ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

​ການ​ແຂ່ງ​ຂັນໃນ​ລັດ​ຈໍ​ເຈຍ ເອົາຕຳ​ແໜ່ງ​ ຜູ້​ປົກ​ຄອງ​ລັດ ແລະ​ ສະ​ມາ​ຊິກ​ສະ​ພາ​ສູງ ກຳ​ລັງ​ດຸ​ເດືອດ ​ໃນ 1 ອາ​ທິດກ່ອນວັນ​ເລືອກ​ຕັ້ງ


The Inside Story-Midterm Elections 2022 Episode 63
please wait

No media source currently available

0:00 0:25:00 0:00

ເລື້ອງ​ຢູ່​ພາຍ​ໃນ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ 2022, ສາກ​ທີ 63

​ຍັງ​ອີກ​ອາ​ທິ​ດ​ດຽວ​ເທົ່າ​ນັ້ນ ກໍ​ຈະ​ມີການ​ເລືອກ​ຕັ້ງ​ກາງ​ສະ​ໄໝ​ແລ້ວ. ໃນ​ລັດ​ຈໍ​ເຈຍ ກໍ​ມີ​ການເລືອກ​ເອົາ​ຜູ້​ປົກ​ຄອງ​ລັດແລະ​ສະ​ມາ​ຊິກ​ສະ​ພາ​ສູງ. ສຳ​ລັບ​ການ​ເລືອກ​ຕັ້ງເອົາ​ສະ​ມາ​ຊິກ​ສະ​ພາ​ສູງນັ້ນ ທ່ານເຮີ​ສ​ແຊ​ລ ວອກ​ເກີ (Herschel Walker) ສັງ​ກັດ​ພັກ​ຣ​ພັບ​ບ​ລິ​ກັນ ກຳ​ລັງ​ແຂ່ງກັບ ທ່ານຣັ​ຟຟະ​ແອ​ລ ວໍນາກ (Raphael) Warnock, ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດທີ່​ດຳ​ລົງ​ຕຳ​ແໜ່ງ​ຢູ່​ໃນ​ປັດ​ຈຸ​ບັນ. ​ດາວ​ມະ​ໄລ​ທອງ, ຄົນ​ລາວ​ອາ​ເມ​ຣິ​ກັນທີ່​ເປັນ​ນັກ​ທຸ​ລະ​ກິດ​ການ​ເປັນ​ນາຍ ​ໜ້າຂາຍ ແລະ​ຊື້​ເຮືອນ​ໃນ​ນະ​ຄອນ​ແອັດ​ແລນ​ຕາ ແລະ​ມີ​ລູກ​ສາວ​ສອງ​ຄົນ​ນັ້ນ ຢາກ​ໃຫ້​ມີ​ການ​ສືບ​ຕໍ່ຂະ​ຫຍາຍ​ກົດ​ໝາຍ​ດູ​ແລ​ສຸ​ຂະ​ພາບ​ທີ່ມີ​ລາ​ຄາ​ຖືກ​, ສົ່ງ​ເສີມການ​ສຶກ​ສາ ແລະສິດ​ຂອງ​ແມ່​ຍິງໃນ​ການ​ເຮັດແທ້ງ​ລູກ ສະ​ນັ້ນ ນາງ​ຈຶ່ງ​ເລືອກ​ເອົາ​ທ່າ​ນ ວໍ​ນາກ ​ດັ່ງ​ທີ່​ນາງ​ເວົ້າ​ກັບ​ວີ​ໂອ​ເອ​ວ່າ: ​

​ຈໍ​ເຈຍ​ ເປັນ​ລັດ​ທີ່​ມີ​ການ​ແຂ່ງ​ຂັນ​ທີ່ດຸ​ເດືອດ​ ແລະ​ໜ້າ​ຈັບ​ຕາ​ເບິ່ງ​ຫລາຍ​ ໃນ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝນີ້ ເພາະ​ວ່າໃນ​ການ​ເລືອກຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຄັ້ງ​ແລ້ວນີ້ ໃນ​ປີ 2020 ທ່ານ​ໄບ​ເດັນ​ຈາກ​ພັກ​ເດ​ໂມ​ແຄ​ຣັດ ໄດ້​ຊະ​ນະອະ​ດີດປະ​ທາ​ນາ​ທິ​ບໍ​ດີດໍ​ໂນ​ລ​ ທ​ຣຳ ໂດຍ​ຄະ​ແນນ​ສູ​ສີ​ກັນ ແລະກ່ອນ​ໜ້າ​ນັ້ນ ຈໍ​ເຈຍກໍເປັນ​ລັດ​ທີ່ ເລືອກ​ເອົາ​ປະ​ທາ​ນາ​ທິ​ບໍ​ດີ ​ຈາກພັກ​ຣິ​ພັບ​ບ​ລິກັນ​ເປັນ​ເວ​ລາ​ນານກວ່າ 10 ປີ. ແຕ່ການ​ຢັ່ງ​ຫາ​ສຽງ​ເມື່ອມໍ່ໆ​ມານີ້ ໂດຍ​ມະ​ຫາ​ວິ​ທະ​ຍາ​ໄລ Quinnipiac ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານວໍນາກ ມີ​ຄະ​ແນນ​ນຳ​ໜ້າ​ທ່ານວອກ​ເກີ 52 ເປີ​ເຊັນ ຕໍ່ 45 ເປີ​ເຊັນ ຊຶ່ງ​ເຮັດ​ໃຫ້​ທ່ານວໍ​ນາກ​ຈາກ​ພັກ​ເດ​ໂມ​ແຄ​ຣັດ​ມີ​ຄວາມ​ຫວັງ​ສູງ ທີ່​ຈະ​ຊະ​ນະ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 16 ເມສາ 2024

XS
SM
MD
LG