ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ສະໝັກ ຂອງ ພັກຣີພັບບລີກັນ ຊະນະ ການເລືອກຕັ້ງ ພິເສດ ຢູ່ລັດ Georgia


Republican Wins Closely Watched Georgia Congressional Race
please wait

No media source currently available

0:00 0:02:52 0:00

ທ່ານນາງ Karen Handel ສັງກັດພັກຣີພັບບລີກັນ ໄດ້ຊະນະການເລືອກຕັ້ງ ສະມາ
ຊິກສະພາ ຮອບພິເສດ ໃນວັນອັງຄານວານນີ້ ຢູ່ທີ່ລັດ Georgia ທາງພາກໃຕ້ ຂອງ
ສະຫະລັດ ຊຶ່ງຈະອຳນວຍໃຫ້ພັກຂອງທ່ານນາງ ຍັງຄົງຄວບຄຸມທີ່ນັ່ງໄວ້ ໃນການ
ແຂ່ງຂັນທີ່ມີ​ຄະ​ແນນສູສີກັນ ແລະປະຕິ​ເສດໂອກາດຂອງພັກເດ ໂມແຄຣັດ ທີ່ຈະຕັດ
​ການ​ກຳສຽງສ່ວນຫຼາຍຂອງພັກຣີພັບບລີກັນຢູ່ໃນສະພາຕ່ຳ.

ການແຂ່ງຂັນລະຫວ່າງ ທ່ານນາງ Handel ແລະຜູ້ທ້າຊິງສັງກັດເດໂມແຄຣັດ ທ່ານ
Jon Ossoff ແມ່ນໄດ້ກາຍເປັນຈຸດເພັ່ງເລັງທີ່ສຳຄັນ ສຳລັບ ທັງສອງພັກການເມືອງ
ໂດຍເຮັດໃຫ້ເກີດມີການໃຊ້ເງິນຄ່າໂຄສະນາຫາສຽງ 50 ລ້ານໂດລາ ໃນອັນທີ່ຖືວ່າ
ເປັນການແຂ່ງຂັນເລືອກຕັ້ງສະມາຊິກສະພາທີ່ແພງທີ່ສຸດ ໃນປະຫວັດສາດ ຂອງ
ສະຫະລັດ.

ທ່ານນາງ Handel ໄດ້ຊະນະ ດ້ວຍຄະແນນສຽງປະມານ 53 ເປີເຊັນ ຕໍ່ 47 ເປີເຊັນ
ຂອງຄະແນນສຽງ ທີ່ທ່ານ Ossoff ໄດ້ຮັບ.

ອັນນັ້ນ ກໍແມ່ນວ່າ ໃກ້ຄຽງກັນ ຫຼາຍກວ່າ ໃນເວລາທີ່ ບ່ອນນັ່ງດຽວກັນນີ້ ໄດ້ມີການ
ເລືອກຕັ້ງກັນ ເມື່ອເດືອນພະຈິກ ປີກາຍນີ້ ແລະ ທ່ານ Tom Price ທີ່ສັງກັດພັກຣີ
ພັບບລີກັນ ໄດ້ຊະນະ ດ້ວຍຄະແນນສຽງ 23 ເປີເຊັນ. ທ່ານ Price ໄດ້ອອກຈາກ
ຕຳແໜ່ງ ຫຼັງຈາກ ປະທານາທິບໍດີ ດໍໂນລ ທຣຳ ໄດ້ເລືອກເອົາທ່ານ ​ໄປ​ເປັນ​ລັດຖະ
ມົນຕີ ກະຊວງສາທາລະນະສຸກ ແລະ ສະວັດດີການສັງຄົມ.

ທ່ານ ທຣຳ ເກືອບຈະບໍ່ໄດ້ຊະນະ ຢູ່ໃນເມືອງດຽວກັນນີ້ ເມື່ອເດືອນພະຈິກ ປີກາຍນີ້
ໂດຍ​ໄດ້​ຊະນະຂູ່ແຂ່ງຂອງທ່ານຈາກພັກເດໂມແຄຣັດ ຄືທ່ານນາງ Hillary Clinton
ດ້ວຍຄະແນນສຽງນຶ່ງເປີເຊັນ ແລະ ທ່ານໄດ້ໃຊ້ Twitter ໃນມື້ສຸດທ້າຍ ຂອງການ
ໂຄສະນາຫາສຽງ ເພື່ອທັງຕຳນິ ທ່ານ Ossoff ແລະ ຊຸກຍູ້ ພວກມີສິດອອກສຽງທັງ
ຫຼາຍ ໃຫ້ສະໜັບສະໜູນ ທ່ານນາງ Handel.

ທ່ານ Ralph Norman ສັງກັດພັກຣີພັບບລີກັນ ກໍຍັງໄດ້ຊະນະການເລືອກຕັ້ງຮອບ
ພິເສດ ໃນວັນອັງຄານວານນີ້ ຢູ່ໃນລັດ South Carolina ໂດຍຮັກສາບ່ອນນັ່ງ ໃນ
ສະພາຕ່ຳອີກບ່ອນນຶ່ງໄວ້ ໃນກຳມືຂອງພັກຣີພັບບລີກັນ. ເມື່ອຕົ້ນປີນີ້ ພັກຣີພັບບລີກັນ ໄດ້ຊະນະການເລືອກຕັ້ງຮອບພິເສດ ຢູ່ໃນລັດ Montana ແລະ ລັດ Kansas ໃນ
ຂະນະດຽວກັນ ພັກເດໂມແຄຣັດ ກໍໄດ້ຊະນະ ການແຂ່ງຂັນ ຢູ່ໃນລັດ California.

ຜົນທີ່ອອກມາ ກໍແມ່ນວ່າ ການທີ່ພັກຣີພັບບລີກັນ ມີສຽງສ່ວນຫຼາຍໃນສະພາຕ່ຳ
ໂດຍມີ 241 ຕໍ່ 194 ບ່ອນນັ່ງ ເພື່ອທີ່ຈະກ້າວໄປໜ້າໄດ້. ພັກຣີພັບບລີກັນ ກໍຍັງມີ
ສຽງສ່ວນຫຼາຍ ຢູ່ໃນສະພາສູງເຊັ່ນກັນ.

ບອນນັ່ງຢູ່ໃນສະພາຕ່ຳທັງໝົດມີ 435 ບ່ອນນັ່ງ ຈະຖືກເປີດໃຫ້ມີການເລືອກຕັ້ງ
ຄືນໃໝ່ ໃນປີ 2018 ແລະ ຖ້າຫາກ ພັກເດໂມແຄຣັດ ຢາກຈະ​ເຂົ້າຄວບຄຸມ
ລັດຖະສະພາ ຄືນອີກຄັ້ງນຶ່ງ ພວກເຂົາເຈົ້າ ຈະຕ້ອງຍາດ​ເອົາ​ບ່ອນ​ນັ່ງ​ໃຫ້ໄດ້
ຢ່າງໜ້ອຍ 24 ບ່ອນນັ່ງ.

US Congressional Election
please wait

No media source currently available

0:00 0:01:07 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG