ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຢາ​ວັກ​ຊີນ ຕ້ານໂຣກໄຂ້ຍຸງ ທາງເຊື້ອພັນ​ ສາມາດ​ປ້ອງ​ກັນ​ໂຣກນີ້ ​ໃນ​ພວກໜູ


ຍຸງ ທີ່ຢູ່ໃນພ້ອງເກັບແລັບທົດລອງ ໃນລອຍດອນ, 30 ພຶດສະພາ, 2013.
ຍຸງ ທີ່ຢູ່ໃນພ້ອງເກັບແລັບທົດລອງ ໃນລອຍດອນ, 30 ພຶດສະພາ, 2013.

ການປະດິດ​ຄິດຄົ້ນ​ຢາ​ວັກ​ຊີນຕ້ານໂຣກມາລາເຣຍທາງເຊື້ອພັນ​ໄດ້​ສະ​ແດງ​ໃຫ້​ເຫັນເຖິງ​
ການ​ປ້ອງ​ກັນ​ໂຣກດັ່ງກ່າວ ​ໃນ​ພວກໜູ. ວັກ​ຊີ​ນພວກ​ນີ້ ພ້ອມ​ແລ້ວ​ທີ່ຈະ​ນຳອອກ​ມາທົດ​
ລອງ​ໃຊ້ໃນ​ທ້າຍ​ປີ​ນີ້ bຊຶ່ງ​ມັນ​ມີ​ຄວາມ​ເປັນ​ໄປ​ໄດ້​ທີ່​ຈະ​ຮັກສາ​ການ ​ເຈັບ​ປ່ວຍ ​ແລະ​ການຕິດ​ແປດ ຂອງ​ເຊື້ອພະຍາດ ທີ່ແຜ່ຜາຍ​ໂດຍ​ພວກ​ຍຸງ ນັກ​ຂ່າວ VOA Jessica Berman ມີລາຍ​ງານກ່ຽວ​ກັບເລື້ອງ​ນີ້ ຊຶ່ງວັນນະ​ສອນ ຈະ​ນຳເອົາລາຍລະອຽດມາສະ​ເໜີ​ທ່ານ
ໃນ​ອັນ​ດັບ​ຕໍ່​ໄປ.

​ກະ​ປະມານ​ກັນ​ວ່າ ມີ 212 ລ້ານ​ຄົນ ໄດ້​ຕິດ​ເຊື້ອຂອງ​ໂຣກມາລາ​ເຣຍຫຼື​ໄຂ້ຍຸງ​ໃນແຕ່ລະ​ປີ ​
ອີງ​ຕາມ​ສະຖິຕິຫວ່າງ​ໝໍ່ໆ​ມາ​ນີ້ ຈາກ​ອົງການ​ອະນາ​ໄມ​ໂລກ ຫຼື WHO ​ແລະ​ຈຳນວນ 429 ພັນ​ຄົນ ຊຶ່ງ​ສ່ວນ​ໃຫຍ່ ​ຈະ​ແມ່ນ​ພວກ​ເດັກນ້ອຍ​ໃນເຂດ​ໃຕ້​ທະ​ເລ​ຊາຍ​ຊາ​ຮາຣາ ​ຂອງ​
ອາ​ຟຣິກາ ​ໄດ້​ເສຍ​ຊີວິດດ້ວຍ​ໂຣ​ກນີ້ ຊຶ່ງ​ມີ​ການແຜ່​ຜ່າ​ຍ​ໂດຍ​ພວກ​ຍຸງ.

ກາ​ຝາກ​ທີ່​ພາ​ໃຫ້​ເປັນໂຣກມາລາ​ເຣຍ ທີ່​ເອີ້ນ​ວ່າ P. falciparum ​ແມ່ນ​ເປັນ​ຢາ​ວັກ​ຊີ​ນ​
ແບບໃໝ່ທີ່​ມີ​ຄວາມ​ອາດສາມາດປ້ອງກັນ​ແລະ​ຍຸຕິການ​ແຜ່ຜາຍ​ຂອງໂຣກດັ່ງກ່າວ​.

ພວກ​ນັກວິ​ໄຈ ​ທີ່​ສູນ​ກາງ​ຄົ້ນຄວ້າ​ໂຣ​ກຕິດ​ແປດ ທີ່​ມະຫາ​ວິທະຍາ​ໄລ Washing-ton
ໃນ​ນະຄອນ Seattle ຮ່ວມກັບ​ສູນກາງ​ໂຣກ​ມະ​ເຮັງ Fred Hutchison ​ໄດ້​ພັດທະນາ
ຢາ​ວັກ​ຊີ​ນ ທີ່​ໃຊ້ກາ​ຝາກ ​ໃຫ້​ໄປ​ກະ​ຕຸ້ນ ​ພູມ​ຕ້ານທານ​ທີ່​ຕອບ​ຮັບ​ນັ້ນ.

ທ່ານ Stefan Kappe ຜູ້ອຳນວຍການຂອງ​ສູນ​ກາງ​ຄົ້ນ​ຄ້ວາກ່າວ​ວ່າ “ພວກ​ນັກ​ຄົ້ນ​ຄ້ວາ​ໄດ້ເຮັດ​ໃຫ້​ພວກ​ກາ​ຝາກທີ່​ຍັງ​ເປັນໆ​ຢູ່​ນັ້ນ ​ອ່ອນແອ​ລົງ​ ໂດຍ​ໄດ້ທຳລາຍ ​ເຊື້ອພັນ
3 ຢ່າງ ທີ່​ສົ່ງ​ເສີມໃຫ້​ມີການ​ຕິດ​ແປດ ຫຼັງ​ຈາກກາ​ຝາກ ​ໄດ້​ເຂົ້າ​ໄປ​ໃນຕັບ. ທ່ານ Kappe ​
ເອີ້ນ​ຂັ້ນ​ຕອນ​ທຳ​ອິດ​ຂອງ​ໂຣກນີ້ ວ່າເປັນ “ປະຕູ​ທີ່​ນຳ​ໄປ​ສູ່​ການ​ຕິດ​ແປດ​ຂອງໂຣກ
ມາລາ​ເຣຍ.”

ທ່ານ Kappe ກ່າວ​ວ່າ “ການ​ທຳ​ລາຍ​ເຊື້ອພັນ​ທັງ 3 ຢ່າງ ​ເພື່ອໃຫ້ເປັນ​ທີ່​ແນ່ ນອນ​ວ່າ
ກາ​ຝາກ​ບໍ່​ສາມາດ​ພັດທະນາຂັ້ນ​ຕອນການ​ຕິດ​ແປດຕໍ່​ໄປ​ ທີ່​ເກີດ​ຂຶ້ນ​ໃນເສັ້ນ​ເລືອດ
ຊຶ່ງ​ເປັນສາ​ ເຫດ​ພາ​ໃຫ້​ລົ້ມປ່ວຍ​ແລະ​ເສຍ​ຊີວິດ ທີ່​ພົວພັນ​ກັບ​ໂຣກມາລາ​ເຣຍ.”

ຕາມ​ປົກກະຕິ​ແລ້ວ ຫຼັງ​ຈາກ​ທີ່​ກາ​ຝາກ ​ໄດ້ເຂົ້າ​ໄປໃນ​ຕັບ​ແລ້ວ ​ມັນກໍ​ຈະ​ອອກ​ໄປ​ຈາກ​
ອະ​ໄວ​ຍະ​ວະນີ້ ເພື່ອ​ຕິດ​ແປດ​ໃສ່ແຊລ​ເລືອດ​ແດງບ່ອນ​ທີ່ເຊື້ອພະ​ຍາດ​ທີ່​ເປັນ ກາ​ຝາກຈຳ​ນວນຫຼາຍ​ພັນລ້ານ​ຕົວ​ໄດ້​ຮັບ​ການ​ຜະລິດ​ນັ້ນ.

ການ​ສຶກສານີ້ ​ໄດ້ມີ​ການລາຍ​ງານ​ໃນ​ວາລະສານ Science Translational Medicine ທີ່ພວກ​ນັກວິ​ໄຈ ​ໄດ້​ລະບຸ​ເຊື້ອພັນທັງ​ສາມ ທີ່​ຕິດ​ຢູ່​ກັບພວກ​ກາ​ຝາກທີ່​ອະນຸຍາດ​ໃຫ້​
ເຊື້ອ falciparum ​ເຂົ້າ​ໄປ​ໃນເສັ້ນ​ເລືອດ.

​ໂດຍການກຳຈັດ​ເຊື້ອພັນ​ທັງ​ສາມອອກ​ໄປ ພວກ​ກາ​ຝາກ ທີ່​ມີ​ການ​ປ່ຽນ​ແປງ​ແລ້ວ​ນັ້ນ​ຍັງ
​ຢູ່​ໃນ​ຕັບ ອີງ​ຕາມ​ທ່ານ Kappe ​ແລະ​ລະບົບ​ພູມ​ຕ້ານທານກໍເລີ້ມຜະລິດ​ ວັດ​ຖຸຕໍ່ຕ້ານ​
ອອກ​ມາ.

ທ່ານ Kappe ກ່າວ​ວ່າ “​ເພາະສະ​ນັ້ນ ການ​ຕິດ​ແປດ​ໃນ​ຕັບ ຊຶ່ງ​ມັນ​ເປັນອາການ ​ແລະ​ມັນ
​ກໍ​ໂອ​ເຄ ​ແລະ​ມັນ​ກໍ​ບໍ່​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ທີ່​ສະ​ເພາະ​ເຈາະຈົງ​ໃສ່​ຕັບ ​ແຕ່​ວ່າ ວ່າ​ມັນ​ກະ​ຕຸ້ນ​ພູມ​ຕ້ານທານ​ຂອງ​ທ່ານ. ​ເພາະສະ​ນັ້ນ​ມັນ​ກໍ​ຢຸດ​ຢູ່​ບ່ອນ​ນັ້ນ; ຊຶ່ງ​ພວກ​ເຮົາ​ເອີ້ນ​ມັນ​ວ່າ
ການ​ເຊັນ​ເຂົ້າ​ແຕ່ ບໍ່​ເຊັນ​ອອກ.”

​ໃນ​ການ​ທົດ​ລອງຂັ້ນທີ​ນຶ່ງ​ກ່ຽວ​ກັບຄວາມ​ປອດ​ໄພ​ຂອງ​ວັກ​ຊີ​ນນັ້ນກາ​ຝາກ​ທີ່​ບໍ່​ເປັນ​ພິດ​ເປັນ​ໄພ ​ໄດ້ຖືກສັກ​ໃສ່ ພວກອາສາ​ສະໝັກ​ທີ່​ມີ​ສຸຂະພາບ​ດີ​ເປັນປົກກະຕິ 10 ຄົນ ຊຶ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ ມັນ​ໄດ້​ກະ​ຕຸ້ນ​ລະບົບ​ພູມ​ຕ້ານ​ທານ​ໃຫ້ແຂງ​ແຮງ ທີ່​ຕອບ​ຮັບ​ໂດຍພວກ​ທີ່​ເຂົ້າ​ຮ່ວມ
ບໍ່​ມີ​ການ​ເຈັບ​ປ່ວຍ​ແຕ່​ຢ່າງ​ໃດ.

ພວກ​ນັກ​ຄົ້ນຄວ້າ​ຫລັງ​ຈາກ​ນັ້ນ​ໄດ້ເອົາ​ກາ​ຝາກ​ທີ່​ມີ​ການ​ດັດ​ແປງ​ເຊື້ອພັນໄປ​ສັກ​ໃສ່
​ພວກ​ໜູ ​ແລະ​ເຜີຍ​ແບພວກ​ເຂົາ​ໃສ່ກາ​ຝາກ​ທີ່​ບໍ່​ໄດ້​ດັດ​ແປງ​ເຊື້ອພັນ.

ວັກ​ຊີ​ນ ທີ່​ມີ​ຕົວ​ກາ​ຝາກ ລົບເຊື້ອພັນ 3 ຢ່າງ ​ແມ່ນປ້ອງ​ກັນ​ພວກ​ສັດ​ທັງຫຼາຍ ຈາກ​ໂຣ​ກ
ມາລາ​ເຣຍ ​ແລະ​ທ່ານ Kappe ກ່າວ​ວ່າ ມັນ​ມີ​ໂອກາດ​ທີ່​ຈະ​ປ້ອງ​ກັນ ການ​ຕິດ​ແປດ​ຈາກ​
ຄົນ​ນຶ່ງໄປສູ່​ອີກ​ຄົນ​ນຶ່ງນຳ​ດ້ວຍ.

ທ່ານ Kappe ກ່າວ​ວ່າ “ຖ້າ​ຫາກ​ທ່ານ​ກີດ​ກັນ​ກາ​ຝາກ​ໃນ​ຕັບ ພວກ​ທ່ານ​ກໍ​ຈະ​ບໍ່​ຕິດ​ໂຣ​ກນີ້ ​ແຕ່​ອີກ​ອັນ​ນຶ່ງ ທ່ານ​ກໍ​ບໍ່​ສາມາດ​ຕິດ​ແປດກາ​ຝາກ ​ໄປ​ສູ່​ອີກ​ຄົນ​ນຶ່ງ​ໄດ້ເພາະວ່າ ຍຸງ ​ແມ່ນ​ຕົວ​ນຳພາ​ພວກ​ກາ​ຝາກ​ພວກ​ນີ້ ຈາກ​ເສັ້ນເລືອດ ​ແຕ່​ວ່າ ຖ້າ​ຫາກ​ວ່າ ກາ​ຝາກບໍ່​ສາມາດ​ເຂົ້າ​ໄປ​ໃນເສັ້ນ​ເລືອດ​ແລະ​ມັນ​ກໍ​ຈະບໍ່​ສາມາດ​ຕິດ​ແປດໃສ່​ອີກ​ຜູ້​ນຶ່ງ​ໄດ້.”

ພວກນັກວິ​ໄຈທັງຫຼາຍ ​ແມ່ນ​ກຳລັງ​ກະກຽມທີ່​ຈະ​ທົດ​ລອງຢາວັກ​ຊີ​ນ​ໃໝ່​ນີ້ ​ໃນ​ມວນ​ມະນຸດ ​ໃນ​ທ້າຍ​ປີ​ນີ້ ​ເພື່ອ​ກວດ​ເບິ່ງ​ວ່າ ​ພວກ​ເຂົາ​ເຈົ້າກໍ​ເຊັ່ນ​ດຽວ​ກັນ ​ໄດ້ຮັບ​ການປົກ​ປ້ອງ​ກັນ
ຈາກ​ໂຣກມາລາ​ເຣຍຫລື​ບໍ່ ​ເວລາ​ທີ່ຖືກ​ພວກ​ຍຸງ​ກັດ. ​

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG