ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນ​າຍ​ພົນ​ ສ​ຫລ ກ່າວ​ວ່າຈະ​ຊ່ວຍ​ ດ້ານຊັບ​ພະ​ຍາ​ກອນ​ ທີ່​ຕ້ອງ​ການ ເພື່ອຕອບ​ໂຕ້​ ​ອີ​ຣ່ານ


ເວ​ລາ​ນັ້ນ ພົນ​ໂທ​ເຄັນ​ແນັດ ແມັກ​ເຄັນ​ຊີ ລາຍ​ງານ​ຕໍ່ ຄະ​ນະ​ກຳ​ມະ​ການກອງ​ທັບ​ສະ​ພາ​ສູງ ທີ່​ລັດ​ຖະ​ສ​ະ​ພາ ວັນ​ທີ 4 ທັນ​ວາ 2018.
ເວ​ລາ​ນັ້ນ ພົນ​ໂທ​ເຄັນ​ແນັດ ແມັກ​ເຄັນ​ຊີ ລາຍ​ງານ​ຕໍ່ ຄະ​ນະ​ກຳ​ມະ​ການກອງ​ທັບ​ສະ​ພາ​ສູງ ທີ່​ລັດ​ຖະ​ສ​ະ​ພາ ວັນ​ທີ 4 ທັນ​ວາ 2018.

ນາຍ​ພົນ​ ເຄັນ​ແນັ​ຕ ແມັກ​ເຄັນຊີ ຫົວ​ໜ້າສູນ​ກາງກອງ​ບັນ​ຊາ​ການໄດ້ກ່າວ​ໃນ​ວັນ​ເສົາ​
ວານ​ນີ້​ວ່າ ສະ​ຫະ​ລັດ ​ຈະ​ສົ່ງແຫຼ່ງ​ຊັບ​ພະ​ຍາ​ກອນ​ທີ່​ມີ​ຄວາມ​ຈຳ​ເປັນ​ໄປ​ປາບ​ປາມການ​
ກະ​ທຳ​ທີ່​ອັນ​ຕະ​ລາຍໂດຍ ອີ​ຣ່ານ, ອີງ​ຕາມ​ອົງ​ການ​ຂ່າວ Sky News ​ອາ​ຣາ​ເບຍ.

ອົງ​ການ​ຂ່າວ Sky News ໄດ້​ອ້າງ​ຄຳ​ເວົ້າ​ຂອງນາຍ​ພົນ ​ແມັກ​ເຄັນ​ຊີ ໃນ​ການ​ຢ້ຽມ​ຢາມ
ເຂດ​ອ່າ​ວ​ເປີ​ເຊຍຢ່າງ​ເປັນ​ທາງ​ການ​ວ່າ “ພວກ​ເຮົາ​ຈະ​ສືບ​ຕໍ່​ໃຫ້​ການ​ຊ່ວຍ​ເຫຼືອບັນ​ດາຄູ່​
ຮ່ວມຕຳ​ແໜ່ງ ແລະ​ເພື່ອນ​ຂອງ​ພວກ​ເຮົາຢູ່​ໃນ​ພາກ​ພື້ນ ເພື່ອ​ຮັບ​ປະ​ກັນ​ວ່າ ພວກ​ເຮົາ
ສ້າງ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ​ໃນ​ການ​ຕໍ່​ຕ້ານ​ໄພ​ຂົ່ມ​ຂູ່​ຂອງ ອີ​ຣ່ານ.

ທ່ານ​ໄດ້​ກ່າວ​ ອີງ​ຕາມ​ໜັງ​ສືທີ່​ໄດ້​ເຜີຍ​ແຜ່​ໂດຍ ສະ​ຖາ​ນີ​ໂທ​ລະ​ພາບ ທີ່​ມີ​ຫ້ອງ​ການ​ຢູ່ນະ​
ຄອນ ອາ​ບູ​ ດາ​ບີ ວ່າ “ຂ້​າ​ພະ​ເຈົ້າ​ເຊື່ອ​ວ່າ ພວກ​ເຮົາ​ມີແຫຼ່ງ​ຊັບ​ພະ​ຍາ​ກອນ​ທີ່​ຈຳ​ເປັນ
ເພື່ອ​ຍັບ​ຢັ້ງ ອີ​ຣ່ານ ຈາກ​ການດຳ​ເນີນ​ການທີ່​ຈະ​ເປັນ​ອັນ​ຕະ​ລາຍ​. ພວກ​ເຮົາຈະ​ສາ​ມາດ
​ຕອບ​ໂຕ້ໄດ້ຢ່າງ​ມີ​ປະ​ສິດ​ທິ​ຜົນ.”

ຄວາມເຄັ່ງ​ຕືງລະ​ຫວ່າງ​ ເຕ​ຫະ​ຣ່ານ ແລະ ​ວໍ​ຊິງ​ຕັນ ໄດ້​ທະ​ວີ​ຂຶ້ນ​ນັບ​ຕັ້ງແຕ່​ລັດ​ຖະ​ບານ​
ປະ​ທາ​ນ​າ​ທິ​ບໍ​ດີ ​ທ​ຣຳ ປີ​ກາຍ​ນີ້ໄດ້ຖອນອອກ​ຈາກ​ຂໍ້​ຕົກ​ລົງ​ນິວ​ເຄ​ລຍ​ສາ​ກົນກັບ​ ອີ​ຣ່ານ
ແລະ​ ໄດ້​ເລີ້ມວາງ​ມາດ​ຕະ​ການ​ລົງ​ໂທດ.

ໃນ​ຕົ້ນ​ເດືອນ​ນີ້ ສະ​ຫະ​ລັດ​ ໄດ້​ຈັດກຳ​ລັງ​ພິ​ທັກ​ປະ​ຕິ​ວັດວັດ ອີ​ຣ່ານ ເຂົ້າ​ໃນ​ບັນ​ຊີ​ດຳ.

ໃນ​ວັນ​ຈັນ​ທີ່​ຜ່ານ​ມາ ວໍ​ຊິງ​ຕັນ ​ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຜູ້​ຊື້​ນ້ຳ​ມັນ ​ອີ​ຣ່ານ ຢຸດ​ຊື້ໃນ​ຕົ້ນ​
ເດືອນ​ພຶດ​ສະ​ພານີ້ ຫຼື​ປະ​ເຊີນ​ໜ້າ​ກັບ​ມາ​ດ​ຕະການ​ລົງ​ໂທດ, ສິ້ນ​ສຸດການ​ຍົກ​ເວັ້ນຫົກ​
ເດືອນ ຊຶ່ງ​ໄດ້​ອະ​ນຸ​ຍາດ​ໃຫ້​ບັນ​ດາຜູ້​ຊື້​ນ້ຳ​ມັນ​ອີ​ຣ່ານທີ່​ໃຫຍ່ສຸດຈາກ​ແປດ​ປະ​ເທດ,
ສ່ວນ​ໃຫຍ່​ແມ່ນ​ຈາກ​ທະ​ວີບເອ​ເຊຍນັ້ນ, ສືບ​ຕໍ່​ນຳ​ເຂົ້າ​ນ້ຳ​ມັນ​ດ້ວຍ​ຈຳ​ນວນ​ຈຳ​ກັດ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG