ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ສະມາຊິກສະພາສູງ ສັງກັດພັກຣີພັບບລີກັນ ຈາກລັດ ຈໍເຈຍ ຫຼີກລ່ຽງຄຳຖາມ ກ່ຽວກັບ ທ່ານ ທຣຳ ໃນການໂຕ້ວາທີ


ສະມາຊິກສະພາສູງ ສັງກັດພັກຣີພັບບລີກັນ ທ່ານນາ ແຄລລີ ເລັຟເລີ, ຊ້າຍ, ແລະ ຜູ້ທ້າຊິງສັງກັດພັກເດໂມແຄຣັດ ທ່ານ ຣາຟາແອລ ວໍນັອກ, ປາກົດຕົວໃນລະຫວ່າງການໂຕ້ວາທີ, ນະຄອນ ແອັດແລນຕ້າ, ລັດ ຈໍເຈຍ. 6 ທັນວາ, 2020.
ສະມາຊິກສະພາສູງ ສັງກັດພັກຣີພັບບລີກັນ ທ່ານນາ ແຄລລີ ເລັຟເລີ, ຊ້າຍ, ແລະ ຜູ້ທ້າຊິງສັງກັດພັກເດໂມແຄຣັດ ທ່ານ ຣາຟາແອລ ວໍນັອກ, ປາກົດຕົວໃນລະຫວ່າງການໂຕ້ວາທີ, ນະຄອນ ແອັດແລນຕ້າ, ລັດ ຈໍເຈຍ. 6 ທັນວາ, 2020.

ສະມາຊິກສະພາສູງສັງກັດພັກຣີພັບບລີກັນ ທ່ານນາງ ແຄລລີ ເລັຟເລີ ໄດ້ຫຼີກລ່ຽງຄຳຖາມຕ່າງໆ ກ່ຽວກັບວ່າ ປະທານາທິບໍດີ ດໍໂນລ ທຣຳ ໄດ້ຜ່າຍແພ້ການເລືອກຕັ້ງເມື່ອວັນທີ 3 ພະຈິກທີ່ຜ່ານມາຫຼືບໍ່ ໃນການໂຕ້ວາທີກັບຜູ້ທ້າຊິງຂອງທ່ານນາງຈາກພັກເດໂມແຄຣັດໃນວັນອາທິດວານນີ້ ກ່ອນການເລືອກຕັ້ງຂັ້ນຊີຂາດສອງຕຳແໜ່ງທີ່ຈະຕັດສິນວ່າພັກໃດຈະຄວບຄຸມສະພາສູງ ສະຫະລັດ.

ການປະເຊີນໜ້າກັບຜູ້ທ້າຊິງທ່ານ ຣາຟາແອລ ວໍນັອກ ໃນເວທີການໂຕ້ວາທີຢູ່ນະຄອນ ແອັດແລນ ຕ້າ ນັ້ນ, ທ່ານນາງ ເລັຟເລີ ໄດ້ເອີ້ນນັກການເມືອງໜ້າໃໝ່ຢ່າງຊໍ້າແລ້ວຊໍ້າອີກວ່າ “ເສລີນິຍົມຫົວຮຸນແຮງ”, ໃນຂະນະທີ່ ທ່ານ ວໍນັອກ ໄດ້ກ່າວວິຈານການຄ້າຂາຍຮຸ້ນຂອງທ່ານນາງ ເລັຟເລີ ຫຼັງ ຈາກນັກທຸລະກິດຍິງທີ່ຮັ່ງມີດັ່ງກ່າວນັ້ນ ໄດ້ຖືກແຕ່ງຕັ້ງເປັນສະມາຊິກສະພາສູງເມື່ອນຶ່ງປີທີ່ຜ່ານມາ. ແຕ່ລະຄົນໄດ້ວິຈານກັນແລະກັນ ກ່ຽວກັບ ການຕີຄວາມໝາຍຂອງການເຊື່ອຖືສາສະໜາຄຣິສຕຽນ.

ໃນເວລາທີ່ການໂຕ້ວາທີໄດ້ເລີ່ມຂຶ້ນ, ທ່ານນາງ ເລັຟເລີ ໄດ້ຫຼີກລ່ຽງຄຳຖາມ ກ່ຽວກັບ ວ່າລາວເຫັນດີກັບການກ່າວອ້າງທີ່ບໍ່ມີຫຼັກຖານຂອງທ່ານ ທຣຳ ທີ່ວ່າການເລືອກຕັ້ງຂອງເດືອນທີ່ຜ່ານມາໄດ້ຖືກສໍ້ໂກງຫຼືບໍ່. ທ່ານ ທຣຳ ບໍ່ໄດ້ຍອມແພ້ຕໍ່ຜູ້ທີ່ຄາດວ່າຈະຖືກເລືອກເປັນປະທານາທິບໍດີສັງກັດພັກເດໂມແຄຣັດ ທ່ານ ໂຈ ໄບເດັນ, ແຕ່ກົງກັນຂ້າມໄດ້ຢືນຢັດໂດຍບໍ່ມີຫຼັກຖານວ່າ ຜົນການເລືອກຕັ້ງແມ່ນຍ້ອນການສໍ້ໂກງຢ່າງກວ້າງຂວາງ, ເປັນການກ່າວອ້າງທີ່ບັນດາເຈົ້າໜ້າທີ່ລັດ ແລະ ລັດຖະ ບານກາງໄດ້ປະຕິເສດຢ່າງຊໍ້າແລ້ວຊໍ້າອີກ.

ທ່ານນາງ ເລັຟເລີ ໄດ້ກ່າວວ່າ “ມັນສຳຄັນຫຼາຍທີ່ປະຊາຊົນລັດ ຈໍເຈຍ ເຊື່ອຖືຂະບວນການການເລືອກຕັ້ງຂອງພວກເຮົາ ແລະ ທ່ານປະທານາທິບໍດີ ມີສິດທຸກຢ່າງທີ່ຈະຂໍຄວາມຊ່ວຍເຫຼືອທາງກົດໝາຍທຸກຢ່າງ.”

ທ່ານ ວໍນັອກ ໄດ້ໂຕ້ຄືນດ້ວຍການຖາມວ່າເປັນຫຍັງທ່ານນາງ ເລັຟເລີ “ຈຶ່ງສືບຕໍ່ສ້າງຄວາມສົງໄສ ກ່ຽວກັບ ການເລືອກຕັ້ງທີ່ເປັນປະຊາທິປະໄຕຂອງປະຊາຊົນ ອາເມຣິກັນ. ມັນເຖິງເວລາແລ້ວທີ່ຈະຢຸດຄິດ ກ່ຽວກັບ ມັນ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG