ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໘ ມີນາ ໒໐໒໓

ຜູ້ສະໝັກຈາກພັກລັດຖະບານ ຊະນະການເລືອກຕັ້ງ ປະທານາທິບໍດີ ທີ່ຈໍເຈຍ (ວີດີໂອ/ສະໄລດ໌)


ທ່ານ Georgy Margvelashvili ສະຫຼອງໄຊຊະນະ ໃນການເລືອກຕັ້ງ ປະທານາທິບໍດີ ຂອງທ່ານ ເມື່ອວັນອາທິດ ທີ 27 ຕຸລາ 2013, ທີ່ ນະຄອນTbilisi, ຈໍເຈຍ ວັນທີ 27ຕຸລາ 2013.
ພັກ​ປະສົມ​ທີ່​ປົກຄອງ​ຈໍ​ເຈຍ​ໃນ​ປັດຈຸບັນ ​ໄດ້ເສີມ​ສ້າງ​ການ​ຄວບ​
ຄຸມ​ຂອງ​ຕົນ​ໃນ​ວົງ​ການ​ລັດຖະບານຂອງ​ປະ​ເທດ​ໃຫ້ແຂງ​ແຮງ​
ຍິ່ງ​ຂຶ້ນໂດຍ​ໄດ້​ຮັບ​ໄຊຊະນະ​ຢ່າງ​ຖ້ວມ​ລົ້ນ​ໃນ​ການ​ເລືອກ​ຕັ້ງ​
ປະທາ​ນາ​ທິບໍດີ​ ​ໃນ​ວັນ​ອາທິດ​ວານ​ນີ້.

ພ້ອມ​ກັບ​ບັດ​ຄະ​ແນນ​ນສຽງ​ທີ່​ໄດ້ນັບ​ໄປ​ເປັນສ່ວນ​ໃຫຍ່​ແລ້ວ​ໃນ​ວັນ​ຈັນ​ມື້​ນີ້​ປາກົດ​ວ່າ ທ່ານ Giorgi Margvelashvili ​ໄດ້​ຮັບ​ສຽງສະໜັບສະໜຸນ​ຈາກ​ປະຊາຊົນ​ປະມານ 62 ​ເປີ​ເຊັນ​ໃນ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ໃນ​ວັນອາທິດ​ວານ​ນີ້​ຊຶ່ງ​ຄູ່​ແຂ່ງ​ທີ່ໄດ້​ຮັບຄະ​ແນນ​ສຽງ​ໃກ້ຊິດ​ທີ່​ສຸດ ຍາດ​ໄປ​ໄດ້ພຽງ​ແຕ່22 ເປີ​ເຊັນ​ເທົ່າ​ນັ້ນ.



ທ່ານ Margvelashvili ​ທີ່ເປັນ​ສະມາຊິກ​ຂອງ​ພັກປະສົມ Georgian Dream ຂອງ​ນາຍົກ
ລັດຖະມຸນຕີ BidzinaIvanishvili ​ມະຫາ​ເສດ​ຖີ​ເງິນ​ພັນ​ລ້ານ​ຂອງ​ຈໍ​ເຈຍນັ້ນ ໄດ້​ຊະນະ​ຄູ່​ແຂ່ງ​ຈາກ​ພັກຂອງ​ປະທານາທິບໍດີ MikheilSaakashvili ທີ່​ຈະ​ພົ້ນ​ຈາກ​ຕຳ​ແໜ່​ງ​ໄປນັ້ນ
ຢ່າງ​ຂາດ​ຮອຍ.

​ພັກ​ປະສົມຂອງປະທານາທິບໍດີ​ທີ່​ຖືກ​ເລືອກ​ຕັ້ງ​ໃໝ່ຈະ​ຄວບຄຸມ​ສະພາ​ແຫ່ງ​ຊາດ​ຕໍ່​ໄປໃນ
ຂະນະ​ທີ່​ປະ​ເທດຫັນປຽນ​ໄປສູ່​ລະ​ບົບ​ໃໝ່ ທີ່​ຈະ​ໂອນ​ອຳນາດ​ສ່ວນ​ໃຫຍ່​ ຊຶ່ງ​ແຕ່​ກ່ອນ​
ຢູ່ພາຍ​ໃຕ້​ປະທານາທິບໍດີ​ນັ້ນ ​ໄປ​ໃຫ້​ນາຍົກລັດຖະມຸນຕີ.

ທ່ານ Ivanishvili ​ໄດ້ໃຫ້​ຄຳ​ໝັ້ນສັນຍາ​ທີ່​ຈະລາ​ອອກ​ຈາກ​ຕຳ​ແໜ່​ງ​ໃນ​ອີກບໍ່ເທົ່າໃດ​ສັບ
ປະດາ​ຂ້າງ​ໜ້າ​ນີ້ ​ແລະຈະ​ແຕ່ງ​ຕັ້ງຜູ້​ສະໝັກ​ຄົນ​ໃໝ່​ຂຶ້ນ​ແທນ​ທ່ານ.

Georgia Elections
please wait
Embed

No media source currently available

0:00 0:00:44 0:00



ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG