທ່ານນາງກ່ອນໜ້າ ນີ້ ໄດ້ກ່າວວ່າ ທ່ານນາງ Merkel ຈະລົງແຂ່ງຂັນເອົາຕຳແໜ່ງອີກຄັ້ງ.

ທ່ານນາງ Merkel ອາຍຸ 62 ປີໄດ້ຖືກພິຈາລະນາຢ່າງກວ້າງຂວາງ ວ່າ ກຳລັງທີ່ສ້າງ ຄວາມໝັ້ນຄົງໃນ ຢູໂຣບ ໃນຊ່ວງເວລາແຫ່ງຄວາມບໍ່ແນ່ນອນ ຫຼັງຈາກການລົງປະຊາມະ ຕິ ເພື່ອຖອນຕົວອອກຈາກສະຫະພາບ ຢູໂຣບ ຂອງ ອັງກິດ ແລະ ການເລືອກຕັ້ງຂອງ ທ່ານ Donald Trump ເປັນປະທານາທິບໍດີຄົນຕໍ່ໄປຂອງ ສະຫະລັດ.

ໃນຖານະເປັນນາຍົກຂອງ ເຢຍຣະມັນ ນັບຕັ້ງແຕ່ປີ 2005 ເປັນຕົ້ນມາ, ທ່ານນາງ Merkel ໄດ້ນຳພາເສດຖະກິດທີ່ໃຫຍ່ທີ່ສຸດຂອງ ຢູໂຣບ ຜ່ານຜ່າວິກິການດ້ານການເງິນ ແລະ ໜີ້ສິນຂອງປະເທດໃນເຂດສະກຸນເງິນ ຢູໂຣ, ທ່ານນາງໄດ້ຮັບຄວາມເຄົາລົບນັບຖື ຈາກສາກົນສຳລັບຜົນງານດັ່ງກ່າວ. ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ໄດ້ເອີ້ນທ່ານນາງ Merkel ວ່າເປັນພັນທະມິດທີ່ “ດີເດັ່ນ” ໃນລະຫວ່າງການເດີນທາງ ຢ້ຽມຢາມ ເຢຍຣະມັນ ໃນຖານະປະທານາທິບໍດີຂອງທ່ານ ເມື່ອສັບປະດາທີ່ຜ່ານມາ, ນອກນັ້ນ ທ່ານນາງ ຍັງຮັບມືກັບວິກິດການຜູ້ຍົກຍ້າຍຖິ່ນຖານທີ່ກຳລັງດຳເນີນຢູ່ໃນທົ່ວ ທະວີບ ຢູໂຣບ.

ໃນເດືອນກັນຍາທີ່ຜ່ານມາ, ທ່ານນາງ Merkel ໄດ້ເຮັດໃຫ້ປະຊາຊົນໃນປະເທດຕົກຕະ ລຶງເມື່ອທ່ານນາງໄດ້ກ່າວວ່າ ທ່ານນາງຫວັງວ່າຈະສາມາດຮັບມືກັບວິກິການຜູ້ຍົກຍ້າຍ ຖິ່ນຖານໃນຮູບແບບທີ່ແຕກຕ່າງອອກໄປ, ຫຼັງຈາກພັກ CDU ໄດ້ເສຍໄຊຄັ້ງໃຫຍ່ໃນການ ເລືອກຕັ້ງນະຄອນ ເບີລິນ, ແຕ່ໄດ້ຢຸດຢ່າງກະທັນຫັນ ດ້ວຍການເອີ້ນມັນວ່າເປັນຄວາມ ຜິດພາດຂອງນະໂຍບາຍ.

ການຮັບມືໃນວິກິດການຜູ້ຍົກຍ້າຍຖິ່ນຖານຂອງທ່ານນາງ ໄດ້ເຮັດໃຫ້ພວກຜູ້ລົງຄະແນນ ສຽງຫຼາຍຄົນບໍ່ພໍໃຈ, ຫລັງຈາກທ່ານນາງໄດ້ອະນຸຍາດໃຫ້ພວກອົບພະຍົບເກືອບໜຶ່ງລ້ານ ຄົນເຂົ້າໃນປະເທດ. ຄວາມນິຍົມຂອງທ່ານນາງໄດ້ຫຼຸດລົງ ແລະ ພັກການເມືອງອື່ນໆໄດ້ ຮັບຄວາມນິຍົມຫຼາຍກວ່າ ໃນການເລືອກຕັ້ງທ້ອງຖິ່ນ, ຢ່າງໂດດເດັ່ນທີ່ສຸດແມ່ນພັກທາງ ເລືອກອື່ນເພື່ອ ເຢຍຣະມັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG