ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລມຕ ຕ່າງປະເທດ ສະຫະລັດ ແລະຣັດເຊຍ ຈະພົບປະກັນ ເລື່ອງຊີເຣຍ (ວີດີໂອ)


ລັດຖະມົນຕີຕ່າງປະເທດຣັດເຊຍ ທ່ານ Sergei Lavrov
ລັດຖະມົນຕີຕ່າງປະເທດຣັດເຊຍ ທ່ານ Sergei Lavrov
ທ່ານ​ນາງ Hillary Clinton ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ​ຈະ​ພົບ​ປະກັບ​ທ່ານ Sergei Lavrov ລັດຖະມົນຕີ​ຕ່າງປະ​ເທດຣັດ​ເຊຍ ​ແລະ​ທ່ານ Lakhdar Brahimi ທູດ​ສັນຕິພາບ​ພິ​ເສດ​ຂອງອົງການ​ສະຫະ​ປະຊາ​ຊາດ​ເມື່ອ​ວັນ​ພະຫັດ​ມື້​ນີ້ ​ເພື່ອ​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ບັນຫາ​ຂໍ້​ຂັດ​ແຍ້​ງ​ໃນຊີ​ເຣຍ.

​ເຈົ້າໜ້າ​ທີ່​ອາວຸ​ໂສ​ສະຫະລັດ​ທ່ານ​ນຶ່ງ​ເວົ້າ​ວ່າ ພວກ​ທ່ານທັງສາມ​ຈະ​ພົບປະກັນ​ທີ່ກຸງ​ Dublin ນະຄອນຫຼວງຂອງ​ Ireland ຢູ່​ນອກ​ກອງ​ປະຊຸມ​ດ້ານ​ສິດ​ທິມະນຸດ​ບັ້ນ​ນຶ່ງ.

ກອງ​ປະຊຸມ​ດັ່ງກ່າວ​ມີ​ຂຶ້ນ ໃນ​ຂະນະ​ທີ່ຄະນະລັດຖະບານເຢຍຣະມັນ ​ເຫັນ​ພ້ອມ​ທີ່​ຈະ​ສົ່ງ ລະບົບ​ຕໍ່ຕ້ານ​ລູກ​ສອນ​ໄຟ Patriot ​ແລະ​ທະຫາ​ນ​ໄປ​ຍັງປະ ​ເທດ​ເທີ​ກີ ​ເພື່ອ​ຊ່ວຍ​ປ້ອງ​ກັນ​ສະມາຊິກ​ຂອງ​ກຸ່ມ​ເນ​ໂຕ້ ​ທີ່​ອາດ​ຖືກ​ໂຈມ​ຕີ ​ໂດຍ​ຊີ​ເຣຍນັ້ນ.

ບັດ​ນີ້​ຂໍ້​ຕົກລົງ​ດັ່ງກ່າວ​ຈະ​ຕ້ອງ​ໄດ້​ຮັບ​ການ​ອະນຸມັດ​ຈາກ​ລັດຖະສະພາ​ເຢຍຣະມັນ ຊຶ່ງ​ກໍ​ຄາດ​ວ່າຈະໃຫ້ການ​ສະໜັບສະໜຸນ​ຕໍ່​ມາດ​ຕະການ​ທີ່​ວ່າ​ນີ້ ສ່ວນ​ປະ​ເທດ​ Netherlands ​ແລະ​ສະຫະ​ລັດກໍ​ຄາດ​ວ່າ​ຈະ​ຊ່ວຍ​ສົ່ງລະບົບຕໍ່ຕ້ານ​ລູກ​ສອນ​ໄຟ Patriot ​ໄປ​ສົມທົບໃນ​ບໍ່​ເທົ່າ​ໃນ​ອາທິດ​ຕໍ່ໜ້າ​ນີ້​.

NATO ​ໄດ້​ຕັດສິນ​ໃຈ​ສົ່ງລະບົບ​ຕໍ່ຕ້ານລູກ​ສອນ​ໄຟ​ Patriot ​ໄປ​ຍັງ Turkey ​ໃນ​ຕົ້ນ​ອາທິດ​ນີ້.

Turkey ​ໄດ້​ຂໍ​ຄວາ​ມຊ່ວຍ​ເຫຼືອຈາກ NATO ຫຼັງຈາກ​ລູກ​ສອນ​ໄຟ​ຂອງ ຊີ​ເຣຍ ​ໄດ້​ຍິງ​ໄປ​ຕົກ​ໃສ່​ເຂດ​ຊາຍ​ແດນ​ຂອງ​ຕົນ​ເມື່ອ​ເດືອນ​ຕຸລາ​ຜ່ານ​ມາ.

XS
SM
MD
LG