ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພັກລັດ​ຖະ​ບານ ຈໍເຈຍ ປະກາດ ການປະຕິຮູບ ທ່າມກາງ ການປະທ້ວງ ທີ່ຍັງມີຢູ່ ຕໍ່ມາ


ພວກປະທ້ວງ ພາກັນຕົບມື ແລະຟັງຜູ້ກ່າວປາໄສຄົນນຶ່ງ ໃນລະຫວ່າງ ການປະທ້ວງ ຂະນະທີ່ ພວກປະທ້ວງຝ່າຍຄ້ານ ເຕົ້າໂຮມກັນຢູ່ດ້ານໜ້າ ຕຶກສະພາແຫ່ງຊາດຂອງຈໍເຈຍ ໃນເມືອງທີບີລີຊີ ຂອງຈໍເຈຍ, ວັນທີ 24 ມິຖຸນາ 2019.
ພວກປະທ້ວງ ພາກັນຕົບມື ແລະຟັງຜູ້ກ່າວປາໄສຄົນນຶ່ງ ໃນລະຫວ່າງ ການປະທ້ວງ ຂະນະທີ່ ພວກປະທ້ວງຝ່າຍຄ້ານ ເຕົ້າໂຮມກັນຢູ່ດ້ານໜ້າ ຕຶກສະພາແຫ່ງຊາດຂອງຈໍເຈຍ ໃນເມືອງທີບີລີຊີ ຂອງຈໍເຈຍ, ວັນທີ 24 ມິຖຸນາ 2019.

ພວກປະທ້ວງຫຼາຍພັນຄົນ ພາກັນເດີນຂະບວນ ຢູ່ທີ່ນະຄອນຫຼວງຂອງປະເທດຈໍເຈຍ
ໃນວັນຈັນວານນີ້ ເປັນມື້​ທີ 5 ລຽນຕິດ ເພື່ອຮຽກຮ້ອງໃຫ້ລັດຖະບານປະຕິຮູບ ໃຫ້ຈັດ
ການເລືອກຕັ້ງກ່ອນ​ກຳ​ນົດ ແລະໃຫ້ລັດຖະມົນຕີ ກະຊວງພາຍໃນຂອງປະເທດ ລາ
ອອກຈາກຕຳແໜ່ງ.

ໃນວັນຈັນວານນີ້ ຜູ້ນຳຂອງພັກຄວາມຝັນຂອງຈໍເຈຍ ຊຶ່ງ​ເປັນ​ພັກ​ລັດ​ຖະ​ບານ​ ທີ່ປົກ
ຄອງປະເທດຢູ່ນັ້ນ ໄດ້ປະກາດວ່າ ຈະມີການ “ປະຕິຮູບດ້ານການເມືອງຂະໜາດໃຫຍ່.”

ຫົວໜ້າພັກຄວາມຝັນຂອງຈໍເຈຍ ທ່ານບີດຊີນາ ອີວານິສວີລີ ໄດ້ກ່າວໄປອີກວ່າ“ພວກ
ເຮົາ ຈະມີສະພາ ບ່ອນທີ່ບັນດານັກການເມືອງ ໝົດທຸກພາກສ່ວນ ທີ່ມີຢູ່ໃນປະເທດ
ຈະໄດ້ຮັບການເຄົາລົບນັບຖື.”

ທ່ານອີວານິສວີລີ ໄດ້ປະກາດວ່າ ການເລືອກຕັ້ງສະມາຊິກສະພາໃນປີໜ້າ ຈະໄດ້ມີ​ການ
ຈັດແຈງ ເພື່ອໃຫ້ມີລະບົບຜູ້ແທນທີ່ສົມສ່ວນ.

ແຕ່ການປະກາດຂອງທ່ານອີວານິສວີລີ ແມ່ນ​ບໍ່​ໄດ້​ສະ​ໜອງ​ຕອບ​ຕໍ່ຄຳຮຽກຮ້ອງ ໂດຍ
ເຕັມ ​ຈຶ່ງບໍ່ໄດ້ສ້າງຄວາມພໍອົກພໍໃຈ ໃຫ້ແກ່ພວກປະທ້ວງທັງຫຼາຍ.

​ການປະທ້ວງດັ່ງກ່າວ ໄດ້ເລີ້ມຂຶ້ນ​ເມື່ອວັນພະຫັດ​ແລ້ວ ໃນການຕອບໂຕ້ ຕໍ່ການເດີນທາງ
ມາຢ້ຽມຢາມສະພາແຫ່ງຊາດ ໂດຍສະມາຊິກສະພາຂອງຣັດເຊຍ.

ທ່ານເຊີເກ ກາວຣີຣອຟ ສະມາຊິກສະພາຂອງຣັດເຊຍ ກຳລັງຢ້ຽມຢາມປະເທດຈໍເຈຍ
ຢູ່ນັ້ນ ເພື່ອເຂົ້າຮ່ວມໃນກອງປະຊຸມໃຫຍ່ ລະຫວ່າງລັດຖະສະພາສາ​ສະ​ໜາ ​ຄ​ຣິ​ສ​ຕຽນ
​ນິ​ກາຍ​ອໍ​ໂທ​ດັອກ ຄັ້ງທີ 26 ໃນຖານະເປັນສະມາຊິກຕາງ​ໜ້າ​ໃຫ້ ຣັດເຊຍ.

ພວກເດີນຂະບວນປະທ້ວງ ໄດ້ພະຍາຍາມທີ່ຈະບຸກເຂົ້າໄປໃນຕຶກສະພາ ແລະພວກເຈົ້າ
ໜ້າທີ່ຕຳຫຼວດ ກໍໄດ້ຍິງຕອບໂຕ້ດ້ວຍລູກປືນຢາງ ແລະໃຊ້​ທໍ່ສີດນ້ຳ​ໃຫຍ່ ​ສີດ​ເຂົ້າ​ໃສ່.
ໃນລະຫວ່າງການຕໍ່ສູ້ກັນຢູ່ນັ້ນ ມີ 240 ຄົນ ໄດ້ຮັບບາດເຈັບ ແລະພວກປະທ້ວງຫຼາຍ
ກວ່າ 300 ຄົນ ໄດ້ຖືກຈັບກຸມ.

ສາຍສຳພັນລະຫວ່າງ ປະຊາຊົນຣັດເຊຍ ແລະຈໍເຈຍ ມີຄວາມເຄັ່ງຕຶງ ພາຍຫຼັງຈາກ
ເກີດສົງຄາມໄລຍະສັ້ນໆ ແຕ່ນອງເລືອດ ໃນປີ 2008.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG