ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

“Only In America” ຫລື “ມີ​ແ​ຕ່ຢູ່​ໃນ​ອາ​ເມ​ຣິກາ​ເທົ່າ​ນັ້ນ” : Georgetown


ຕຶກລັດຖະສະພາສະຫະລັດ ຫລື Congress ໃນຍາມຕາເວັນໃກ້ຈະຕົກດິນ ໃນນະຄອນຫລວງວໍຊິງຕັນ ດີຊີ.
ຕຶກລັດຖະສະພາສະຫະລັດ ຫລື Congress ໃນຍາມຕາເວັນໃກ້ຈະຕົກດິນ ໃນນະຄອນຫລວງວໍຊິງຕັນ ດີຊີ.

ອັນ​ດັບ​ຕໍ່​ໄປ ວີ​ໂອ​ເອຂໍ​ສະ​ເໜີ​ລາຍການ “Only In America” ຫລື “ມີ​ແ​ຕ່ຢູ່​ໃນ​ອາ​ເມ​ຣິກາ​ເທົ່າ​ນັ້ນ” ຊຶ່ງ​ເປັນລາຍການ​ກ່ຽວ​ກັບ​ບ້ານ​ເມືອງ ຫລືວິຖີ​ຊີວິດ​ໃນ​ສະຫະລັດ​ອະ​ເມຣິກາ​ ​ ຊຶ່ງມື້​ນີ້ ວັນນະສອນຈະ​ມາ​ເລົ່າສູ່​ທ່ານ​ຟັງ ກ່ຽວ​ກັບ​ຄຸ້ມ​ນຶ່ງ​ທີ່​ມີ​ຊື່​ສຽງ​ທີ່​ສຸດ​ຂອງ​ນະຄອນຫລວງ​ຂອງ​ສະຫະລັດ. ​ເຊີນ​ທ່ານ​ຕິດຕາມ ​ຮັບ​ຟັງ​ໄດ້​ເລີຍ.

ນຶ່ງ​ໃນບັນດາ​ຄຸ້ມ​ຕ່າງໆ​ໃນ​ອະ​ເມຣິກາ ທີ່ຖື​ວ່າເປັນ​ຄຸ້ມ​ທີ່
ຄຶກຄື້ນລື້​ນ​ເລີງ​ທີ່​ສຸດໃນ​ຊ່ວງ​ລະຍະນີ້ຂອງ​ປີ​ ກໍ​ຄື​ເທດ​ສະ
ການຄຣິສມາສ​ແລະ​ປີ​ໃໝ່ນັ້ນ ​ກໍແມ່ນ Georgetown
ຊຶ່ງ​ເປັນ​ພາ​ກສ່ວນ​ນຶ່ງ​ຂອງນະ​ຄອນ​ຫຼວງ Washington
DC ຊຶ່ງ​ຄຸ້ມ​ຂ້ອນ​ຂ້າ​ງຫຣູຫຣາ ຫຼື​ຄຸ້ມຂອງ​ພວກ​ຜູ້ດີມີເງິນ​
ມີ​ຄໍາ ບ່ອນທີ່​ມີ​ບ້ານ​ເຮືອນ​ເປັນ​ຄື​ຫ້ອງແຖວ​ຫລາຍ​ຊັ້ນຕິດ
ຕິດ​ກັນ ທີ່​ເອີ້ນ​ວ່າ townhouse ທີ່ຢູ່​ໃນ​ສະພາບເກັບຮັກ
ສາ​ໄວ້ຢ່າງດີງາ​ມ​ ເປັ​ນລະບຽບ​ຮຽບຮ້ອຍ ​ແລະມີໂບດ
ພ້ອມ​ທັງ​ປ່າຊ້າບ່ອນຝັງ​ສົບ​ທີ່​ເກົ່າ​ແກ່ ມີ​ຄວາມ​ສໍາຄັນ​ທາງ ​ປະວັດ​ສາດນໍາອີກ.

ຄຸ້ມ Georgetown ໃນວໍຊິງຕັນ ດີຊີ.
ຄຸ້ມ Georgetown ໃນວໍຊິງຕັນ ດີຊີ.

ຄໍາວ່າ DC ຊຶ່ງເປັນສ່ວນນຶ່ງ​ຂອງຊື່​ຂອງ​ນະຄອນຫລວງ​
ຂອງ​ສະຫະລັດ ຫລື Washington DC ນັ້ນແມ່ນຫຍໍ້ມາ
ຈາກຄໍາວ່າ District of Columbia. Georgetown ​
ເຄີຍ​ເປັນພາກສ່ວນ​ນຶ່ງທີ່​ເປັນເອກກະລາດຂອງ District
of Columbia ມາກ່ອນ​. ໃນປີ 1787 ລັດຖະສະພາ
ຂອງ​ປະເທດ​ໃໝ່ ສະຫະລັດອາ​ເມ​ຣິກາ ໄດ້ພົບປະກັນ
ຢູ່​ນະຄອນ Philadelphia ​ແລະໄດ້ຕັດສິນໃຈທີ່ຈະ
ສ້າງເມືອງຫລວງແຫ່ງໃໝ່ຂຶ້ນ​ມາ ທີ່ມີຜັງເມືອງເປັນຮູບ
ເຂົ້າຫລາມ​ຕັດ ແລະ ເອີ້ນວ່າ District of Columbia
ຊຶ່ງ​ແບ່ງ​ເອົາ​ດິນສ່ວນ​ນຶ່ງມາຈາກລັດ Maryland ທາງ​ທິດ​ເໜືອຂອງແມ່ນໍ້າ Potomac
ແລະສ່ວນ​ນຶ່ງ​ມາ​ຈາກລັດ Virginia ທາງ​ກໍ້າ​ໃຕ້​ຂອງ​ແມ່​ນໍ້າ​ດັ່ງກ່າວ ແລະຢູ່​ພາຍ​ໃນ​ເຂດ​
ດີ​ຊີ ຫລື District of Columbia ນີ້ ກໍ​ໄດ້ການ​ຕັ້ງເມືອງໃໝ່ຂຶ້ນ​ມາ ​ໂດຍ​ໃສ່​ຊື່ວ່າ
Washington ​ເພື່ອ​ໃຫ້​ກຽດແກ່ປະທານາທິບໍດີ ຄົນທໍາ​ອິດ​ຂອງ​ອາ​ເມຣິກາ ທ່ານ
George Washington ນັ້ນເອງ.

ຕຶກ Healy Hall ຊຶ່ງເປັນຕຶກໃຫຍ່ ຂອງມະຫາວິທະຍາໄລ Georgetown ທີ່ມີຊື່ສຽງຂອງສະຫະລັດ ໃນນະຄອນ ຫລວງວໍຊິງຕັນ.
ຕຶກ Healy Hall ຊຶ່ງເປັນຕຶກໃຫຍ່ ຂອງມະຫາວິທະຍາໄລ Georgetown ທີ່ມີຊື່ສຽງຂອງສະຫະລັດ ໃນນະຄອນ ຫລວງວໍຊິງຕັນ.

ຕົວ​ເຂດເມືອງ District of Columbia ​
ເອງນັ້ນ ກໍ​ມີທ່າເຮືອ​ແຄມແມ່ນໍ້າ Potomac
ຢູ່ສອງ​ແຫ່ງ. ​ແຫ່ງນຶ່ງກໍຄື Georgetown
ຢູ່​ໃນ​ເຂດລັດ Maryland ແລະ Alexan-
dria ໃນ​ເຂດລັດ Virginia. ​ຕໍ່​ມາໃນຂະນະ
ທີ່ ເມືອງຫລວງ Washington ເຕີບໃຫຍ່
ຂະຫຍາຍຕົວອອກ​ໄປນັ້ນ Georgetown
ກໍເລີຍກາຍ​ມາ​ເປັນ​ສ່ວນ​ນຶ່ງ​ຂອງ Wash-
ington DC. Georgetown ຊຶ່ງ​ແປ​ວ່າ
ເມືອງ​ຂອງ George ນັ້ນ ແມ່ນ​ຕັ້ງ​ຊື່​ຕາມ​
ກະສັດ George ທີ 2 ຂອງ​ອັງກິດ.
ໃນປະຈຸບັນນີ້ຄຸ້ມ Georgetown ​ແມ່ນ​ເວົ້າ
ໄດ້ວ່າ ຢູ່​ຢ່າງ​ໂດດດ່ຽວ ເພາະ​ເປັນ​ຄຸ້ມ​ຂອງ
ຄົນຮັ່ງ​ມີ ທີ່​ຕັ້ງ​ຢູ່​ໃນ​ທ່າມກາງ​ຄຸ້ມ​ຄົນ​ທຸກ
ເພາະວ່າໂຕເມືອງຫລວງວໍ​ຊິງ​ຕັນ ເວລາ​ນີ້
ສ່ວນໃຫ່ຽແລ້ວ ແມ່ນຍາກຈົນ​ ແລະ​ພົນລະ
ເມືອງແມ່ນ​ຄົນຜິວ​ດໍາ​ເປັນສ່ວນ​ຫລາຍ.
ສ່ວນພວກ​ທີ່​ອາ​ໃສ​ຢູ່​ໃນ​ຄຸ້ມ Georgetown
ນັ້ນ ແມ່ນມັ່ງຄັ່ງ ລໍ້າລວຍ ແລະ​ເປັນ​ຄົນ​ຜິວ
ຂາວສ່ວນ​ຫລາຍ. ມີ​ສວນສາທາລະນະໃຫຍ່​ໆແລະ​ມະຫາວິທະຍາ​ໄລ Georgetown
ກັ້ນກາງ ລະຫວ່າງ​ຄຸ້ມ Georgetown ​ກັບ​ເຂດ​ອື່ນໆ​ຂອງວໍ​ຊິງ​ຕັນ​ດີຊີ. ແມ່ນແຕ່ລະບົບ
ລົດ​ໄຟ​ໃຕ້​ດິນ​ ທີ່​ມີ​ການວາງແຜນຜັງ​ອອກ​ມາ​ໃນຊຸມ​ປີ 1970 ນັ້ນ ກໍ​ຍັງ​ແລ່​ນກາຍ ບໍ່​ຜ່ານ
ຄຸ້ມ Georgetown ເລີຍ ຊຶ່ງ​ໝາຍ​ຄວາມ​ວ່າ ວິທີ​ທາງ​ທີ່​ຈະ​ເຂົ້າໄປ​ຫາ Georgetown
ໄດ້ ກໍ​ຄື​ດ້ວຍ​ການ​ຍ່າງ, ຂີ່​ລົດຖີບ, ລົດເມ ຫຼືວ່າ​ລົດຍົນ.

ຕຶກເກົ່າແກ່ແບບນີ້ແມ່ນໄດ້ຖືກຮັກສາໄວ້ ເປັນຢ່າງດີ ໃນຄຸ້ມ Georgetown.
ຕຶກເກົ່າແກ່ແບບນີ້ແມ່ນໄດ້ຖືກຮັກສາໄວ້ ເປັນຢ່າງດີ ໃນຄຸ້ມ Georgetown.

ພວກ​ທີ່​ເຂົ້​າໄປ​ທ່ອງ​ທ່ຽວ​ແລະ​ຊົມ Georgeບ
town ​ໃນຊ່ວງ​ນີ້​ຂອງ​ປີ ກໍ​ຈະ​ໄດ້ໄປຈັບ​ຈ່າຍ​
ຊື້ເຂົ້າຂອງໃນ​ຮ້ານ​ຫລູຫລາລາຄາ​ແພງ,
ໄດ້​ສໍາພັດກັບ​ຊີວິດ​ກາງຄືນ ທີ່​ຄຶກຄຶ້ນມ່ວນ​ຊື່ນ
ມີ​ຮ້ານ​ອາຫານແຊບໆ​ທີ່​ບໍລິການ​ອາຫານ​ຈາກ
ຫລາກ​ຫລາຍ​ປະ​ເທດ, ມີບາຫລື night-
club ​ບ່ອນ​ຜູ້​ຄົນ​ໄປ​ມ່ວນ​ຊື່ນ​ລື້​ນ​ເລີງ​ໃນ​ຍາມ
ກາງຄືນ ພ້ອມ​ທັງ​ໄດ້​ຊົມການ​ຕົກ​ແຕ່ງ​ປະດັບ​
ປະດາ​ຂອງເທດສະການຄຣິສມາສ ທີ່​ສວຍ​
ງາມ​ຕະການ​ຕາ ​ຕາມ​ສອງຝາກ​ຝັ່ງຂອງ​ຖະ
ໜົນແຄບໆ​ທີ່ແອ​ອັດ​ນັ້ນ. ​ແລະ​ຈະ​ບໍ່​ເປັນ​
ເລື້ອງ​ທີ່ແປກ​ປະຫລາດເລີຍ ຖ້າ​ຫາກ​ທ່ານ
ຈະ​ເດີນຜ່ານ​ຫຼືເຫັນບຸກຄົນ​ເດ່​ນໆໃນ​ວົງ​ການ​
ລັດຖະບານແລະ​ວົງ​ການເມືອງ​ຂອງ​ສະຫະລັດ
ເຊ່ນ​ຜູ້ພິພາກສາ​ສານ​ສູງ​ສຸດ, ​ສະມາຊິກ
ລັດຖະສະພາຫຼືບໍ່​ກໍ​ພວກ​ດາລາ ນັກສະ​ແດງ
ທີ່​ມີ​ຊື່​ສຽງອອກ​ມາຕົບ​ແຕ່ງເອ້ຍ້ອງ​ຕົ້ນ​ຄຣິ​ສ
ມາສໜ້າ​ບ້ານ​ຂອງເພິ່ນ ​ຫຼືບໍ່​ກໍພາໝາອອກມາຍ່າງໃນ​ແຖບ​ນັ້​ນ. ກໍ​ຄື​ວ່າ​ຫັ້ນ​ແຫລະ
Georgetown ເປັນ​ຄຸ້ມຄົນ​ຮັ່ງ​ແລະພວກຜູ້ດີ​ມີ​ເງິນພວກ​ເສດຖີ​ຈຶ່ງ​ມັກພາກັນ​ໄປ​ຊື້​ບ້ານ​ເຮືອນ
ຢູ່​ແຖວ​ນັ້ນ.ສະ​ນັ້ນ ຖ້າ​ທ່ານໄດ້ມາ​ທ່ຽວນະຄອນຫລວງວໍ​ຊິງ​ຕັນ ​ດີ​ຊີ​ ກໍ​ຢ່າ​ລືມ​ແວະ​ໄປທ່ຽວ​
ໄປ​ສໍາ​ພັດກັບ Georgetown ​ດ້ວຍ.

XS
SM
MD
LG