ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ບຸ​ຕີ​ເຈ​ຈ ແລະ​ທ່ານແຊນ​ເດີ​ສ໌ ປະ​ທະ​ກັນ ຢູ່ການ​ໂຕ້​ວາ​ທີ ພັກ​ເດ​ໂມແຄ​ຣັດ


ບັນ​ດາ​ຜູ້​ສະໝັກ​ປະ​ທາ​ນາ​ທິບ​ໍ​ດີ​ຈາກ​ພັກ​ເດ​ໂມ​ແຄ​ຣັດ ຈາກ​ຊ້າຍ ອະ​ດີດ​ເຈົ້າ​ເມືອງ​ຊ້າວ​ເບນ ທ່ານ​ບຸ​ຕິ​ເຈ​ຈ ຈັບ​ມື​ກັບ​ຮອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ທ່ານ​ໂຈ ໄບ​ເດິນ ໃນ​ຂະ​ນະ​ທີ່​ທ່ານ​ເບີ​ນີ ແຊນ​ເດີ​ສ໌ ຢືນ​ເບິ່ງ ເມື່ອວັນ​ທີ 7 ກຸ​ມ​ພາ 2020.
ບັນ​ດາ​ຜູ້​ສະໝັກ​ປະ​ທາ​ນາ​ທິບ​ໍ​ດີ​ຈາກ​ພັກ​ເດ​ໂມ​ແຄ​ຣັດ ຈາກ​ຊ້າຍ ອະ​ດີດ​ເຈົ້າ​ເມືອງ​ຊ້າວ​ເບນ ທ່ານ​ບຸ​ຕິ​ເຈ​ຈ ຈັບ​ມື​ກັບ​ຮອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ທ່ານ​ໂຈ ໄບ​ເດິນ ໃນ​ຂະ​ນະ​ທີ່​ທ່ານ​ເບີ​ນີ ແຊນ​ເດີ​ສ໌ ຢືນ​ເບິ່ງ ເມື່ອວັນ​ທີ 7 ກຸ​ມ​ພາ 2020.

ທ່ານ​ເບີ​ນີ ແຊນ​ເດີ​ສ໌ ແລະ​ທ່ານ​ພິດ ບູ​ຕີ​ເຈ​ຈ ຜູ້​ສະ​ໝັກ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ພັກ​ເດ​ໂມ​ແຄ​
ຣັດ ​ທີ່ຫວັງຈະເຂົ້າ​ກຳ​ຕຳ​ແໜ່ງ ​ຢູ່​ທຳ​ນຽບ​ຂ​າວ ກຳ​ລັງມີ​ຄະ​ແນນ​ໃກ້​ຄຽງ​ກັນ​ໃນ​ການ​ຢັ່ງ
ຫາງ​ສຽງ​ ກ່ອນ​ການ​ເລືອກ​ຕັ້ງຂັ້ນ​ຕົ້ນໃນ​ບ່ອນຕໍ່​ໄປ ໄດ້​ປະ​ທະ​ກັນ​ຢູ່​ໃນ​ການ​ໂຕ້​ວາ​ທີ ​ໃນ​
ແລງວັນ​ສຸກ​ກ່ຽວກັ​ບ​ວ່າ ພັກ​ຄວນ​ເອົາເສັ້ນ​ທ​າງ​ໃດ​ຈຶ່ງຈະ​ເອົາຊະ​ນະ ປະ​ທາ​ນາ​ທິ​ບໍ​ດີ ​ດໍ​
ໂນ​ລ ທ​ຣຳ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ AFP.

ທ່ານ​ບູ​ຈີ​ເຈຈ ອະ​ດີດ​ເຈົ້າ​ເມືອງ​ຊ້າວ​ເບນ ລັດ​ອິນ​ເດຍ​ນາ ຜູ້​ທີ່​ມີ​ອາ​ຍຸ 38 ປີ ​ຊຶ່ງ ເປັນ​ບຸກ
​ຄົນ ໜ້​າໃໝ່ ​ຢູ່​ໃນ​ເວ​ທີການ​ເມືອງ​ແຫ່ງ​ຊາດ ໄດ້​ກ່າວ​ປ້ອງ​ກັນ​ຕົນ​ເອງ ​ຕໍ່​ການ​ກ່າວ​
ຫາ​ຕ່າງໆ​ວ່າ ບໍ່​ມີ​ປະ​ສົບ​ການແລະ​ໃນການເຍາະ​ເຍີ້ຍ​ທີ່​ທ່ານ​ແຊນ​ເດີ​ສ໌ ​ຮຽກ​ຮ້ອງ​ໃຫ້
​ຊາວ​ອາ​ເມ​ຣິ​ກັນ ພ​າ​ກັນ​ຍົກລະ​ດັບ​ຜູ້​ສະ​ໝັກ​ ໂດຍ “ປ່ອຍໃຫ້ການ​ເມືອງ​ທີ່​ຜ່າ​ນ​ມາ​ນັ້ນ
​ຢູ່​ເບື້ອງ​ຫຼັງ.”

ທ່ານ​ແຊນ​ເດີ​ສ໌ ອາ​ຍຸ 78 ປີ ​ທີ່​ນິ​ຍົມ​ຊ້າຍ ​ມອງເຫັນ​ທ່ານ​ບູ​ຕີ​ເຈ​ຈ ​ທີ່​ນິ​ຍົມແນວ​ທາງ​ປານ
​ກາງນັ້ນວ່າ​ ອາດເປັນສັດ​ຕູ​ຄົນ​ສຳ​ຄັນຂອງ​ທ່ານນັ້ນ ​ໄດ້ແນ​ເປົ້າ​ໝາຍຂອງ​ທ່ານໃສ່​ຄູ່​
ແຂ່ງຜູ້ທີ່​ຍັງ​ໜຸ່ມ​ແໜ້ນ​ກ່ອນ ຢູ່​ເທິງ​ເວ​ທີ​ໂຕ້​ວາ​ທີ ​ເມືອງ​ແມນ​ແຈັສ​ເຕີ ໃນລັດ​ນິວ​ແຮມເຊີ
ໂດຍເອີ້ນ​ທ່ານວ່າ​ເປັນ​ຜູ້​ສະ​ໝັກ​ຂອງ​ຕະ​ຫຼາດ​ຮຸ້ນວອ​ລສະ​ຕ​ຣິ​ຕ (Wall Street).

ທ່ານ​ແຊນ​ເດີ​ສ໌ ກ່າວ​ວ່າ ຂ້າ​ພະ​ເຈົ້າ​ບໍ່​ມີ​ມະ​ຫາ​ເສດ​ຖີ​ພັນ​ລ້ານ​ໂດ​ລາ 40 ຄົນ ພິດ ມາ​
ບໍ​ລິ​ຈາກໃຫ້​ການ​ໂຄ​ສະ​ນາ​ຫາ​ສຽງຂອງຂ້າ​ພະ​ເຈົ້າ.”

ທ່ານ​ບູ​ຕີ​ເຈ​ຈ ແລະ​ທ່ານ​ແຊນ​ເດີ​ສ໌ ​ໄດ້​ຮັບ​ຄະ​ແນນ​ສຽງ​ສູງກວ່າ​ໝູ່ຂອງ​ກຸ່ມ​ ໃນ​ຕົ້ນ​ອາ​ທິດ
​ນີ້​ໃນ​ກອງ​ປະ​ຊຸມປ່ອນ​ບັດ​ທີ່​ວຸ້ນ​ວາຍ​ຢູ່ລັດ​ໄອ​ໂອ​ວາ ແລະ​ທັງ​ສອງ​ທ່ານ​ຕ່າງ​ກໍ​ຫວັງ​ວ່າ​ຈະ​
ທຳ​ການ​ສະ​ແດງ​ຄືນໃໝ່​ອີກ​ຢູ່​ທີ່​ລັດ​ນິວ​ແຮມ​ເຊີ​ ໃນວັນ​ອັງ​ຄານ​ຈະ​ມາ ໃນ​ຂະ​ນະ​ທີ່​ພັກ​ເດ​
ໂມ​ແຄ​ຣັດ ຊອກ​ຫາ​ຜູ້​ທ້າ​ທາຍ​ທ່ານ​ທ​ຣຳ ​ໃນ​ເດືອນ​ພະ​ຈິກ​ຈະ​ມາ​ເຖິງ​ນີ້.

ແຕ່​ວ່າ ທ່ານ​ແຊນ​ສ​ເດີ​ສ໌ ສະ​ມາ​ຊິກ​ສະ​ພາ​ສູງຜູ້​ມີ​ປະ​ສົບ​ການກຳ​ລັງ​ຊອກ​ຫາ​ທາງ ທີ່ເລີ້ມ​
ການ​ປະ​ຕິ​ວັດ​ການ​ເມືອງແມ່ນ​ໄດ້​ຖືກ​ໂຈມ​ຕີ​ຈາກ​ບັນ​ດາ​ຄູ່​ແຂ່ງ​ຫຼາ​ຍ​ຄົນຮວມ​ທັງ​ອະ​ດີດ
ຮອງ​ປະ​ທາ​ນາ​ທິ​ບໍ​ດີແລະ​ເພື່ອນ​ທີ່​ຢູ່​ໃນ​ກຸ່ມ​ອາ​ຍຸ 70 ປີ ຄື​ທ່ານ​ໂຈ ໄບ​ເດັນ ​ໂດຍ​ເອີ້ນນະ​
ໂຍບ​າຍ​ຂອງ​ທ່ານວ່​າ ​ຮຸນ​ແຮງ​ເກີນ​ໄປໃນ​ການທີ່​ຈະ​ເຕົ້າ​ໂຮມ​ຊາວ​ອາ​ເມ​ຣິ​ກັນ.

ທ່ານ​ໄບ​ເດັນ ອາ​ຍຸ 77 ປີ ກຳ​ລັງ​ຕໍ່​ສູ້​ເພື່ອ​ຮັກ​ສາ​ຄວາມ​ຫວັງ​ທີ່​ຈະ​ໄດ້​ເຂົ້າ​ໄປ​ຄອບ​ຄອງ​
ທຳ​ນຽບ​ຂາວ​ໃຫ້​ມີ​ຊີ​ວິດ​ຢູ່ ຫຼັງ​ຈາກ​ໄດ້​ຮັບ​ຄະ​ແນນ​ສຽງ​ເປັນ​ອັນ​ດັບສີ່ໃນ​ລັດ​ໄອ​ໂອ​ວາ ​
ໂດຍ​ຢືນ​ຢັດ​ວ່າ​ນະ​ໂຍ​ບາຍ​ເສ​ລີ​ຕ່າງໆເຊັ່ນ​ແຜນການຮັກ​ສາ​ສຸ​ຂະ​ພາບ​ທົ່ວ​ໄປ​ຂອງ
ທ່ານ​ແຊນ​ເດີ​ສ໌ນັ້ນ ຈະ​ເປັນ​ການ​ແບ່ງແຍກ​ຈົນ​ເກີນ​ໄປ ລາ​ຄາ​ແພງ ແລະ​ຍາກ​ທີ່ໃຫ້
ສະ​ພາ​ຮັບ​ຜ່ານ​ໄດ້.

ທ່າ​ນ​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ໃຫ້​ຄໍ​ຂ້າ​ພະ​ເຈົ້າ​ຫັກ ທີ່​ເຮັດ​ໃຫ້ແຜນ​ການ​ຮັກ​ສາສຸ
​ຂະ​ພາບໂອ​ບາ​ມາຜ່ານ ໂດຍເຮັດ​ໃຫ້​ສະ​ມາ​ຊິກ​ທຸກໆຄົນ​ຂອງ​ພັກເດ​ໂມ​ແຄ​ຣັດ​ລົງ​ຄະ​
ແນນ​ສຽງ. ຂ້າ​ພະ​ເຈົ້າ​ຮູ້​ວ່າ​ມັນ​ຍາກ​ຊ່ຳ​ໃດ.”

ທ່ານ​ໄບ​ເດັນ ໄດ້​ເອົາ​ທ່າ​ທີ​ແຂງ​ຂັນຫຼາຍ​ຂຶ້ນກວ່າການ​ສະ​ແດງ​ທີ່​ຜ່ານ​ມາ​ໂດຍ​ຍາດ
ເອົາໂອ​ກາດໂຕ້​ຖຽງ​ວ່າ ​ຄວາມ​ເຄັ່ງ​ຕຶງ​ຢູ່​ທົ່ວ​ໂລກ​ມື້​ນີ້ ຈຳ​ເປັນ​ຕ້ອງ​ໄດ້​ມີ​ລັດ​ຖະ​ບຸ​ລຸດ
ອະ​ວຸ​ໂສ​ທີ່​ມີ​ປະ​ສົບ​ການ ໃນ​ການ​ນຳ​ພາ​ປະ​ເທດ​ຊາດ​ອອກ​ຈາກ​ຍຸກ​ທີ່​ມືດ​ມົວ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG