ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກຂອງ ປະເທດຈໍເຈຍ ລາອອກ ຫຼັງຈາກ ດຳລົງຕຳແໜ່ງ ໄດ້ພຽງ 1 ປີກວ່າ


ນາຍົກລັດຖະມົນຕີຂອງປະເທດ ຈໍເຈຍ ທ່ານ ມາມູກາ ບາກຕາດຊີ (Mamuka Bakhtadze) ກ່າວຖະແຫລງຕໍ່ ກອງປະຊຸມສະພາແຫ່ງສະພາຢູໂຣບ ໃນນະຄອນ ສຕຣາສບວກ (Strasbourg) ຂອງຝຣັ່ງ, ວັນທີ 10 ສິງຫາ 2019.
ນາຍົກລັດຖະມົນຕີຂອງປະເທດ ຈໍເຈຍ ທ່ານ ມາມູກາ ບາກຕາດຊີ (Mamuka Bakhtadze) ກ່າວຖະແຫລງຕໍ່ ກອງປະຊຸມສະພາແຫ່ງສະພາຢູໂຣບ ໃນນະຄອນ ສຕຣາສບວກ (Strasbourg) ຂອງຝຣັ່ງ, ວັນທີ 10 ສິງຫາ 2019.

ນາຍົກລັດຖະມົນຕີຂອງປະເທດຈໍເຈຍ ທ່ານມາມູກາ ບາກຕາດຊີ (Mamuka
Bakhtadze) ໄດ້ລາອອກຈາກຕຳແໜ່ງ ຫຼັງຈາກທີ່ໄດ້ເຂົ້າຮັບໜ້າທີ່ພຽງນຶ່ງປີກວ່າ.

ທ່ານບາກຕາດຊີ ໄດ້ປະກາດການຕັດສິນໃຈຂອງທ່ານໃນວັນຈັນວານນີ້ ໂດຍກ່າວວ່າ
ທ່ານໄດ້ປະຕິບັດຕາມອຳນາດທີ່ໄດ້ຖືກມອບໝາຍ.

ທ່ານບາກຕາດຊີ ໄດ້ຂຽນລົງໃນເຟສບຸກຂອງທ່ານວ່າ “ຈຸດປະສົງ ແລະອຳນາດຫຼັກ
ທີ່ມອບໝາຍໃຫ້ ໃນການແຕ່ງຕັ້ງຂ້າພະເຈົ້າໃຫ້ເປັນນາຍົກລັດຖະມົນຕີຂອງຈໍເຈຍ
ໃນປີ 2018 ນັ້ນ ກໍເພື່ອຈັດຕັ້ງ ແລະປະຕິບັດ ຕາມແບບແຜນຍຸດທະສາດ ການພັດ
ທະນາສຳລັບປະເທດຊາດ. ແບບແຜນຍຸດທະສາດການພັດທະນາ ໄດ້ຖືກຈັດຕັ້ງ
ປະຕິບັດ ແລະເພາະສະນັ້ນແລ້ວ ຂ້າພະເຈົ້າ ຈຶ່ງໄດ້ຕັດສິນໃຈ ລາອອກ ເພາະວ່າ
ຂ້າພະເຈົ້າເຊື່ອວ່າ ຂ້າພະເຈົາໄດ້ປະຕິບັດ ພາລະກິດຂອງຂ້າພະເຈົ້າ ສຳເລັດແລ້ວ
ໃນເວລານີ້.”

ທ່ານບາກຕາດຊີ ອາຍຸ 37 ປີ ເຄີຍເປັນລັດຖະມົນຕີກະຊວງການເງິນ ຜູ້ທີ່ໄດ້ກາຍມາ
ເປັນນາຍົກລັດຖະມົນຕີ ໃນເດືອນມິຖຸນາ ປີກາຍນີ້ ຊຶ່ງທ່ານໄດ້ໃຊ້ການຂຽນ ທີ່ຍືດຍາວ
ລົງໃນເຟສບຸກ ເພື່ອເຕືອນບໍ່ໃຫ້ສ້າງຄວາມແຕກແຍກ ໃນປະເທດທີ່ຈະສົ່ງຜົນເສຍຫາຍ.

ທ່ານໄດ້ຂຽນວ່າ “...ພວກເຮົາຕ້ອງຈົດຈຳຢູ່ສະເໝີວ່າ ພຽງຄົນດຽວເທົ່ານັ້ນ ຜູ້ທີ່ຈະຊະ
ນະໄດ້ ຈາກການແບ່ງແຍກ ຂອງສັງຄົມຈໍເຈຍນັ້ນ ກໍຄືຈະເປັນປະເທດທີ່ຖືກຄອບຄອງ.”

ຄາດກັນວ່າ ພັກຄວາມໄຝ່ຝັນຂອງຈໍເຈຍ ທີ່ປົກຄອງປະເທດໃນປັດຈຸບັນ ຈະແຕ່ງຕັ້ງ ຜູ້ມາແທນຕຳແໜ່ງ ຂອງທ່ານບາກຕາດຊີ ໃນວັນອັງຄານມື້ນີ້ ທ່າມກາງ ການຄາດເດົາ
ກັນວ່າ ມັນອາດເປັນລັດຖະມົນຕີ ກະຊວງພາຍໃນ ທ່ານຈີອໍຈີ ກາຄາເຣຍ (Giorgi
Gakharia).

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG