ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກໃໝ່ຂອງຈໍເຈຍ ສັນຍາຈະສືບຕໍ່ ມີຄວາມສຳພັນໃກ້ຊິດ ກັບຝ່າຍຕາເວັນຕົກ (ວີດີໂອ)


ບັນດາ​ເຈົ້າໜ້າ​ທີ່​ປະ​ເທດ​ຈໍ​ເຈຍ ກໍາລັງ​ຈັດ​ຕຽມ​ການ​ໂອນ​ອໍານາດ​
ຢ່າງ​ສັນຕິ ຄັ້ງ​ທໍາ​ອິດ​ຂອງ​ປະ​ເທດ ນັບ​ຕັ້ງ​ແຕ່​ໄດ້​ແຍກອອກ​ຈາກ
​ອະ​ດີດ​ສະຫະພາບ ​ໂຊ​ຫວຽດ​ເປັນຕົ້ນ​ມາ ພ້ອມກັບໃຫ້​ຄໍ​າໝັ້ນ​ສັນ
ຍາວ່າການ​ປ່ຽນ​ແປງ​ຄັ້ງ​ນີ້​ ຈະບໍ່​ສົ່ງ​ຜົນ​ກະທົບ​ໃດໆ​ຕໍ່​ຄວາມ​ມຸ້ງ
​ມາດ​ປາດ​ຖະໜາ​ຂອງ​ປະ​ເທດ​ຊາດ ​ທີ່ຢາກ​ຈະ​ມີ​ຄວາມ​ສຳພັນ​ຢ່າງ
​ໃກ້ຊິດ​ກວ່າ​ເກົ່າ​ກັບປະ​ເທດ​ຕາ​ເວັນ​ຕົກ.

ມະຫາ​ເສດ​ຖີພັນ​ລ້ານ Bidzina Ivanishvili ຜູ້​ນໍາແນວ​ໂຮມ​ແຫ່ງ​ຄວາມຝັນຂອງ Georgia ທີ່​ພັກ​ການ​ເມືອງ​ຂອງ​ທ່ານ ໄດ້​ຊະນະ​ການ​ເລື​ອກຕັ້ງ​ເອົາ​ສະມາຊິກ​ສະພາແຫ່ງ​ຊາດເມື່ອ​ອາທິດ​ຜ່ານ​ມາ​ນີ້ ​ໄດ້​ພົບ​ປະ​ກັບປະ ທານາທິບໍດີ Mikheil Saakashvili ທີ່​ນະຄອນຫຼວງ Tbilisi ​ເມື່ອ​ວັນ​ອັງຄານ​ວານ​ນີ້.

ທ່ານ Ivanishvili ​ເວົ້າ​ວ່າ ​ເຖິງ​ແມ່ນ​ຈະ​ມີ​ຄວາມ​ແຕກ​ຕ່າງ​ກັນ ​ໃນຫຼາຍ ດ້ານ​ກໍ​ຕາມ ​ແຕ່​ບຸກຄົນ​ທັງ​ສອງ​ເຫັນ​ພ້ອມນຳ​ກັນ​ວ່າ Georgia ຈະ​ຕ້ອງ​ສືບ​ຕໍ່ມຸ້ງໝັ້ນ​ໄປ​ສູ່​ຝ່າຍ​ຕາ​ເວັນ​ຕົກ.

ນັກວິ​ເຄາະຫຼາຍຄົນ ​ຖືວ່າ ນັກທຸລະກິດຫຼາຍພັນ​ລ້ານຄົນ​ນີ້ ເປັນນັກ​ການ​ເມືອງ​ທີ່​ນິຍົມ​ຣັດ​ເຊຍ ​ແລະ​ທ່ານ Ivanishvili ກໍ​ໄດ້​ເວົ້າເມື່ອ​ອາທິດ​ນີ້​ວ່າ ທ່ານ​ຈະ​ສ້າງ​ຄວາມ​ສໍາພັນ​ທີ່​ໃກ້ຊິດກັບຣັດ​ເຊຍຫຼາຍຂຶ້ນ. ​ແຕ່ໃນອາທິດທີ່​ຜ່ານ​ມາ​ນີ້​ທ່ານ Ivanishvili ຊໍ້າ​ຜັດ​ເວົ້າ​ວ່າ ທ່ານຈະ​ເດີນທາງ​ໄປ​ກຸງ​ວໍ​ຊິງ ​ຕັນໃນ​ການ​ໄປ​ຢ້ຽມຢາມຕ່າງປະ​ເທດ​ເທື່ອ​ທໍ​າອິດຂອງ​ທ່ານ ຖ້າ​ຫາກ​ທ່ານ​ໄດ້​ເປັນ​ນາຍົກລັດຖະມົນຕີ ຕາມ​ທີ່​ໄດ້ຄາດ​ຫວັງ​ໄວ້​ນັ້ນ.

ວີດີໂອ: ບັນຫາທ້າທາຍຂອງຈໍເຈຍຫລັງການເລືອກຕັ້ງ ກໍຄືການປານີປານອມກັນ:

Georgia's Next Challenge: A Power-Sharing Government
please wait

No media source currently available

0:00 0:02:28 0:00
ລິງໂດຍກົງ
XS
SM
MD
LG