ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະດີຂ້າລ້າງເຜົ່າພັນ ເລີ້ມຂຶ້ນ ສຳຫລັບ ອະດີດຜູ້ນຳ ຂະເໝນແດງ 2 ຄົນ


ໃນພາບທີ່ເປີດເຜີຍ ໂດຍສານໃນກຳປູເຈຍ Nuon Chea ຜູ້ເປັນຫົວໜ້າໂຄສະນາລັດທິ ແລະ ຜູ້ນຳຄົນທີ 2 ຂອງຂະເໝນແດງ ນັ່ງຟັງໃນຫ້ອງການສານ ລະຫວ່າງການດຳເນີນຄະດີ ອາຊະຍາກຳສົງຄາມ ຂອງສານສາກົນ ທີ່ຊຸກຍູ້​ໂດຍສະຫະ​ປະ​ຊາ​ຊາດ ຢູ່ນະຄອນຫລວງ Phnom Penh.
ໃນພາບທີ່ເປີດເຜີຍ ໂດຍສານໃນກຳປູເຈຍ Nuon Chea ຜູ້ເປັນຫົວໜ້າໂຄສະນາລັດທິ ແລະ ຜູ້ນຳຄົນທີ 2 ຂອງຂະເໝນແດງ ນັ່ງຟັງໃນຫ້ອງການສານ ລະຫວ່າງການດຳເນີນຄະດີ ອາຊະຍາກຳສົງຄາມ ຂອງສານສາກົນ ທີ່ຊຸກຍູ້​ໂດຍສະຫະ​ປະ​ຊາ​ຊາດ ຢູ່ນະຄອນຫລວງ Phnom Penh.

ສານ​ສາກົນ​ທີ່​ຊຸກຍູ້​ໂດຍສະຫະ​ປະ​ຊາ​ຊາດ​ ​ໃນ​ກຳປູ​ເຈຍ ​ໄດ້
​ເລີ້ມພິຈາລະນາ​ຄະດີ ກໍລະນີ​ຂ້າ​ລ້າງ​ເຜົ່າ​ພັນ ຂອງ​ອະດີດ​ຜູ້ນຳ
ຂະ​ເໝນ​ແດງທີ່​ແກ່ສະ​ລາ​ 2 ຄົນ.

ອະດີດ​ຫົວໜ້າ​ຂອງລັດ ຂຽວ ສຳພັນ ​ແລະ ຫົວ​ໜ້າ​ໜ່ວຍ​ໂຄສະນາ​
ລັດທິ ນວນ ​ເຈຍ ​ໄດ້​ຮັບ​ການ​ຕັດສິນ​ລົງ​ໂທດ​ຈຳ​ຄຸກ​ຕະຫລອດ​
ຊີວິດ​ມາ​ແລ້ວ ຈາກ​ສານ​ຍ້ອນ​ບົດບາດ​ຕ່າງໆ ໃນ​ການ​ເຮັດ​ໃຫ້​
ນະຄອນຫລວງ​ພະນົມ​ເປັນ ​ເປົ່າ​ວ່າງຫຼັງຈາກ​ພວກ​ຂະ​ເໝນ​ແດງ​
ໄດ້​ເຂົ້າຢຶດ​ເອົາ​ເມືອງ​ນັ້ນ. ພວກ​ເຂົາ​ໄດ້​ອຸທອນ​ຄຳ​ຕັດສິນ​ດັ່ງກ່າວ.

ພວກ​ຖືກ​ກ່າວ​ຟ້ອງ​ທັງ​ສອງ ​ແມ່ນກຳລັງ​ປະ​ເຊີນ​ໜ້າ​ກັບ ​ການ​ກ່າວ​ຟ້ອງ​ຕ່າງໆ​ ສຳ​ຫລັບ​ ​ຄະດີເຫຼົ່ານີ້ ລວມທັງ​ການ​ກະທຳ​ຕ່າງໆ​ ຂອງ​ຂະ​ເໝນ​ແດງ ຢູ່​ສູນ​ຄຸມ​ຂັງ​ ​ແລະ​ ຄ້າຍ​ອອກ​ແຮງ​ງານ​ຕ່າງໆ ນະ​ໂຍບາຍຕ່າງໆທີ່​ລວມທັງ​ການ​ບັງ​ຂັບ​ໃຫ້​ແຕ່ງ​ງານ ​ແລະ ການ​ຂ້າ​ລ້າງ​ເຜົ່າ​ຈຳ​ນັບຖືສາສະໜາມຸສລິ​ມ​ ​ແລະ ຊົນ​ເຜົ່ານ້ອຍ​ຊາວຫວຽດນາມ.

​ໃນ​ຕອນ​ຕົ້ນຂອງຄຳ​ຖະ​ແຫລ​ງສະບັບ​ໜຶ່ງ ​ເມື່ອ​ວັນ​ສຸກ​ມື້​ນີ້ ໄອ​ຍາ​ການ ທ່ານ ​ເຈຍ ລຽງ ປະຕິຍານ​ວ່າ ຈະ​ນຳ​ມາ​ຊຶ່ງ​ຄວາມ​ຍຸດຕິ​ທຳ​ສຳ​ຫລັບ​ບັນດາ​ຜູ້​ເຄາະ​ຮ້າຍ​ຂອງ​ຄວາມ​ໂຫດຮ້າຍ​ຕ່າງໆ​ນັ້ນ ທ່ານ​ກ່າວ​ວ່າ​ສິ່ງ​ເຫຼົ່ານັ້ນ​ເປັນ​ອາ​ຊະ​ຍາ​ກຳ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ສຳ​ຫລັບ ຂຽວ​ ສຳພັນ ​ແລະ ນວນ ​ເຈຍ ທີ່​ໄດ້​ຖືກ​ກ່າວ​ຟ້ອງ.

ການ​ດຳ​ເນີນ​ຄະດີ ​ໄດ້​ແບ່ງ​ອອກ​ເປັນ​ສອງ​ພາກ​ສ່ວນ ຍ້ອນ​ຄວາມ​ກັງວົນ​ຕ່າງໆ ໃນການ​ດຳ​ເນີນ​ຄະດີ​ຊ້າເກີນໄປ ​ແລະ ສະພາບແກ່​ສະ​ລາ​ ຂອງ​ພວກຖືກ​ກ່າວ​ຟ້ອງ​ທັງ​ສອງ ຊຶ່ງ ​ມີ​ອາຍຸ​ຢູ່ໃນຊຸ່ມປີ 80 ​ແລ້ວ.

XS
SM
MD
LG