ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄາດີນາລ ອອສເຕຣເລຍ ຈະຖືກ ດຳເນີນຄະດີ ຖານລະເມີດ ທາງເພດ


ຄາດີນາລ ຈອຣ໌ຈ ແພລ ຂອງອອສເຕຣເລຍ, ຢູ່ກາງເບື້ອງຂວາ, ອ້ອມລ້ອມໂດຍເຈົ້າໜ້າທີ່ຕຳຫຼວດ ໃນຂະນະທີ່ ເດີນທາງໄປຮອດ ສານນະຄອນເມລເບີນ ປະເທດອອສເຕຣເລຍ, ວັນທີ 26 ກໍລະກົດ 2017.
ຄາດີນາລ ຈອຣ໌ຈ ແພລ ຂອງອອສເຕຣເລຍ, ຢູ່ກາງເບື້ອງຂວາ, ອ້ອມລ້ອມໂດຍເຈົ້າໜ້າທີ່ຕຳຫຼວດ ໃນຂະນະທີ່ ເດີນທາງໄປຮອດ ສານນະຄອນເມລເບີນ ປະເທດອອສເຕຣເລຍ, ວັນທີ 26 ກໍລະກົດ 2017.

ຄາດີນາລ ຈອຣ໌ຈ ແພລ ຂອງອອສເຕຣເລຍ ຈະປະເຊີນກັບ ການຖືກດຳເນີນສອງຄະດີ
ທີ່ຕ່າງກັນ ໃນຂໍ້ຫາຖານລ່ວງລະເມີດທາງເພດ ທີ່ເປັນປະຫວັດການ.

ບັນດາທະນາຄວາມ ຂອງຄາດີນາລ ແພລ ອາຍຸ 76 ປີ ແລະບັນດາໄອຍະການ ໄດ້ກ່າວ
ຕໍ່ ສານແຫ່ງນຶ່ງ ໃນນະຄອນເມລເບີນ ໃນວັນພຸດມື້ນີ້ ວ່າ ພວກເພິ່ນ ໄດ້ຕົກລົງກັນ ທີ່ຈະ
ແຍກ ຂໍ້ຫາທັງໝົດເປັນສອງຄະດີຕ່າງກັນ ຊຶ່ງຄາດກັນວ່າ ຈະໃຊ້ເວລາດຳເນີນຄະດີ
ປະມານ 5 ສັບປະດາ ໃນແຕ່ລະຄະດີ.

ລາຍລະອຽດຕ່າງໆ ຂອງຂໍ້ກ່າວຫາ ຍັງບໍ່ໄດ້ມີການເປີດເຜີຍຕໍ່ມະຫາຊົນເທື່ອ.

ຄາດີນາລ ຈອຣ໌ຈ ແພລ ກຳຈະອອກໄປ ພາຍຫຼັງຈາກໄດ້ສິ້ນສຸດ ການພົບປະກັບພວກຜູ້ຜູ້ເຄາະຮ້າຍ ຈາກການລ່ວງລະເມີດທາງເພດ, ຢູ່ທີ່ໂຮງແຮມ Quirinale ໃນນະຄອນຫຼວງ ໂຣມ ຂອງອີຕາລີ, ວັນທີ 3 ມີນາ 2016.
ຄາດີນາລ ຈອຣ໌ຈ ແພລ ກຳຈະອອກໄປ ພາຍຫຼັງຈາກໄດ້ສິ້ນສຸດ ການພົບປະກັບພວກຜູ້ຜູ້ເຄາະຮ້າຍ ຈາກການລ່ວງລະເມີດທາງເພດ, ຢູ່ທີ່ໂຮງແຮມ Quirinale ໃນນະຄອນຫຼວງ ໂຣມ ຂອງອີຕາລີ, ວັນທີ 3 ມີນາ 2016.


ສານດັ່ງກ່າວ ໄດ້ຕັດສິນ ໃນວັນອັງຄານນີ້ ວ່າ ຄາດີນາລ ແພລ ຜູ້ທີ່ປະຕິບັດໜ້າທີ່ ເປັນ
ເຈົ້າໜ້າທີ່ດ້ານການເງິນ ໃຫ້ແກ່ ສຳນັກວາຕີກັນ ນັ້ນ ແມ່ນຈະຕ້ອງປະເຊີນກັບການດຳ
ເນີນຄະດີ ໂດຍຈະເຮັດໃຫ້ຄາດີນາລ ຜູ້ທີ່ເປັນເຈົ້າໜ້າທີ່ຂັ້ນສູງສຸດ ຂອງສາສະໜາ
ຄາໂທລິກ ທີ່ປະເຊີນກັບ ຂໍ້ກ່າວຫາຕ່າງໆເຊັ່ນນັ້ນ ໃນລະຫວ່າງ ທີ່ມີເລື້ອງນອງນັນ
ການລ່ວງລະເມີດທາງເພດທີ່ກ່ຽວພັນກັບພວກພະ ສົງຂອງສາສະໜາຄາໂທລິກນັ້ນ.

ຄາດີນາລ ແພລ ໄດ້ປະຕິເສດ ໃນລະຫວ່າງ ການໄຕ່ສວນຂອງສານ ໃນວັນອັງຄານ
ວານນີ້. ຄາດີນາລໄດ້ຖືກປ່ອຍ ຫຼັງຈາກໄດ້ມີການປະກັນໂຕ ແຕ່ບໍ່ອະ ນຸຍາດໃຫ້ອອກ
ໄປຈາກອອສເຕຣເລຍ ບ່ອນທີ່ພະອົງໄດ້ກັບຄືນໄປ ເມື່ອປີກາຍນີ້ ຫຼັງຈາກທີ່ພະສັນຕະ
ປາປາ ແຟຣນຊິສ ໄດ້ອະນຸຍາດໃຫ້ຄາດີນາລພັກງານ.

ສຳນັກວາຕີກັນ ໄດ້ກ່າວໃນຖະແຫລງການສະບັບນຶ່ງ ວ່າ ການພັກງານຂອງຄາດີນາລ
ແພລ ຍັງຈະດຳເນີນຕໍ່ໄປຕື່ມອີກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG