ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ້າວຈອຣຈ໌ ຟຣອຍດ໌ ຈະໄດ້ນຳໄປຝັງ ຢູ່ຄຽງຂ້າງຂຸມຝັງສົບ ຂອງແມ່ລາວ ໃນວັນອັງຄານມື້ນີ້


ພວກພົນລະເມືອງໃນທ້ອງຖິ່ນ ແລະພວກນັກສຶກສາຂອງໂຮງຮຽນມັດທະຍົມ Jack Yates ເຂົ້າຮ່ວມພິທີໄຕ້ທຽນໄວ້ອາໄລເພື່ອເປັນກຽດ ແກ່ ທ້າວຈອຣຈ໌ ຟຣອຍດ໌ ໃນນະຄອນຮີວສ໌ຕັນ, ວັນຈັນ ທີ 8, 2020. (AP Photo/Eric Gay)
ພວກພົນລະເມືອງໃນທ້ອງຖິ່ນ ແລະພວກນັກສຶກສາຂອງໂຮງຮຽນມັດທະຍົມ Jack Yates ເຂົ້າຮ່ວມພິທີໄຕ້ທຽນໄວ້ອາໄລເພື່ອເປັນກຽດ ແກ່ ທ້າວຈອຣຈ໌ ຟຣອຍດ໌ ໃນນະຄອນຮີວສ໌ຕັນ, ວັນຈັນ ທີ 8, 2020. (AP Photo/Eric Gay)

ບັນດາຄອບຄົວແລະເພື່ອນມິດທີ່ໃກ້ຊິດ ພ້ອມແລ້ວທີ່ຈະສົ່ງສະການຢ່າງສົມກຽດແກ່ທ້າວຈອຣຈ໌ ຟຣອຍດ໌ ໃນວັນອັງຄານມື້ນີ້ ຢູ່ໃນນະຄອນ ຮີວສຕັນ ຂອງສະ ຫະລັດ ສອງອາທິດຫຼັງຈາກທີ່ລາວໄດ້ເສຍຊີວິດ ໃນລະຫວ່າງການຄວບຄຸມໂຕໂດຍຕຳຫຼວດ ຊຶ່ງໄດ້ກາຍເປັນແຮງກະຕຸ້ນ ກໍ່ໃຫ້ເກີດການປະທ້ວງ ຕໍ່ຕ້ານການທາລຸນຂອງຕຳຫຼວດຄັ້ງໃໝ່ຂຶ້ນ ຢູ່ໃນຫົວເມືອງຕ່າງໆຈຳນວນນຶ່ງທົ່ວປະເທດ.

ຫລັງຈາກພິທີສົ່ງສະການ ຕຳຫຼວດຂອງນະຄອນຮີວສ໌ຕັນ ຈະນຳພາຂະບວນແຫ່ສົບໄປຍັງເມືອງເພີຣແລນ ທີ່ຢູ່ໃກ້ຄຽງ ບ່ອນທີ່ສົບຂອງທ້າວຟຣອຍຈະຖືກນຳໄປຝັງ ຄຽງຂ້າງຂຸມຝັງສົບຂອງແມ່ລາວ.

ມະຫາຊົນກໍໄດ້ມີໂອກາດໄປສະແດງຄວາມເຄົາລົບຂອງພວກເຂົາເຈົ້າ ໃນວັນຈັນວານນີ້ໃນຂະນະທີ່ຫຼາຍພັນຄົນກໍຫລັ່ງໄຫລເຂົ້າໄປຢ່າງບໍ່ຂາດສາຍຢູ່ທີ່ໂບດ Fountain of Praise ເພື່ອທີ່ຈະໄດ້ຊົມຫີບສົບຂອງທ້າວຟຣອຍດ໌. ພິທີການລະລຶກຕ່າງໆ ຍັງໄດ້ຖືກຈັດຂຶ້ນເມື່ອອາທິດແລ້ວນີ້ ຢູ່ໃນນະຄອນມິນເນອາໂປລິສ ແລະ ເມືອງເຣຟອດດ໌ ຂອງລັດຄາໂຣໄລນາເໜືອ ທີ່ຢູ່ໃກ້ໆກັບບ່ອນເກີດຂອງທ້າວຟຣອຍດ໌.

ຜູ້ປົກຄອງລັດເທັກຊັດສ໌ ທ່ານເກຣກ ແອບບັອຕ ສັງກັດພັກຣີພັບບລີກັນກໍຮວມ ຢູ່ໃນກຸ່ມຄົນຜູ້ທີ່ໄດ້ໄປເຄົາລົບສົບ ໃນວັນຈັນວານນີ້. ທ່ານໄດ້ກ່າວຕໍ່ບັນດານັກຂ່າວຢູ່ນອກໂບດວ່າ ທ່ານຈະນຳເອົາຄອບຄົວຂອງທ້າວຟຣອຍດ໌ ເຂົ້າມາຮ່ວມໃນການປຶກສາຫາລື ກ່ຽວກັບການປະຕິຮູບຕຳຫຼວດ.

ທ່ານແອບບັອຕ ໄດ້ກ່າວໄປວ່າ “ທ້າວຈອຣຈ໌ ຟຣອຍດ໌ ບໍ່ໄດ້ຕາຍໄປລ້າໆ. ຊີວິດຂອງລາວຈະເປັນມູນມໍລະດົກຂອງການດຳລົງຊີວິດ ທີ່ກ່ຽວພັນກັບ ວິທີທາງທີ່ອາເມຣິກາ ແລະລັດເທັກຊັສ ຮັບມືກັບໂສກນາດຕະກຳນີ້ແນວໃດ.”

ຢູ່ນອກໂບດດັ່ງກ່າວ ພວກຈັດພິທີ ໄດ້ຈັດແຈງເອົາດອກໄມ້ຈຳນວນຫຼວງຫຼາຍດ້ວຍການນຳເອົາດອກກຸຫລາບຂາວ ມາລຽງເປັນຄຳຫຍໍ້ວ່າ BLM ສໍາລັບ Black Lives Matter ຫຼື ຊີວິດຂອງຄົນດໍາສໍາຄັນ.

ຜູ້ສະໝັກເປັນປະທານາທິບໍດີ ຈາກພັກເດໂມແຄຣັດ ທ່ານໂຈ ໄບເດັນ ໄດ້ພົບປະກັບຍາດພີ່ນ້ອງ ຂອງທ້າວຟຣອຍດ໌ ເປັນເວລາຫຼາຍກວ່ານຶ່ງຊົ່ວໂມງ ໃນນະ ຄອນຮີວສຕັນໃນວັນຈັນວານນີ້ ອີງຕາມທະນາຍຄວາມຂອງຄອບຄົວທ້າວຟຣອຍດ໌ ທ່ານເບັນຈາມິນ ຄຣຳປ໌.

ທ່ານຄຣຳປ໌ ໄດ້ກ່າວຜ່ານທາງທວີດເຕີ້ວ່າ ທ່ານໄບເດັນ “ໄດ້ຮັບຟັງ ໄດ້ຍິນຄວາມເຈັບແຄ້ນຂອງພວກເຂົາເຈົ້າ ແລະຮູ້ສຶກໃນຄວາມໂສກເສົ້ານຳພວກເຂົ້າເຈົ້າ.”

ໃນວັນຈັນວານນີ້ເຊັ່ນກັນ ທ້າວແດເຣັກ ໂຊວິນ ຕຳຫຼວດຜິວຂາວຜູ້ທີ່ໄດ້ຖືກຖ່າຍຮູບກຳລັງກົດຫົວເຂົ່າຂອງລາວໃສ່ຄໍຂອງທ້າວຟຣອຍດ໌ ເປັນເວລາຫຼາຍກວ່າ 8 ນາທີກ່ອນທີ່ທ້າວຟຣອຍດ໌ ຈະຂາດໃຈຕາຍນັ້ນ ກໍໄດ້ອອກມາປາກົດໂຕຕໍ່ໜ້າສານເປັນຄັ້ງທຳອິດ ນັບຕັ້ງແຕ່ລາວໄດ້ຖືກແຈ້ງຂໍ້ຫາທີ່ໜັກຂຶ້ນກວ່າເກົ່າຂອງການຄາດຕະກຳຂັ້ນທີສອງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG