ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍພົນ ສຫລ ກ່າວວ່າ ອີຣ່ານ ເປັນໄພຂົ່ມຂູ່ ຕໍ່ສະຖຽນລະພາບ ໃນພາກຕາເວັນອອກກາງ


ຜູ້ບັນຊາການ ກຳລັງສະຫະລັດ ໃນພາກຕາເວັນອອກກາງ ນາຍພົນ ໂຈເຊັຟ ໂວແທລ ໃຫ້ຄຳເຫັນຕໍ່ບັນດານັກຂ່າວ ທີ່ທຳນຽບຫ້າແຈ, 30 ສິງຫາ , 2016.
ຜູ້ບັນຊາການ ກຳລັງສະຫະລັດ ໃນພາກຕາເວັນອອກກາງ ນາຍພົນ ໂຈເຊັຟ ໂວແທລ ໃຫ້ຄຳເຫັນຕໍ່ບັນດານັກຂ່າວ ທີ່ທຳນຽບຫ້າແຈ, 30 ສິງຫາ , 2016.

ອີຣ່ານ ແມ່ນໄພຂົ່ມຂູ່ອັນໃຫຍ່ຫຼວງຕໍ່ຜົນປະໂຫຍດຂອງ ສະຫະລັດ ແລະ ຄວາມໝັ້ນ
ຄົງໄລຍະຍາວຂອງພາກພື້ນ, ຜູ້ບັນຊາການກຳລັງ ສະຫະລັດ ໃນພາກຕາເວັນອອກ
ກາງ ນາຍພົນ ໂຈ ໂວແທລ “Joe Votel” ໄດ້ເຕືອນບັນດາສະມາຊິກສະພາ.

ທ່ານ ໂວແທລ ໄດ້ກ່າວໃນຄຳປາໄສທີ່ຖືກກຽມໄວ້ 45 ໜ້າ ທີ່ທ່ານໄດ້ ສະເໜີຕໍ່ຄະນະ
ກຳມະການກອງທັບຂອງສະພາຕໍ່າໃນລະຫວ່າງການຮັບ ຟັງຄຳໃຫ້ການ ກ່ຽວກັບ ລັດ
ທິກໍ່ການຮ້າຍ ໃນວັນອັງຄານວານນີ້ ວ່າ “ອີຣ່ານ ແມ່ນກຳລັງສ້າງຄວາມບໍ່ໝັ້ນຄົງ ໃນ
ທົ່ວພາກພື້ນ, ແລະ ເຄືອຂ່າຍໄພຂົ່ມຂູ່ຂອງ ອີຣ່ານ ຍັງສືບຕໍ່ເພີ່ມທະວີຄວາມຮ້າຍແຮງ
ຂຶ້ນແລະ ຂະຫຍາຍຄວາມສາມາດຂອງເຂົາເຈົ້າ ເພື່ອຂົ່ມຂູ່ ສະຫະລັດ ແລະຜົນປະ
ໂຫຍດຕ່າງໆຂອງປະເທດພາຄີ.”

ນາຍພົນ ໂວແທລ ໄດ້ກ່າວວ່າ ພັນທະມິດນຳພາໂດຍ ສະຫະລັດ ທີ່ກຳລັງຕໍ່ສູ້ ກັບ
ພວກລັດອິສລາມ ໄດ້ບັນລຸຄວາມສຳເລັດ ທີ່ສຳຄັນໃນ ໄລຍະສາມປີທີ່ຜ່ານມາ ແລະ
ກຸ່ມກໍ່ການຮ້າຍກໍໄດ້ສູນເສຍການຄວບຄຸມເຂດແດນຫຼາຍກວ່າ 98 ເປີເຊັນທີ່ພວກ
ເຂົາຄັ້ງນຶ່ງເຄີຍຄວບຄຸມໃນ ອີຣັກ ແລະ ຊີເຣຍ ນັ້ນ.

ດ້ວຍຜົນສຳເລັດເຫຼົ່ານີ້, ທ່ານ ໂວແທລ ໄດ້ກ່າວວ່າ ຈຸດເພັ່ງເລັງຂອງ ກອງທັບ
ສະຫະລັດ ກໍຈະເປັນການ “ຕໍ່ຕ້ານ, ຂັດຂວາງ ແລະ ແກ້ໄຂຜົນກະທົບຂອງຄວາມບໍ່
ໝັ້ນຄົງທີ່ ອີຣ່ານ ໄດ້ເຮັດໃນທົ່ວພາກພື້ນ. ບັນລຸການຕໍ່ສູ້ຢ່າງມີຄວາມຮັບຜິດຊອບ
ເພື່ອເອົາຊະນະພວກ IS ໃນ ອີຣັກ ແລະ ຊີເຣຍ ແລະ ບັງຄັບໃຊ້ການປະຕິບັດການ
ຂອງແຜນຍຸດທະສາດ ເອເຊຍໃຕ້ ໃນ ອັຟການິສຖານ ເພື່ອຊ່ວຍລັດຖະບານ
ອັຟການິສຖານ ຂະຫຍາຍການຄວບຄຸມຂອງເຂົາເຈົ້າ.

ໃນໄລຍະຫຼາຍປີທີ່ຜ່ານມາ ອີຣ່ານ ໄດ້ພະຍາຍາມທີ່ຈະໃຊ້ຄວາມບໍ່ໝັ້ນຄົງ ໃນພາກ
ພື້ນຕາເວັນອອກກາງ ເປັນຈຸດເລີ່ມຕົ້ນ ເພື່ອຂະຫຍາຍອຳ ນາດຂອງເຂົາເຈົ້າຢູ່ໃນ
ຕ່າງປະເທດ. ເຫດການຕ່າງໆທີ່ໄດ້ເກີດຂຶ້ນຫຼັງຈາກຂະບວນການຕໍ່ຕ້ານລັດຖະບານ
ໃນບັນດາປະເທດ ອາຣັບ ໃນປີ 2011 ແລະການກຳເນີດຂຶ້ນຂອງພວກ IS ນັ້ນໄດ້
ຊ່ວຍໃຫ້ລັດຖະບານ ເຕຫະຣ່ານ ສ້າງຕັ້ງຖານທີ່ໝັ້ນ ໃນຫຼາຍປະເທດທີ່ຢູ່ໃກ້ຄຽງ
ລວມມີ ອີຣັກ, ຊີເຣຍ ແລະ ເຢເມນ.

ການປະເມີນຜົນ ໂດຍປະຊາຄົມສືບລັບ ສະຫະລັດ ໃນຕົ້ນເດືອນນີ້ ໄດ້ຢຶນຢັນວ່າ
ອີຣ່ານ ຍັງຄົງເປັນປະເທດສະໜັບສະໜູນລັດທິກໍ່ການ ຮ້າຍທີ່ສຳຄັນທີ່ສຸດ ແລະ ໄດ້
ພະຍາຍາມທີ່ຈະຂະຫຍາຍອິດທິພົນ ຂອງເຂົາເຈົ້າ ໃນສາມປະເທດພວກນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG