ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພະນັກງານ ​ບໍ​ລິ​ສັດ General Motors Auto ພາກັນ ຈັດ​ການ​ນັດ​ຢຸດ​ງານ


ສະ​ຫະ​ພັນ​ກຳ​ມະ​ກອນ​ລົດ​ຍົນ ອາ​ເມ​ຣິ​ກາ (UAW) ຈັດ​ການ​ນັດ​ຢຸດ​ງານ.
ສະ​ຫະ​ພັນ​ກຳ​ມະ​ກອນ​ລົດ​ຍົນ ອາ​ເມ​ຣິ​ກາ (UAW) ຈັດ​ການ​ນັດ​ຢຸດ​ງານ.

ບັນ​ດາ​ສະ​ມາ​ຊິກ​ຂອງ​ ສະ​ຫະ​ພັນ​ກຳ​ມະ​ກອນ​ລົດ​ຍົນ ອາ​ເມ​ຣິ​ກາ ຫຼື United Auto
Workers ໄດ້ເລີ່ມການນັດຢຸດງານໃນວັນຈັນມື້ນີ້ ຕໍ່ບໍລິສັດມໍເຕີທົ່ວໄປ ຫຼື Genenal
Motor ໃນຂະນະທີ່ທັງສອງຝ່າຍ ຍັງຄົງຕົກລົງກັນບໍ່ໄດ້ໃນເງື່ອນໄຂນາໆຂອງສັນຍາ
ໃໝ່.

ການ​ເຈ​ລະ​ຈາຕ່າງໆ​ແມ່ນ​ມີ​ກຳ​ນົດ​ທີ່​ຈະ​ສືບ​ຕໍ່​ໃນ​ວັນ​ຈັນ​ມື້ນີ້, ແຕ່​ໂຮງ​ງານ​ທັງຫຼາຍ​ທີ່​
ຜະລິດລົດ ແລະ ອາໄຫຼ່ໃນ 9 ລັດຈະຖືກປິດພ້ອມດ້ວຍພະນັກງານເກືອບ 50,000
ຄົນບໍ່ໄດ້ເຮັດວຽກ.

ຮອງ​ປະ​ທານ​ຂອງ​ສະ​ຫະ​ພັນ ທ່ານ ເທີ​ຣີ ດິດ​ເທັ​ສ ໄດ້​ກ່າວ​ວ່າ ການ​ຕັດ​ສິນ​ໃຈ​ທີ່​ຈະ​
ອອກມານັດຢຸດງານ ແມ່ນທາງອອກສຸດທ້າຍ, ແຕ່ມັນຈຳເປັນ. ສະຫະພັນດັ່ງກ່າວ
ຢາກໄດ້ຄ່າຈ້າງ ແລະ ປະກັນສຸຂະພາບທີ່ດີກວ່າເກົ່າ, ພ້ອມກັບຄວາມໝັ້ນຄົງໃນ
ວຽກງານ ແລະ ການແບ່ງປັນຜົນກຳໄລ.

ບໍ​ລິ​ສັດ General Motors ເວົ້າ​ວ່າ ເຂົາ​ເຈົ້າ​ໄດ້​ສະ​ເໜີ​ການ​ຂຶ້ນ​ເງິນ​ເດືອນ, ການ​ແບ່ງ​
ປັນຜົນກຳໄລ ແລະ ຜົນປະໂຫຍດດ້ານສຸຂະພາບທີ່ດີ, ພ້ອມກັບການລົງທຶນຫຼາຍພັນ
ລ້ານໂດລາໃນໂຮງງານຜະລິດລົດຍົນຕ່າງໆ ເພື່ອສ້າງວຽກງານເພີ່ມເຕີມ.

ການ​ນັດ​ຢຸດ​ງານ​ຄັ້ງ​ທີ່​ຜ່ານ​ມາ​ຂອງ ສະ​ຫະ​ພັນ​ກຳ​ມະ​ກອນ​ລົດ​ຍົນ ອາ​ເມ​ຣິ​ກາ ຢູ່​ບໍ​ລິ​
ສັດ General Motors ໄດ້ເກີດຂຶ້ນໃນປີ 2007.

ສັນ​ຍາ​ຕ່າງໆ​ຂອງ​ສະ​ຫະ​ພັນ​ກັບ ​ບໍ​ລິ​ສັດ​ລົດ Ford ແລະ ຟຽດ ໄຄ​ຣ​ສ໌​ເລີ (Fiat
Chrysler) ແມ່ນມີກຳນົດຈະໝົດອາຍຸເຊັ່ນກັນ, ແຕ່ໄດ້ຕໍ່ອອກໄປຢ່າງບໍ່ມີກຳນົດ.
ສັນຍາໃດໆທີ່ໄດ້ຕົກລົງກັບບໍລິສັດ General Motors ຈະເຮັດໜ້າທີ່ເປັນແບບຢ່າງ
ໃນການເຈລະຈາກັບບໍລິສັດອື່ນໆ.

ອ່ານ​ຂ່າວ​ນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG