ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ຜູ້ຊາຍຈາກລັດ ຈໍເຈຍ ຖືກຕັ້ງຂໍ້ຫາ ການຄາດຕະກຳ 8 ກະທົງ


ດອກໄມ້ຖືກນຳໄປວາງຢູ່ຕໍ່ໜ້າຮ້ານອາບອົບນວດ Young's Asian ລຸນຫຼັງການຍິງກັນຢ່າງຮ້າຍແຮງໃນເມືອງ ແອັກເຫວີດ, ລັດ ຈໍເຈຍ. 17 ມີນາ, 2021.
ດອກໄມ້ຖືກນຳໄປວາງຢູ່ຕໍ່ໜ້າຮ້ານອາບອົບນວດ Young's Asian ລຸນຫຼັງການຍິງກັນຢ່າງຮ້າຍແຮງໃນເມືອງ ແອັກເຫວີດ, ລັດ ຈໍເຈຍ. 17 ມີນາ, 2021.

ຜູ້ຊາຍທີ່ຖືກຕັ້ງຂໍ້ຫາດ້ວຍການສັງຫານ 8 ຄົນໃນການຍິງກັນຫຼາຍຄັ້ງຢູ່ສະຖານທີ່ອາບອົບນວດໃນລັດ ຈໍເຈຍ ທີ່ຕັ້ງຢູ່ພາກຕາເວັນອອກສຽງໃຕ້ຂອງ ສະຫະລັດ ແມ່ນຄາດວ່າຈະຖືກນຳຕົວໄປຂຶ້ນສານໃນວັນພະຫັດມື້ນີ້.

ບັນດາໄອຍະການໄດ້ຕັ້ງຂໍ້ກ່າວຫາຕໍ່ທ້າວ ໂຣເບີດ ແອຣອນ ລອງ, ອາຍຸ 21 ປີຈາກເມືອງ ວຸດສຕັອກ, ລັດ ຈໍເຈຍ ດ້ວຍການຄາດຕະກຳ 8 ກະທົງ ແລະ ນຶ່ງກະທົງ ກ່ຽວກັບ ການພະຍາຍາມທຳຮ້າຍຮ່າງກາຍຢ່າງຮ້າຍແຮງ. ລາວໄດ້ຖືກຈັບກຸມຫຼັງຈາກການຍິງກັນຢູ່ເຂດນະຄອນ ແອັດແລນຕ້າ ໃນຄືນວັນອັງຄານທີ່ຜ່ານມາ ແລະ ກຳລັງຖືກຄວບຄຸມຕົວຢູ່ໃນສູນກັກຂັງຜູ້ໃຫຍ່ຂອງເມືອງ ເຊໂຣກີ.

ຕຳຫຼວດໄດ້ກ່າວໃນວັນພຸດວານນີ້ວ່າ ເຂົາເຈົ້າຍັງບໍ່ຮູ້ ກ່ຽວກັບ ແຮງຈູງໃຈສຳລັບການຍິງດັ່ງກ່າວ ເຊິ່ງ 6 ຄົນທີ່ຖືກຂ້າຕາຍແມ່ນແມ່ຍິງຄົນເອເຊຍ. ຜູ້ຊາຍຜິວຂາວ ແລະ ແມ່ຍິງຜິວຂາວກໍແມ່ນຜູ້ຖືກເຄາະຮ້າຍເຊັ່ນກັນ. ຄົນທີ 9 ແມ່ນຍັງຢູ່ໃນໂຮງໝໍດ້ວຍອາການບາດເຈັບ, ອີງຕາມການກ່າວຂອງຕຳຫຼວດ.

ເວລາທີ່ລາວຖືກຈັບນັ້ນ, ທ້າວ ລອງ ໄດ້ບອກຕຳຫຼວດວ່າການໂຈມຕີແມ່ນບໍ່ໄດ້ມີແຮງຈູງໃຈທາງເຊື້ອຊາດຜິວພັນ. ລາວມີບັນຫາ ກ່ຽວກັບ “ການຕິດເພດສຳພັນ”, ອີງຕາມການກ່າວຂອງບັນດາເຈົ້າໜ້າທີ່.

ອາຊະຍາກຳດັ່ງກ່າວໄດ້ກໍ່ໃຫ້ເກີດຄື້ນຂອງຄວາມຢ້ານກົວໃນຊຸມຊົນຄົນອາເມຣິກັນເຊື້ອສາຍເອເຊຍ, ເຊິ່ງໄດ້ປະເຊີນກັບອັນຕະລາຍຢູ່ແລ້ວຈາກການໂຈມຕີຕ່າງໆທີ່ໄດ້ເກີດຂຶ້ນນັບ ຕັ້ງແຕ່ຕອນເລີ່ມຕົ້ນຂອງໂຣກລະບາດໄວຣັສໂຄໂຣນາເມື່ອນຶ່ງປີທີ່ຜ່ານມາ. ໄວຣັສດັ່ງກ່າວໄດ້ມີຕົ້ນກຳ ເນີດໃນປະເທດ ຈີນ.

ການຍິງກັນທີ່ວ່ານັ້ນປາກົດວ່າຈະຢູ່ລະຫວ່າງກາງຂອງຄວາມຮຸນແຮງທີ່ອີງໃສ່ເພດ, ໂຣກເບື່ອແມ່ຍິງ ແລະ ໂຣກຢ້ານຄົນຕ່າງຊາດ,” ອີງຕາມການກ່າວຂອງສະມາຊິກສະພາຕໍ່າລັດ ທ່ານນາງ ບີ
ຫງວຽນ, ເຊິ່ງແມ່ນຄົນອາເມຣິກັນເຊື້ອສາຍ ຫວຽດນາມ ຄົນທຳອິດທີ່ໄດ້ດຳລົງຕຳແໜ່ງໃນສະພາຕໍ່າລັດ ຈໍເຈຍ.

ທ່ານນາງ ຫງວຽນ ໄດ້ທຳການສະໜັບສະໜູນຕໍ່ພວກແມ່ຍິງ ແລະ ຊຸມຊົນຄົນຕ່າງຊາດໃນລັດດັ່ງກ່າວ, ອີງຕາມການລາຍງານຂອງອົງການຂ່າວ AP.

ຮ້າຍເອກ ເຈ ເບເກີ ຈາກຕຳຫຼວດເມືອງ ເຊໂຣກີ ໄດ້ກ່າວຕໍ່ບັນດານັກຂ່າວວ່າ “ລາວປາກົດວ່າມີບັນຫານຶ່ງ, ສິ່ງທີ່ລາວພິຈາລະນາວ່າເປັນການຕິດເພດສຳພັນ, ແລະ ໄດ້ເຫັນສະຖານທີ່ດັ່ງກ່າວນີ້ເປັນສິ່ງທີ່ຈະອະນຸຍາດໃຫ້ລາວໄປສະຖານທີ່ດັ່ງກ່າວ. ແລະ ມັນກໍແມ່ນສິ່ງລໍ້ໃຈສຳລັບລາວທີ່ລາວຢາກຈະກຳຈັດມັນ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG