ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ບໍ​ລິ​ສັດ ຜະ​ລິດ​ຢາ​ທົ່ວ​ໄປ​ຂອງ ສະ​ຫະ​ລັດ ຖືກ​ກ່າວ​ຫາ ກ່ຽວ​ກັບ ການ​ສໍ້​ໂກງ​ລາ​ຄາ


ໄອ​ຍະ​ການ​ສູງ​ສຸດ​ຈາກຫຼາຍກວ່າ 40 ລັດ​ໄດ້​ກ່າວ​ຫາ​ວ່າ ບໍ​ລິ​ສັດ​ຜ​ະ​ລິດ​ຢາ​ທົ່ວ​ໄປ​ໄດ້​ລວມ​ຫົວ​ກັນ ຂຶ້ນ​ ແລະ ສໍ້​ໂກງ​ລາ​ຄາ​ຢາ​ທົ່ວ​ໄປຫຼາຍກວ່າ 100 ປະ​ເພດ, ລວມ​ທັງ​ຢາ​ປິ່ນ​ປົວ​ເບົາ​ຫວານ, ມະ​ເຮັງ, ໂຣກ​ໄຂ​ຂໍ້​ອັກ​ເສບ ແລະ ອາ​ການ​ອື່ນໆ.
ໄອ​ຍະ​ການ​ສູງ​ສຸດ​ຈາກຫຼາຍກວ່າ 40 ລັດ​ໄດ້​ກ່າວ​ຫາ​ວ່າ ບໍ​ລິ​ສັດ​ຜ​ະ​ລິດ​ຢາ​ທົ່ວ​ໄປ​ໄດ້​ລວມ​ຫົວ​ກັນ ຂຶ້ນ​ ແລະ ສໍ້​ໂກງ​ລາ​ຄາ​ຢາ​ທົ່ວ​ໄປຫຼາຍກວ່າ 100 ປະ​ເພດ, ລວມ​ທັງ​ຢາ​ປິ່ນ​ປົວ​ເບົາ​ຫວານ, ມະ​ເຮັງ, ໂຣກ​ໄຂ​ຂໍ້​ອັກ​ເສບ ແລະ ອາ​ການ​ອື່ນໆ.

40 ລັດ​ຂອງ ສະ​ຫະ​ລັດ ໄດ້​ຮ່າງ​ການ​ຟ້ອງ​ຮ້ອງ​ຕໍ່​ບໍ​ລິ​ສັດຜະ​ລິດ​ຢາ 20 ແຫ່ງ​ທີ່​ຜະ​ລິດ
ຢາທົ່ວໄປ, ໂດຍກ່າວຫາບໍລິສັດຢາດັ່ງກ່າວ ກ່ຽວກັບ ການເຂົ້າຮ່ວມໃນແຜນການທີ່
ຈະຂຶ້ນລາຄາຢາ, ບາງເທື່ອຫຼາຍເຖິງ 1,000 ເປີເຊັນ.

ໄອ​ຍະ​ການ​ສູງ​ສຸດ​ລັດ ຄັອນ​ແນ​ຕິ​ຄັດ ທ່ານ ວິ​ລ​ລຽມ ທັອງ ໄດ້​ກ່າວ​ວ່າ “ພວກ​ເຮົາ​ມີ
ຫຼັກຖານຂອງແທ້ ທີ່ໄດ້ສະແດງໃຫ້ເຫັນວ່າອຸດສາຫະກຳຜະລິດຢາທົ່ວໄປໄດ້ກະທຳ
ການສໍ້ໂກງມູນຄ່າຫຼາຍພັນລ້ານໂດລາຕໍ່ປະຊາຊົນ ອາເມຣິກັນ. ພວກເຮົາທຸກຄົນໄດ້
ສົງໄສວ່າ ເປັນຫຍັງປະກັນສຸຂະພາບຂອງພວກເຮົາ ແລະ ໂດຍສະເພາະລາຄາສຳລັບ
ໃບສັ່ງຢາທົ່ວໄປ, ຈຶ່ງມີລາຄາສູງຫຼາຍໃນປະເທດນີ້. ນີ້ກໍແມ່ນເຫດຜົນທີ່ວ່າເປັນຫຍັງ.”

ຢາ​ທົ່ວ​ໄປ ແມ່ນ​ຢາ​ລາ​ຄາ​ຖືກແທນ​ທີ່​ຢາ​ທີ່​ມີ​ຍີ່​ຫໍ້.

ການ​ຟ້ອງ​ຮ້ອງ​ຍາວ 500 ໜ້າ, ​ທີ່ຖືກ​ຮ່າງ​ຂຶ້ນ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ​ໃນ​ສານ​ປະ​ຈຳ​ເຂດ
ສະຫະລັດ ໃນລັດ ຄັອນແນຕິຄັດ, ແມ່ນໄດ້ພະຍາຍາມຊອກຫາຄວາມເສຍຫາຍ,
ໂທດທາງແພ່ງ ແລະ ການດຳເນີນການຕ່າງໆໂດຍສານ ເພື່ອຟື້ນຟູການແຂ່ງຕໍ່ຕະ
ຫຼາດຢາທົ່ວໄປ. ການຟ້ອງຮ້ອງດັ່ງກ່າວໄດ້ກ່າວຫາບໍລິສັດຢາ ເທວາ (Teva) ວ່າເປັນ
ຜູ້ວາງແຜນຢູ່ເບື້ອງຫຼັງກົນໄກດັ່ງກ່າວ.

ບໍ​ລິ​ສັດ​ຜະ​ລິດ​ຢາ ເທວາ, ເຊິ່ງ​ແມ່ນ​ບໍ​ລິ​ສັດ​ຂອງ ອິ​ສ​ຣາ​ແອ​ລ, ໄດ້​ປະ​ຕິ​ເສດ​ການ​ກ່າວ
ຫາຕ່າງໆ ແລະ ໄດ້ເວົ້າວ່າເຂົາເຈົ້າຈະຕໍ່ສູ້ກັບການຟ້ອງຮ້ອງນັ້ນ.

ບໍ​ລິ​ສັດ​ຢາ​ອື່ນໆ​ທີ່​ມີ​ຊື່​ໃນ​ການ​ຟ້ອງ​ຮ້ອງ​ທີ່​ວ່າ​ນັ້ນ​ລວມ​ມີ​ບໍ​ລິ​ສັດ ແຊນ​ດັອ​ສ (Sandoz)
ກັບ ພີໄຟເຊີ (Pfizer).

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG