ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຄົ້ນພົບ ທາງພັນທຸກໍາ ອາດຊ່ວຍໃຫ້ພົບ ຊ່ອງທາງ ແກ້ໄຂບັນຫາ ເກີດລູກກ່ອນກໍານົດ


New Genetic Discovery May Someday End Premature Birth
please wait

No media source currently available

0:00 0:02:23 0:00

ທີ​ມງານນັກຄົ້ນຄວ້າ​ສາກົນທີ​ມນຶ່ງ​ ໄດ້​ບົ່ງບອກ​​ພັນທຸ​ກໍາ​ຫົກ​ຢ່າງ ເຖິງກໍານົດ​ໄລຍະ​ເວລາ​ຂອງ​ການ​ຖືພາ​ໄດ້ ​ທັງ​ບອກ​ໄດ້​ວ່າ​ເດັກນ້ອຍ​ໃນ​ທ້ອງ​ແມ່​ຈະ​ເກີດ​ກ່ອນ​ກໍານົດ ​ຫລືບໍ່.

ເປັນ​ເທື່ອ​ທໍາ​ອິດ​ທີ່ທີ​ມງານນັກຄົ້ນຄວ້າ​ສາກົນທີ​ມນຶ່ງ​ ໄດ້​ບົ່ງບອກພັນທຸ​ກໍາ​ຫົກ​ຢ່າງ
ເຖິງກໍານົດ​ໄລຍະ​ເວລາ​ຂອງ​ການ​ຖືພາ​ໄດ້ ​ທັງ​ບອກ​ໄດ້​ວ່າ​ເດັກນ້ອຍ​ໃນ​ທ້ອງ​ແມ່​
ຈະ​ເກີດ​ກ່ອນ​ກໍານົດ ​ຫລືບໍ່. ການ​ເກີດ​ກ່ອນ​ກໍ​ານົດ​ເປັນສາ​ເຫດ​ໃຫຍ່ ​ທີ່​ພາ​ໃຫ້​ເດັກ
ນ້ອຍ​ເສຍ​ຊີວິດ​ ​ຫລື​ພິການໄດ້​ ໃນ​ຕອນ​ເກີດມາ​. ດັ່ງ​ທີ່ Carol Pearson, ນັກ​ຂ່າວ​
ວີ​ໂອ​ເອ ລາຍ​ງານມາ​ວ່າ ດຽວນີ້ ນັກວິທະຍາສາດ ​ສາມາດ​ຮູ້​ຊ່ອງ​ທາງ​ ໃນການ​ປ້ອງ
ກັນການ​ເກີດ​ກ່ອນ​ກໍານົດ​ຂອງ​ເດັກນ້ອຍ​ແລ້ວ. ບົວ​ສະຫວັນ​ມີ​ລາຍ​ລະອຽດກ່ຽວກັບ
​ເລື່ອງງນີ້ມາສະ​ເໜີທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ໃນ​ແຕ່ລະ​ປີ ​ມີເດັກນ້ອຍ​ 15 ລ້ານ​ຄົນ​ໃນ​ທົ່ວ​ໂລກ ທີ່​ເກີດ​ໄວ​ກ່ອນ​ກໍານົດ. ປອດ​ອັນ
ນ້ອຍໆຂອງ​ພວກ​ເຂົາ ຈະສູ້ຊົນດ້ວຍຄວາມລໍາບາກ ເພື່ອຫາຍ​ໃຈ ​ແລະພວກເດັກ
ນ້ອຍເຫຼົ່ານີ້ ຈະເສຍ​ຊີວິດ​ໄປຕັ້ງຫຼວງຫຼາຍ. ສ່ວນ​ພວກ​ທີ່ຍັງ​ມີ​ຊີວິດ​ລອດ​ມາໄດ້ ອາ
ການ​ສັບສົນ​ທີ່​ເນື່ອງ​ມາ​ຈາກ​ການ​ເກີດ​ໄວ​ກ່ອນກໍານົດ​ ກໍສາມາດ​ມີ​ຜົນ​ກະທົບ​ຕໍ່ພວກ
​ເຂົາ​ເຈົ້າ​ໄດ້ຕະຫລອດ​ຊີວິດ.

ບັດ​ນີ້ ​ໃນ​ທີ່​ສຸດ ພວກ​ນັກ​ວິ​ທະຍາ​ສາດ ອາດພາກັນໄດ້ຮູ້​ເຄັດ​ລັບທີ່ຊ່ວຍ​ໃຫ້ເຂົ້າ​ໃຈ
​ເຖິງ​ສາ​ເຫດ ​ທີ່​ພາ​ໃຫ້​ເກີດ​ຄວາ​ມຜິດ​ປົກກະຕິ ​ທີ່​ມີ​ຄວາມສັບສົນດັ່ງກ່າວນີ້. ​

ຢູ່​ໃນ​ການ​ວິ​ໄຈ DNA ທີ່​ໃຫຍ່ທີ່ສຸດ​ເທົ່າ​ທີ່​ເຄີຍ​ມີ​ມາ, ທີ​ມງານນັກຄົ້ນຄວ້າ​ສາກົນທີ​ມ
ນຶ່ງ​ ​ໄດ້ກວດ​ເບິ່ງ​ສ່ວນປະກອບທາງ​ພັນທຸ​ກໍາຂອງ​ແມ່ຍິງ​ຖືພາ 50 ພັນ​ຄົນ ​ຊຶ່ງ​ພວກ
​ເຂົາ​ເຈົ້າ​ໄດ້​ພົບເຫັນພັນທຸ​ກໍາ​ຫົກ​ຢ່າງທີ່ປະກົດ​ວ່າ ​ເປັນ​ຕົວ​ກໍານົດ​ບອກໃຫ້​ຮູ້​ໄດ້​ວ່າ
​ເດັກນ້ອຍ​ໄດ້ຢູ່​ໃນ​ທ້ອງ​ແມ່ມາ ໄດ້ດົນ​ປານ​ໃດແລ້ວ.

ດຣ. Louis Muglia ຜູ້​ປະສານ​ງານ​ໃນ​ການ​ຄົ້ນຄວ້າ​ດັ່ງກ່າວນີ້ເວົ້າ​ວ່າ: “ພວກ​ເຮົາ
​ຫາກໍພໍຮູ້​ຊ່ອງ​ທາງເປັນເທື່ອທຳອິດ ​ທີ່​ຈະ​ພາ​ໃຫ້​ພວກ​ເຮົາໄປ​ເຖິງ​ຈຸດ​ ທີ່ເຂົ້າ​ໃຈ
ແບບ​ມີເຫດຜົນ ກ່ຽວກັບ​ຄວາມ​ສ່ຽງ​ໃນ​ການ​ອອກ​ລູກ​ກ່ອນ​ກໍານົດຂອງແມ່ຍິງ.”

ດຣ. Muglia ​ເວົ້າວ່າ ບັນດານັກ​ວິ​ທະຍາ​ສາດພາກັນ​ຮູ້​ມາ​ແຕ່​ດົນ​ແລ້ວ ວ່າອອກລູກ
​ກ່ອນ​ກໍານົດແມ່ນ​ກ່ຽວພັນ​ກັບ​ການ​ປະສົມ​ປະສານ​ກັນ​ລະຫວ່າງປະເດັນ​ດ້ານພັນທຸ​ກໍາ
​ກັບສະພາບ​ແວດ​ລ້ອມ. ນຶ່ງ​ໃນບັນດາ​ພັນທຸ​ກໍາ​ທີ່​ຫາ​ກໍ​ຄົ້ນພົບ​ໃໝ່ໆ ແມ່ນ​ກ່ຽວພັນກັບ
ວິທີ​ການ ​ທີ່​ຮ່າງກາຍຂອງເຮົາໃຊ້​ທາດຊີ​ລີ​ນຽມ (selenium) ຊຶ່ງ​ເປັນ​ແຮ່​ທາດ​ທີ່​ມີ​ຢູ່
​ໃນ​ຂີ້ດິນ, ອາຫານ​ທະ​ເລ ​ແລະ​ຊີ້ນນັ້ນ. ​ການຄົ້ນພົບ​ອີກ​ອັນ​ນຶ່ງກໍ​ຄື ​ແຊ​ລທີ່ເປັນ​ເສັ້ນ
ອ້ອມ​ຮອບ​ມົດ​ລູກ ​ແມ່ນ​ມີ​ບົດບາດ​ສໍາ​ຄັນ​ຫລາຍ​ກວ່າ​ທີ່​ຄາດ​ຄິດ​ກັນ​ໄວ້ ​ໃນ​ກາ​ນກໍາ
ນົດ​ຄວາມ​ຍາວ​ນານ​ຂອງ​ການ​ຖືພາ​.

ການຄົ້ນຄວ້າ​ດັ່ງກ່າວ​ນີ້ ສະ​ແດງ​ໃຫ້​ເຫັນ​ວ່າ​ ພັນທຸ​ກໍາ ທີ່​ປາກົດ​ວ່າ ມີ​ໜ້າທີ່​ໃນ​ການ​ ກໍານົດເວ​ລາ​ໃນ​ການ​ເກີດລູກນັ້ນ ​ແມ່ນ​ມາ​ຈາກ​ແມ່.

ດຣ. Louis Muglia ອະທິບາຍອີກ​ວ່າ: “​ເປັນຄັ້ງທໍາ​ອິດ​ທີ່​ພວກເຮົາ​ຄິດອອກວ່າ ​
ແມ່ນ​ເນື້ອ​ເຍື່ອອັນ​ໃດ​ຂອງ​ແມ່ ​ທີ່​ເປັນຕົວການ ພັກ​ດັນ​ແມ່​ມານເຮັດໃຫ້ລູກ​ອອກ
​ກ່ອນກໍານົດ​.”

March of Dimes ຊຶ່ງ​ເປັນອົງການ​ບໍ່ຫວັງ​ຜົນ​ກໍາ​ໄລ ທີ່​ຊ່ວຍ​ໃຫ້ການ​ອຸປະຖໍາ​ແກ່​
ການຄົ້ນຄວ້າ​ດັ່ງກ່າວ ໄດ້ສັນລະ​ເສີນ​ການ​ສຶກສາຄົ້ນຄວ້າ​ບັ້ນນີ້. ທ່ານ​ນາງ
Stacey Steward ຈາກ​ອົງ​ການ March of Dimes ​ໃຫ້​ຄໍາ​ເຫັນ​ວ່າ: “ພວກ​ເຮົາ​
ຄິດ​ວ່າ ອັນ​ນີ້​ເປັນ​ຜົນສຳເລັດ​ທີ່​ສໍາຄັນໃນ​ການ​ຊອກ​ຫາ​ວິທີ​ແກ້​ໄຂ​ບັນຫາ ​ເພື່ອ​
ຍຸຕິ​ການ​ເກີດ​ລູກ​ກ່ອນ​ຮອດ​ກໍານົດ ຊຶ່​ງເປັນ​ສາເຫດຕົ້ນຕໍ​ ພາ​ໃຫ້​ເດັກນ້ອຍທີ່
ເກີດ​ໃໝ່ຈົນຮອດ​ອາຍຸ 5 ປີ ເສຍ​ຊີວິດ ​ແລະ​ກໍ​ເປັນສາ​ເຫດ​ສໍາຄັນ​ສຸດ​ ທີ່​ພາ​
ໃຫ້​ເດັກ​ເກີດ ​ໃໝ່ພິການ.”

ການ​ສຶກສາຄົ້ນຄວ້າ​ດັ່ງກ່າວ​ ຍັງບໍ່​ທັນ​ພົບເຫັນ​ວິ​ທີ​ແກ້​ໄຂ​ບັນຫາ​ອັນໃດເທື່ອ ທີ່​ຈະ​ຍຸ
ຕິການ​ເກີດ​ລູກ​ກ່ອນ​ກໍານົດ​ ແຕ່​ວ່າ ການຄົ້ນພົບ​ດັ່ງກ່າວ​ກໍອາດ​ສາມາດ ຊ່ວຍໃຫ້​ພົບ
​ເຫັນວິທີ​ການ​ໃໝ່​ ໃນ​ການ​ປ້ອງ​ກັນ ​ຄວາມຜິດ​ປົກກະຕິຕ່າງໆໄດ້.

ນອກຈາກ​ນັ້ນ ພວກ​ນັກຄົ້ນຄວ້າ​ຍັງໄດ້​ທໍາ​ການທົດ​ລອງ​ກັບ​ແຕ່​ຜູ້ຍິງ​ທີ່​ມີ​ເຊື້ອສາຍ​ຢູ​ໂຣບ ​ເທົ່າ​ນັ້ນ. ພວກ​ນັກຄົ້ນຄວ້າໃນສະຫະລັດ​ໄດ້​ສົມທຽບການຄົ້ນພົບ​ຂອງພວກ​ເຂົາ​ເຈົ້າ​ໃສ່​ກັບ ຂໍ້​ມູນ​ທີ່ໄດ້​ມາ​ຈາກ​ການຄົ້ນຄວ້າສາມ​ບັ້ນ ຢູ່​ໃນ​ປະ​ເທດ ຟິນ​ແລນ, ​ແດນ​ມາກ ​ແລະ​ນໍ​ເວ ຊຶ່ງຂໍ້​ມູນ​ດັ່ງກ່າວ ​ໄດ້​ສະ​ແດງ​ໃຫ້​ເຫັນວ່າ​ ມີ ​ພັນທຸ​ກໍາ​ຫົກ​ຢ່າງຄື​ກັນກັບ​ການຄົ້ນພົບຢູ່​ໃນ​ການສຶກສາບັ້ນນີ້. ບາດກ້າວ​ຕໍ່​ໄປ​ກໍ​ຄື ​ຂະຫຍາຍ​ການຄົ້ນຄວ້າດັ່ງກ່າວ ​ໃຫ້ກວ້າງ​ອອກ ​ເພື່ອ​ກວາ​ມ​ເອົາ​ຜູ້ຍິງທີ່​ມາ​ຈາກ​ຊົນ​ຊາດ ​ແລະ​ຊົນ​ເຜົ່າ​ອື່ນໆ ​ນໍາ.

XS
SM
MD
LG