ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການສຶກສາ ພົບວ່າ ມີໄພ​ຂົ່ມຂູ່ ພຽງເລັກນ້ອຍ ຈາກນັກລົບ ທີ່ກັບມາແຕ່ ຊີເຣຍ ແລະອີຣັກ


ນັກລົບອາສາສະໝັກອາເມຣິກັນ ຂອງກຳລັງປະຊາທິປະໄຕ ໃນຊີເຣຍ ຍິງຈະຫຼວດ RPG ລະຫວ່າງການສູ້ລົບ ກັບພວກ ຫົວຮຸນແຮງ ລັດອິສລາມ ທີ່ເມືອງຣັກກາ ປະເທດຊີເຣຍ.
ນັກລົບອາສາສະໝັກອາເມຣິກັນ ຂອງກຳລັງປະຊາທິປະໄຕ ໃນຊີເຣຍ ຍິງຈະຫຼວດ RPG ລະຫວ່າງການສູ້ລົບ ກັບພວກ ຫົວຮຸນແຮງ ລັດອິສລາມ ທີ່ເມືອງຣັກກາ ປະເທດຊີເຣຍ.

ພວກທີ່ຖືສັນຊາດອາເມຣິກັນແລະ​ພວກທີ່ອາໄສ​ຢູ່ຢ່າງຖືກຕ້ອງໃນສະຫະລັດ ທີ່​ໄດ້​ໜີ
ຈາກ​ບ້ານ​ເຮືອນ​ເຂົາ​ເຈົ້າ ​ໄປ​ຮ່ວມກັບ​ພວກ​ຫົວ​ຮຸນ​ແຮງ​ຈັດ ເພື່ອສູ້​ລົບ​ຢູ່​ໃນ​ຊີ​ເຣຍ ​ແລະ​
ອີຣັກ ປາກົດ​ວ່າ ​ຈະ​ເປັນໄພ​ຂົ່ມຂູ່​ຢ່າງ​ກະທັນ​ຫັນ​ແຕ່ພຽງເລັກນ້ອຍ ເທົ່ານັ້ນຕໍ່ສະຫະລັດ
ໂດຍມີ​ພຽງ​ແຕ່​ຈຳນວນເລັກ​ນ້ອຍ​ທີ່​ໄດ້​ກັບ​ມາ​ຈາກ​ສະໜາມ​ລົບ ອີງຕາມ​ການ​ສື​ກສາ
ຄັ້ງ​ໃໝ່.

​ໂຄງການສຶກສາເປັນເວລາ​ຫລາຍ​ປີໂດຍ​ ​ຂອງ​ມະຫາວິທະຍາ​ໄລ ຈອຣຈ໌ ວໍຊິງ​ຕັນ ກ່ຽວ
​ກັບ​ພວກພວກ​ຫົວ​ຮຸນ​ແຮງຈັດ ໄດ້ລະບຸ 64 ຄົນ​ ທີ່​ຮ້ອງ​ວ່າ ​ພວກ​ນັກ​ເດີນທາງໄປ​ສູ້​ລົບ
ຫລືໃຫ້ການ​ສະໜັບກຸ່ມສະໜູນ​ລັດ​ອິສລາມ ກຸ່ມອາລກາອີດາ ​ແລະ​ກຸ່ມຫົວຮຸນແຮງ​ຕ່າງໆ
​ຢູ່​ໃນ​ຊີ​ເຣຍ ​ແລະ​ອີຣັກ.

​ການ​ສຶກາສາ​ກ່າວ​ວ່າ ໃນ​ຈຳນວນ​ດັ່ງກ່າວນີ້ ​ມີພວກ​ນັກ​ເດີນທາງ​ພຽງ​ແຕ່ 12 ຄົນ ພົບ​ວ່າ​ພາກັນກັບ​ຄືນມາ. ​ເກົ້າ​ຄົນ​ໄດ້​ຖືກ​ຈັບ ​ແລະ​ຖືກ​ກ່າວ​ຫາ​ພົວພັນ​ກັບ​ການ​ກະທຳ​ທີ່ເປັນການ
​ກໍ່​ການ​ຮ້າຍ.

ກາ​ສຶກສາ​ກ່າວ​ວ່າ ​ແລະກໍປາກົດວ່າ​ບໍ່​ມີຜູ້ໃດ​ປະສົບ​ຜົນສຳ​ເລັດ ​ໃນ​ການທຳການ​ໂຈມຕີ​ຢູ່​
ໃນ​ສະຫະລັດ.

ອີງ​ຕາມ​ການ​ສຶກສາ​ຂອງ​ພວກ​ນັກ​ຂຽນແລ້ວ ແມ່ນ​ວ່າ “ການ​ສ່ຽງໃນການ​ກັບຄືນ​ມາ
​ຂອງ​ພວກ​ນັກ​ເດີນທາງ ​ທີ່​ໄດ້​ພົວພັນ​ກັບ​ການ​ໂຈມ​ຕີ​ກໍ່​ການ​ຮ້າຍ​ ເທົ່າເຖິງ​ປັດ​ຈຸ​ບັນນີ້ຍັງ
​ເປັນ​ທີ່​ຈຳກັດ.”

​ເຂົາ​ເຈົ້າ​ຂຽນ​ວ່າ “ປັດຈຸ​ບັນ​ນີ້ຍັງບໍ່​ມີ​ຫລັກ​ຖານ​ ທີ່​ສະ​ເໜີແນະ​ວ່າ​ ພວກນັກ​ເດີນ ທາງ​ອາ
ເມຣິກັນ​ໄດ້ເລັດ​ລອ​ດ​ເຂົ້າ​ມາ​ໃນປະ​ເທດ​ໂດຍປາດ​ສະ​ຈາກ​ການ​ບໍ່​ຮູ້ເຫັນຂອງພວກ​ເຈົ້າ
​ໜ້າ​ທີ່.ພວກ​ຫົວ​ຮຸນ​ແຮງຈັດ “ທີ່​ເກີດຢູ່​ໃນ​ປະ​ເທດ” ປັດຈຸບັນ​ນີ້ ​ມີທ່າທາງວ່າ​ຈະເປັນຜູ້
ທຳການໂຈມຕີ​ກໍ່​ການຮ້າຍຢູ່​ໃນ​ປະ​ເທດ ຫຼາຍ​ກວ່າ​ພວກ​ເດີນທາງ​ທີ່ກັບ​ຄືນມາ.”

ທ່ານໂລເຣັນໂຊ ວີດີໂນ ຈາກເມືອງມີລັງ ອີຕາລີ ຜູ້ອຳນວຍການ ໂຄງການຫົວຮຸນແຮງ ທີ່ມະຫາວິທະຍາໄລ ຈອດ ວໍຊິງຕັນ ກ່າວຕໍ່ຜູ້ເຂົ້າຮ່ວມຟັງ.
ທ່ານໂລເຣັນໂຊ ວີດີໂນ ຈາກເມືອງມີລັງ ອີຕາລີ ຜູ້ອຳນວຍການ ໂຄງການຫົວຮຸນແຮງ ທີ່ມະຫາວິທະຍາໄລ ຈອດ ວໍຊິງຕັນ ກ່າວຕໍ່ຜູ້ເຂົ້າຮ່ວມຟັງ.

ປຽບ​ທຽບ​ໃສ່ກັບ​ບັນດາ​ປະ​ເທດ​ຢູ​ໂຣບແລ້ວ ການ​ສ່ຽງ​ຂອງ​ພວກ​ເດີ​ນທາງ​ທີ່​ເປັນໄພຂົ່ມ
ຂູ່ຕໍ່​ສະຫະລັດ ​ແມ່ນ​ມີ​ໜ້ອຍ​ຢູ່​ສະ​ເໜີ​ມາ ສ່ວນ​ນຶ່ງ​ ແມ່ນເປັນຍ້ອນໄລຍະທາງ​ໄກ ​ແລະ
ຄວາມ​ຍາກ​ລຳ​ບາກ​ທີ່ຈະໄດ້​ໄປ​ສູ້ລົບ.

ບັນດາ​ເຈົ້າໜ້າ​ທີ່​ສືບ​ລັບ​ໄດ້​ຄາດ​ຄະ​ເນ​ວ່າ ມີ​ພວກ​ນັກ​ລົບ​ຕ່າ​ງປະ​ເທດຫຼາຍ​ກວ່າ 40,
000 ຄົນ ​ທີ່​ໄດ້​ເດີນທາງ​ໄປ​ຊີ​ເຣ​ຍ ​ແລະ​ອີຣັກ ມີແຕ່ 5,000 ຫາ 6,000 ຄົນເທົ່ານັ້ນ ​ມາ​
ຈາກ​ບັນດາ​ປະ​ເທດ​ຕາ​ເວັນ​ຕົກ.

ທ້າວອັບດີຣາມານ ເຊກ ໂມຮາມຸດ ກ່າວຕໍ່ທະນາຍຄວາມຂອງລາວ ທ່ານແຊມ ຊາມັນສກີ ລະຫວ່າງການຮັບຟັງຄ່າປະກັນໂຕ ຈາກການກ່າວຫາຟອກເງິນ ສະໜັບສະໜູນການກໍ່ການຮ້າຍ ຢູ່ເມືອງໂຄລົມບັສ ລັດໂອຮາຍໂອ.
ທ້າວອັບດີຣາມານ ເຊກ ໂມຮາມຸດ ກ່າວຕໍ່ທະນາຍຄວາມຂອງລາວ ທ່ານແຊມ ຊາມັນສກີ ລະຫວ່າງການຮັບຟັງຄ່າປະກັນໂຕ ຈາກການກ່າວຫາຟອກເງິນ ສະໜັບສະໜູນການກໍ່ການຮ້າຍ ຢູ່ເມືອງໂຄລົມບັສ ລັດໂອຮາຍໂອ.

ຈຳນວນ​ທີ່​ແທ້​ຈິງທີ່ປະສົບຄວາມ​ສຳ​ເລັດໃນການຫລົບໜີ​ອອກ​ຈາກ​ສະຫະລັດ​ນັ້ນ​ຍັງບໍ່
ທັນ​ເປັນ​ທີ່ຈະ​ແຈ້ງ​. ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ມີພຽງ​ແຕ່​ປະມານ 250 ຫາ 300 ຄົນ​ທີ່ຢູ່​
ໃນ​ສະຫະລັດ ​ໄດ້​ຫລົບໜີ​ໄປ ຫລື​ພະຍາຍາມ​ຫລົບໜີ​ໄປ​ເພື່ອ​ເຂົ້າ​ຮ່ວມການຕໍ່ສູ້ກັບກຸ່ມ
ຕ່າງໆ​ຢູ່​ໃນ​ຊີ​ເຣ​ຍ ​ແລະ​ບໍ່​ແມ່ນວ່າທຸກຄົນໄປ​ເຖິງທີ່ນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG