ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພະນັກງານຊ່ວຍເຫຼືອຄົນ ເຢຍຣະມັນ ແລະ ຜູ້ຄຸ້ມກັນ ຖືກຂ້າຕາຍໃນ ອັຟການິສຖານ


ເດັກຊາຍເບິ່ງປະຕູທາງເຂົ້າຂອງເຮືອນຫຼັງໜຶ່ງ, ບ່ອນທີ່
ພະນັກງານຊ່ວຍເຫຼືອຄົນ ເຢຍຣະມັນ ແລະ ຜູ້ຄຸ້ມກັນ
ໄດ້ຖືກຂ້າຕາຍໃນຄໍ່າຄືນທີ່ຜ່ານມາ, ໃນນະຄອນຫຼວງ ກາບູລ. 21 ພຶດສະພາ, 2017.
ເດັກຊາຍເບິ່ງປະຕູທາງເຂົ້າຂອງເຮືອນຫຼັງໜຶ່ງ, ບ່ອນທີ່ ພະນັກງານຊ່ວຍເຫຼືອຄົນ ເຢຍຣະມັນ ແລະ ຜູ້ຄຸ້ມກັນ ໄດ້ຖືກຂ້າຕາຍໃນຄໍ່າຄືນທີ່ຜ່ານມາ, ໃນນະຄອນຫຼວງ ກາບູລ. 21 ພຶດສະພາ, 2017.

ມືປືນທີ່ບໍ່ຊາບຊື່ ໄດ້ສັງຫານພະນັກງານຊ່ວຍເຫຼືອຊາວ ເຢຍຣະມັນ ຄົນໜຶ່ງ ແລະ ເຈົ້າ ໜ້າທີ່ຄຸ້ມກັນຄວາມປອດໄພຂອງລາວ ໃນນະຄອນຫຼວງ ກາບູລ ກ່ອນລັກພາຕົວແມ່ຍິງ
ຊາວ ຟິນແລນ ຄົນໜຶ່ງໄປ ຜູ້ທີ່ເຮັດວຽກໃຫ້ກັບອົງການຊ່ວຍເຫຼືອນັ້ນ.

ໂຄສົກກະຊວງການຕ່າງປະເທດ ຟິນແລນ ໄດ້ຢືນຢັນວ່າ ຊາວ ຟິນແລນ ຄົນໜຶ່ງໄດ້ຖືກ
ຈັບຕົວໄປຮຽກຄ່າໄຖ່ ແລະ ວ່າຍັງບໍ່ທັນມີຂໍ້ມູນ ກ່ຽວກັບ ຜູ້ລັກພາຕົວນັ້ນເທື່ອ.

ແລະ ກໍບໍ່ມີການອ້າງອີງສຳລັບຄວາມຮັບຜິດຊອບດ້ວຍ.

ຄວາມຮຸນແຮງໃນຂ້າມຄືນທີ່ຜ່ານມາ ໄດ້ເກີດຂຶ້ນຢູ່ນອກເຮືອນພັກແຫ່ງໜຶ່ງ ໃນຖະໜົນ Darulaman ທີ່ນະຄອນຫຼວງຂອງປະເທດ, ເປັນບ່ອນຢູ່ຂອງພະນັກງານອົງການ
Operation Mercy ເຊິ່ງເປັນອົງການການກຸສົນຂອງ ສວີເດັນ, ອີງຕາມການກ່າວຂອງ ກະຊວງພາຍໃນ ອັຟການິສຖານ.

ໂຄສົງຂອງກະຊວງທ່ານ Najib Danish ໄດ້ກ່າວວ່າ ຄົນຕ່າງປະເທດຜູ້ທີສາມແມ່ນໄດ້
ຖືກຊ່ວຍເຫຼືອໄວ້ໄດ້ ແລະ ການສືບສວນສອບສວນກ່ຽວກັບ ເຫດການດັ່ງກ່າວ ກຳລັງດຳ
ເນີນຢູ່.

ເຫດການລັກພາຕົວໄປ ເພື່ອຮຽກຄ່າໄຖ່ໃນນະຄອນຫຼວງ ກາບູລ ໄດ້ເປັນສິ່ງທ້າທາຍອັນ
ຍາວນານສຳລັບອຳນາດການປົກຄອງ ອັຟການິສຖານ ແລະ ໄດ້ຫ້າມບໍ່ໃຫ້ຄົນຕ່າງປະ
ເທດເຄື່ອນໄຫວຢ່າງອິດສະຫຼະຢູ່ໃນຕົວເມືອງ.

ໃນເຫດການຕ່າງກັນ, ພວກກະບົດຕາລີບານ ໄດ້ສັງຫານເຈົ້າໜ້າທີ່ຕຳຫຼວດ ອັຟການິສ
ຖານ 20 ຄົນ ແລະ ອີກຫຼາຍສິບຄົນໄດ້ຮັບບາດເຈັບ ໃນແຂວງ Zabul ທີ່ບໍ່ມີຄວາມແນ່
ນອນທາງພາກໃຕ້ຂອງປະເທດ.

ເຈົ້າແຂວງ ທ່ານ Bismillah Afghanmal ໄດ້ກ່າວຕໍ່ວີໂອເອວ່າ ຈຳນວນຜູ້ເສຍຊີວິດ
ແລະ ບາດເຈັບໄດ້ມີຂຶ້ນໃນຕອນແລງຂອງວັນເສົາວານນີ້ ຫຼັງຈາກພວກກະບົດໄດ້ໂຈມຕີ
ດ່ານກວດກາຄວາມປອດໄພຢູ່ໃນສອງເມືອງ. ທ່ານໄດ້ກ່າວເພີ່ມເຕີມວ່າ ຜູ້ໂຈມຕີກໍໄດ້
ປະສົບການເສຍຊີວິດ ແລະ ບາດເຈັບຄັ້ງໃຫຍ່ເຊັ່ນກັນ ແຕ່ທ່ານບໍ່ໄດ້ໃຫ້ຕົວເລກມາ.

ເຈົ້າແຂວງໄດ້ກ່າວວ່າ ການຕໍ່ສູ້ກັນ ຍັງຄົງມີຄວາມດຸເດືອດຢູ່ ໃນຂົງເຂດດັ່ງກ່າວ. ບັນດາ
ເຈົ້າໜ້າທີ່ໄດ້ຢືນຢັນຕໍ່ວີໂອເອວ່າ ພວກຕາລີບານ ໄດ້ບຸກໂຈມຕີດ່ານຫຼາຍແຫ່ງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG