ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ພັກລັດຖະບານຂອງຈໍເຈຍ ຊະນະການເລືອກຕັ້ງຢູ່ທ້ອງຖິ່ນ ຫລັງຈາກຈັບ ອະດີດປະທານາທິບໍດີແລ້ວ


ແມ່ຍິງຄົນນຶ່ງກໍາລັງຍື່ນບັດເລືອກຕັ້ງຂອງລາວໃຫ້ພະນັກງານຢູ່ສະຖານທີ່ປ່ອນບັດເລືອກຕັ້ງເທດສະບານໃນນະຄອນຫລວງ Tbilisi ຂອງຈໍເຈຍ, ວັນທີ 2 ຕຸລາ, 2021
ແມ່ຍິງຄົນນຶ່ງກໍາລັງຍື່ນບັດເລືອກຕັ້ງຂອງລາວໃຫ້ພະນັກງານຢູ່ສະຖານທີ່ປ່ອນບັດເລືອກຕັ້ງເທດສະບານໃນນະຄອນຫລວງ Tbilisi ຂອງຈໍເຈຍ, ວັນທີ 2 ຕຸລາ, 2021

ພັກລັດຖະບານຂອງປະເທດຈໍເຈຍໄດ້ມີຄະແນນນຳໜ້າໃນການເລືອກຕັ້ງເທດສະບານທີ່ຈັດຂຶ້ນນຶ່ງມື້ ຫຼັງຈາກມີການຈັບກຸມອະດີດປະທານາທິບໍດີມີເຄລ ຊາກາສວີລີ (Mikheil Saakashvili), ຜູ້ທີ່ໄດ້ກັບຄືນມາຈາກການໄປລີ້ໄພຢູ່ຕ່າງ ປະເທດ ເພື່ອສະໜັບສະໜູນພັກຝ່າຍຄ້ານ, ອີງຕາມລາຍງານອົງການຂ່າວ ຣອຍເຕີສ໌ (Reuters).

ພັກ Dream ຫລື ພັກຄວາມຝັນຂອງຊາວຈໍເຈຍທີ່ເປັນພັກລັດຖະບານ ໄດ້ຊະນະ 46.7 ເປີເຊັນຂອງຄະແນນສຽງ ຕໍ່ 30.7 ເປີເຊັນຂອງພັກຂະບວນການເຄື່ອນໄຫວສາມັກຄີຊາດ ຫລື UNM ທີ່ຕັ້ງຂຶ້ນໂດຍ ທ່ານຊາກາສວີລີ (Saakashvili), ອີງຕາມຜົນການນັບຄະແນນທີ່ເປີດເຜີຍອອກມາໃນວັນອາທິດ, ວານນີ້ ໂດຍຄະນະບໍລິຫານການເລືອກຕັ້ງຂອງຈໍເຈຍ ທີ່ໄດ້ນັບຄະແນນສຽງ 99.97 ເປີເຊັນຂອງບັດລົງຄະແນນສຽງແລ້ວ.

ຢູ່ໃນນະຄອນຫຼວງຕະບີລີຊີ (Tbilisi), ເຈົ້າເມືອງກາຄາ ກາລາດເຊ (Kakha Kaladze) ທີ່ກໍາຕໍາແໜ່ງຢູ່ໄດ້ຊະນະ 45 ເປີເຊັນ ຂອງຄະແນນສຽງທັງໝົດ, ໃນຂະນະທີ່ປະທານພັກຝ່າຍຄ້ານ UNM, ທ່ານນິກາ ເມເລຍ (Nika Melia), ໄດ້ຮັບ 34 ເປີເຊັນ. ຍ້ອນວ່າບໍ່ມີຜູ້ສະໝັກຄົນໃດ ໄດ້ຄະແນນເກີນກວ່າ 50 ເປີເຊັນ, ທາງເມືອງຈະຈັດການລົງຄະແນນສຽງຮອບທີສອງໃນວັນທີ 30 ຕຸລາ ນີ້.

ທ່ານ ເມເລຍ (Melia) ໄດ້ຖືກຈຳຄຸກເປັນເວລາສາມເດືອນໃນຕົ້ນປີນີ້ ໃນຂໍ້ຫາ ກໍ່ຄວາມຮຸນແຮງ, ເຊິ່ງທ່ານໄດ້ປະຕິເສດວ່າ ມັນເປັນການກັກຂັງແມ່ນຍ້ອນເຫດຜົນທາງການເມືອງ. ການປ່ອຍຕົວຂອງທ່ານໃນເດືອນພຶດສະພາແມ່ນສ່ວນນຶ່ງຂອງຂໍ້ຕົກລົງທີ່ສະຫະພາບຢູໂຣບເປັນຕົວແທນໃຫ້ ເພື່ອແນໃສ່ແກ້ໄຂວິກິດການທາງການເມືອງຂອງຈໍເຈຍ.

ຄົນຢືນຍາມຢູ່ເທິງປ້ອມຍາມຄຸກທີ່ຂັງອະດີດປະທານາທິບໍດີ Mikheil Saakashvili ຢູ່ເມືອງ Rustavi, ຫ່າງຈາກນະຄອນຫລວງ Tbilisi ຂອງຈໍເຈຍ 20 ກິໂລແມັດ, ວັນທີ 3 ຕຸລາ, 2021
ຄົນຢືນຍາມຢູ່ເທິງປ້ອມຍາມຄຸກທີ່ຂັງອະດີດປະທານາທິບໍດີ Mikheil Saakashvili ຢູ່ເມືອງ Rustavi, ຫ່າງຈາກນະຄອນຫລວງ Tbilisi ຂອງຈໍເຈຍ 20 ກິໂລແມັດ, ວັນທີ 3 ຕຸລາ, 2021

ການເລືອກຕັ້ງໃນວັນເສົາຜ່ານມາໄດ້ຖືກບົດບັງດ້ວຍການກັບຄືນມາ ແລະການຈັບກຸມຂອງທ່ານຊາກາສວີລີ (Saakashvili), ປະທານາທິບໍດີແຕ່ປີ 2004 ຫາ 2007 ແລະ 2008 ຫາ 2013, ທີ່ໄດ້ໄປລີ້ໄພຢູ່ຕ່າງປະເທດ ແລະຖືກຕັດສິນແບບລັບຫລັງໃນປີ 2018 ກ່ຽວກັບການສວຍໃຊ້ໜ້າທີ່ເພື່ອຫາຜົນປະໂຫຍດເຂົ້າໂຕເອງ.

ນາຍົກລັດຖະມົນຕີອີຣາຄລີ ກາຣີບາສວີລີ (Irakli Garibashvili) ກ່າວໃນວັນອາທິດວານນີ້ວ່າ ທ່ານຊາກາສວີລີ ຈະຖືກໂທດຕິດຄຸກຂອງທ່ານເປັນເວລາ 6 ປີເຕັມ.

ປະເທດທີ່ມີປະຊາຊົນປະມານ 3 ລ້ານ 9 ແສນຄົນແຫ່ງນັ້ນໄດ້ປະເຊີນໜ້າກັບສະຖານະການທາງດ້ານການເມືອງທີ່ບໍ່ໄປບໍ່ມາຕັ້ງແຕ່ມີການເລືອກຕັ້ງທີ່ມີການຂັດແຍ້ງກັນ ໃນປີກາຍນີ້, ເຊິ່ງໄດ້ກະຕຸ້ນໃຫ້ພັກຝ່າຍຄ້ານ ທີ່ສຳຄັນຂວໍ້າບາດລັດຖະສະພາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG